ຈີນ ໄດ້ກ່າວປະນາມສິ່ງທີ່ເຂົາເຈົ້າກ່າວວ່າເປັນ “ການໂຈມຕີກໍ່ການຮ້າຍ” ແລະ ໄດ້ຮຽກຮ້ອງ ປາກິສຖານ ໃຫ້ສືບສວນສອບສວນມັນ “ຢ່າງຮອບຄອບ” ເພື່ອລົງໂທດຜູ້ກະທຳຜິດ
ນັກການທູດອາວຸໂສຂອງຣັດເຊຍກ່າວວ່າ ກະຊວງການຕ່າງປະເທດ ແລະກະ ຊວງຍຸຕິທຳຂອງຣັດເຊຍ ໄດ້ບອກກັບປະທານາທິບໍດີ ວລາດີເມຍ ປູຕິນ ວ່າ ກຸ່ມຕາລີບານ ທີ່ປົກຄອງປະເທດອັຟການິສຖານ “ສາມາດຖືກລົບລ້າງອອກຈາກບັນຊີລາຍຊື່ອົງການກໍ່ການຮ້າຍທີ່ກຳນົດໂດຍ ມົສກູ ໄດ້
ພວກຫົວຮຸນແຮງທີ່ມີອາວຸດຢ່າງຫຼວງຫຼາຍ ໄດ້ໂຈມຕີຄ້າຍຮັກສາຄວາມປອດໄພ ຂອງ ປາກິສຖານ ໃກ້ເຂດຊາຍແດນຕິດກັບ ອັຟການິສຖານ ໃນຊ່ວງຕອນເຊົ້າ ວັນຈັນມື້ນີ້ ສົ່ງຜົນໃຫ້ມີທະຫານ 5 ຄົນ ແລະຜູ້ໂຈມຕີ 5 ຄົນ ເສຍຊີວິດ ໃນການຍິງຕໍ່ສູ້ກັນທີ່ຕິດຕາມມາ
ກອງປະຊຸມເປັນເວລາ 2 ມື້ ຈະມີຂຶ້ນເມື່ອວັນທີ 8 ກຸມພາ ໂດຍຈະມີເລຂາທິການໃຫຍ່ ສປຊ ທ່ານແອນໂຕນີໂອ ກູເຕເຣັສ ເປັນປະທານ
ເຈົ້າໜ້າທີ່ຕາລີບານກ່າວວ່າ ຊາວອັຟການິສຖານ 2 ຄົນ ທີ່ຖືກຂັງແລະຮັບໃຊ້ໂທດຢູ່ຄຸກອ່າວກວນຕານາໂມ ດົນກວ່າ 20 ປີ ຖືກປ່ອຍໃຫ້ກັບຄືນບ້ານແລ້ວ
ຄະນະກຳມາທິການເລືອກຕັ້ງ ໄດ້ເປີດເຜີຍຜົນການນັບບັດຄະແນນສຽງເກືອບ 3 ມື້ ຫຼັງຈາກການປ່ອນບັດໄດ້ສິ້ນສຸດລົງໃນວັນພະຫັດ ຊຶ່ງປາກິສຖານໄດ້ສັ່ງໃຫ້ໂຈະໃນການໃຊ້ໂທລະສັບມືຖືແລະການບໍລິການອິນເຕີແນັດ ຢູ່ໃນທົ່ວປະເທດ ໂດຍອ້າງເຫດຜົນເປັນຫ່ວງດ້ານຄວາມປອດໄພ
ມີການກ່າວຫາຢ່າງກວ້າງຂວາງວ່າ ລັດຖະບານຊົ່ວຄາວໄດ້ພະຍາຍາມ ທີ່ຈະຫາທາງສໍ້ໂກງຄະແນນສຽງ
ການຂັດຂວາງການບໍລິການໂທລະສັບແມ່ນມີຈຸດປະສົງເພື່ອ “ຫຼຸດຜ່ອນຄວາມເປັນໄປໄດ້ຂອງໄພຂົ່ມຂູ່ດ້ານຄວາມປອດໄພ”
ອາເມຍ-ອັບດອລລາຮຽນ ໄດ້ກ່າວວ່າ ອີຣ່ານ ແລະ ປາກິສຖານ “ມີຄວາມເຄົາລົບ” ຕໍ່ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ” ຂອງກັນແລະກັນ
ພວກເຄັ່ງສາສະໜາຕາລີບານ ໄດ້ອອກຄຳສັ່ງ ກ່ຽວກັບການຕີຄວາມໝາຍ ທີ່ເຄັ່ງຄັດຂອງກົດໝາຍອິສລາມ
ປາກິສຖານກ່າວໃນວັນພະຫັດວານມື້ນີ້ວ່າ ກອງທັບຂອງຕົນໄດ້ທຳການໂຈມຕີໃສ່ “ບ່ອນຫຼົບລີ້ຂອງພວກກໍ່ການຮ້າຍ” ຢູ່ໃນອີຣ່ານ ທີ່ເປັນປະເທດເພື່ອນບ້ານ ສອງມື້ ຫຼັງຈາກເຕຫະຣ່ານ ໄດ້ຖິ້ມລະເບີດ ໃສ່ອັນທີ່ຕົນເວົ້າວ່າເປັນ “ພວກກໍ່ການຮ້າຍຂອງອີຣ່ານ” ທີ່ຫຼົບລີ້ ຢູ່ໃນດິນແດນປາກິສຖານ
ນາຍົກລັດຖະມົນຕີຮັກສາການຂອງປາກິສຖານ ທ່ານ ອັນວາ-ອຸລ-ຮັກ ກາກາ ໃນວັນພະຫັດວານນີ້ ໄດ້ປະກາດຫ້າມ ໃນທົ່ວປະເທດ ບໍ່ໃຫ້ສະເຫຼີມສະຫຼອງປີໃຫມ່ ເພື່ອສະແດງຄວາມສາມັກຄີກັບຊາວປາແລັສ ໄຕນ໌
ປາກິສຖານກ່າວຫາວ່າ ພວກຫົວຮຸນແຮງຕໍ່ຕ້ານລັດຖະບານ ໄດ້ໃຊ້ອາວຸດທີ່ສະຫະລັດປະໄວ້ ທຳການໂຈມຕີຂ້າມຊາຍແດນເພີ້ມຂຶ້ນ
ລັດຖະບານຕາລີບານຂອງອັຟການີສຖານ ໄດ້ບອກອົງການສະຫະປະຊາຊາດວ່າ ຕົນຈະພິຈາລະນາຄຸນຄ່າທາງສາສະໜາແລະປະຕິເສດການແຊກແຊງກິດຈະການພາຍໃນຂອງປະເທດ ຈາກພາຍນອກ ເມື່ອຕ້ອງຮັບມືກັບໂລກ
ສານພິເສດທີ່ມີຜູ້ພິພາກສາຄົນດຽວ ໄດ້ດຳເນີນການພິຈາລະນາຄະດີຢູ່ໃນຄຸກໃກ້ກັບນະຄອນຫຼວງ ອິສລາມາບັດ, ບ່ອນທີ່ທ່ານ ຄານ ຖືກຕັດສິນມີຄວາມຜິດໃນຂໍ້ກ່າວຫາຕ່າງໆເມື່ອເດືອນແລ້ວນີ້
"ການເຊື່ອມໂຍງ ອັຟການິສຖານເຂົ້າໃນສະຖາບັນ ແລະ ລະບົບລະດັບໂລກ ຄືນໃໝ່ຢ່າງເປັນທາງການອັນໃດກໍຕາມ ຈະຕ້ອງອາໃສການມີສ່ວນຮ່ວມ ແລະການນຳພາຂອງແມ່ຍິງອັຟການິສຖານ," ອີງຕາມວີໂອເອ ທີ່ນຳເນື້ອໃນບາງສ່ວນມາຈາກບົດລາຍງານດັ່ງກ່າວ
ສອງປະເທດໃກ້ຄຽງກັນດັ່ງກ່າວ ໄດ້ເລີ່ມການຝຶກຊ້ອມ ໃນວັນເສົາທີ່ຜ່ານມາ
ລັດຖະບານຕາລີບານໄດ້ຫ້າມການປູກຝິ່ນ, ເຊິ່ງແມ່ນປະເທດທີ່ຜະລິດຢາເສບຕິດ ເຮໂຣອິນ ທີ່ໃຫຍ່ທີ່ສຸດໃນໂລກ, ໃນເດືອນເມສາປີກາຍນີ້
ການໃຫ້ການປິດລັບແມ່ນຖືກດຳເນີນການຢູ່ໃນຄຸກພາຍໃຕ້ກົດໝາຍຄວາມລັບທາງການ
ການຂົ່ມຂູ່ທີ່ຈະເນລະເທດອົບພະຍົບອັຟການິສຖານທັງໝົດ ແມ່ນເບິ່ງກັນວ່າ ເປັນການຕອບໂຕ້ຕໍ່ກຸ່ມກໍ່ການຮ້າຍ TTP
ໂຫລດຕື່ມອີກ