ສະຫະລັດ ແລະ ຢູເຄຣນ ມີຂໍ້ຕົກລົງໃນຂອບເຂດທີ່ຈະສ້າງກອງທຶນຮ່ວມກັນເພື່ອລາຍຮັບຈາກຊັບພະຍາກອນທຳມະຊາດຂອງຢູເຄຣນ, ອີງຕາມການເປີດເຜີຍຂອງເຈົ້າໜ້າທີ່ ທີ່ຮູ້ກ່ຽວກັບການເຈລະຈາ.
ແຜນການດັ່ງກ່າວ ລວມມີການລົງທຶນ 50 ເປີເຊັນຂອງລາຍຮັບຈາກບໍ່ແຮ່, ນ້ຳມັນ ແລະ ອາຍແກັສຂອງຢູເຄຣນ.
ສະຫະລັດ ຈະໃຫ້ສັນຍາທີ່ຈະພັດທະນາ “ຢູເຄຣນ ໃຫ້ໝັ້ນຄົງ ແລະຈະເລີນຮຸ່ງເຮືອງທາງດ້ານເສດຖະກິດ.” ຂອບເຂດດັ່ງກ່າວບໍ່ໄດ້ລວມເອົາຫຼັກຄ້ຳປະກັນດ້ານຄວາມປອດໄພຂອງ ສະຫະລັດ ສຳລັບ ຢູເຄຣນ, ແຕ່ເຈົ້າໜ້າທີ່ກ່າວວ່າ ການເຈລະຈາຍັງຄົງດຳເນີນຢູ່.
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ກ່າວໃນວັນອັງຄານວານນີ້ວ່າ ທ່ານສາມາດພົບປະກັບປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໃນທ້າຍອາທິດນີ້.
ທ່ານ ທຣໍາ ກ່າວ “ຂ້າພະເຈົ້າໄດ້ຍິນວ່າ ລາວຈະມາຫາໃນວັນສຸກນີ້. ແນ່ນອນ, ບໍ່ມີບັນຫາສໍາລັບຂ້າພະເຈົ້າ ຖ້າລາວຕ້ອງການທີ່ຈະມາພົບ. ລາວຕ້ອງການທີ່ຈະເຊັນຂໍ້ຕົກລົງດັ່ງກ່າວນັ້ນຮ່ວມກັບຂ້າພະເຈົ້າ. ຂ້າພະເຈົ້າເຂົ້າໃຈ. ນີ້ແມ່ນເລື່ອງໃຫຍ່.”
ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວຢູ່ຫ້ອງການໃນທໍານຽບຂາວ ວ່າທ່ານໄດ້ຍິນວ່າ ທ່ານ ເຊເລັນສກີ ກໍາລັງມາຫາ ແລະກ່າວຕື່ມວ່າ “ມັນບໍ່ມີບັນຫາຫຍັງສໍາລັບຂ້າພະເຈົ້າ, ຖ້າລາວຕ້ອງການ, ແລະລາວກໍຢາກຈະລົງນາມຮ່ວມກັນກັບຂ້າພະເຈົ້າ.”
ຂໍ້ຕົກລົງດັ່ງກ່າວ ສາມາດລົງນາມໄວສຸດໃນວັນສຸກທີ່ຈະມາເຖິງນີ້ ແລະມີແຜນທີ່ຈະດຶງໃຫ້ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ເດີນທາງໄປຍັງວໍຊິງຕັນເພື່ອພົບກັບ ທ່ານ ທຣໍາ, ອີງຕາມເຈົ້າໜ້າທີ່ຄົນນຶ່ງຂອງຢູເຄຣນ.
ເຈົ້າໜ້າທີ່ອີກຄົນນຶ່ງກ່າວວ່າ ຂໍ້ຕົກລົງດັ່ງກ່າວຈະເປີດໂອກາດໃຫ້ ເຊເລັນສກີ ແລະ ທ່ານ ທຣໍາ ດໍາເນິນການປຶກສາຫາລືໃນການສືບຕໍ່ຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູເຄຣນ, ເຊິ່ງເປັນເຫດໃຫ້ ກີຢິບ ກະຕືລືລົ້ນທີ່ຈະບັນລຸຂໍ້ຕົກລົງກັ່ງກ່າວມານີ້.
ທ່ານ ທຣໍາ ຮ້ອງສິ່ງນີ້ວ່າ ມັນ “ເປັນເລື່ອງໃຫຍ່ຫຼາຍ,” ໂດຍກ່າວຕື່ມວ່າ ມັນອາດມີມູນຄ່າຮອດພັນຕື້ໂດລາ. “ມັນອາດຈະເປັນອັນໃດກໍ່ໄດ້, ແຕ່ຕ້ອງເປັນແຮ່ທາດຫາຍາກ ແລະສິ່ງອື່ນໆ.”
ຟໍຣັມສະແດງຄວາມຄິດເຫັນ