ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ກີດ​ກັ້ນ​ການ​ໃຊ້​ໂທ​ລະ​ສັບ​ມື​ຖື ແລະ ສັນ​ຍານ​ອິ​ນ​ເຕີ​ແນັດ ໃນ​ວັນ​ເລືອກ​ຕັ້ງ


ແມ່​ຍິງ​ຍ່າງ​ອອກ​ຈາກ​ສະ​ຖານ​ທີ່​ເລືອກ​ຕັ້ງ ຫຼັງ​ຈາກ​ໄດ້​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ເຂົາ​ເຈົ້າ ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າທີ່​ຕຳຫຼວດ​ຢືນ​ຍາມ​ຢູ່​ໃນ​ເມືອງ ເປ​ຊາ​ວາ, ປາ​ກິ​ສ​ຖານ, 8 ກຸມ​ພາ 2024.
ແມ່​ຍິງ​ຍ່າງ​ອອກ​ຈາກ​ສະ​ຖານ​ທີ່​ເລືອກ​ຕັ້ງ ຫຼັງ​ຈາກ​ໄດ້​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ເຂົາ​ເຈົ້າ ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າທີ່​ຕຳຫຼວດ​ຢືນ​ຍາມ​ຢູ່​ໃນ​ເມືອງ ເປ​ຊາ​ວາ, ປາ​ກິ​ສ​ຖານ, 8 ກຸມ​ພາ 2024.

ປາ​ກິ​ສ​ຖານ ໄດ້​ກີດ​ກັ້ນ​ການ​ໃຊ້​ໂທ​ລະ​ສັບ​ມື​ຖື ແລະ ການ​ບໍ​ລິ​ການ​ອິນ​ເຕີ​ແນັດ ທົ່ວ​ປ​ະ​ເທດ​ໃນ​ວັນ​ເລືອກ​ຕັ້ງ​ວັນ​ພະ​ຫັດ​ມື້ນີ້ ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ປ່ອນ​ບັດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ທີ່​ມີ​ບັນ​ຫາ​ຢູ່​ແລ້ວ​ນັ້ນ.

ການ​ປະ​ກາດ​ຂອງ​ກະ​ຊວງປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ຕອນ​ເຊົ້າໆ​ກ່ອນ​ສູນ​ເລືອກ​ຕັ້ງຈະ​ເປີດສຳ​ລັບ​ຜູ້​ທີ່​ມີ​ສິດ​ລົງ​ຄະ​ແນ​ນ​ສຽງ​ປະ​ມານ 128 ຄົນ​ນັ້ນ ​ໄດ້​ກ່າວ​ວ່າ ການ​ຂັດ​ຂວາງ​ການ​ບໍ​ລິ​ການ​ໂທ​ລະ​ສັບ​ແມ່ນ​ມີ​ຈຸດ​ປະ​ສົງ​ເພື່ອ “ຫຼຸດ​ຜ່ອນ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ປອດ​ໄພ” ແລະ “ຮັກ​ສາ​ກົດ​ໝາຍ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ.” ແຕ່ເຂົາ​ເຈົ້າ​ບໍ່​ໄດ້​ເວົ້າ​ເຖິງ​ການມອດ​ສັນ​ຍານ​ອິນ​ເຕີ​ແນັດ.

ການ​ຂັດ​ຂວາງ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນຫຼັງ​ຈາກ​ເຫດລະ​ເບີດ​ແຕກ​ສອງ​ຄັ້ງ​ໃນ​ເວ​ລາ​ຕ່າງ​ກັນ​ຢູ່​ຫ້ອງ​ການ​ໂຄ​ສະ​ນາ​ຫາ​ສຽງ​ຕ່າງໆ​ໃນ​ແຂວງ ບາ​ລູ​ຈິ​ສ​ຖານ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ໃນ​ວັນ​ພຸດ​ວານນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 30 ຄົນ, ດ້ວຍ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ລະ​ເບີດ​ນັ້ນ.

ລັດ​ຖະ​ບານ​ໄດ້​ສົ່ງທະ​ຫານ, ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ແລະ ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ຫຼາຍກວ່າ 650,000 ອອກ​ໄປປະ​ຕິ​ບັດ​ໜ້າ​ທີ່​ເພື່ອ​ສະ​ໜອງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ສຳ​ລັບ​ສະ​ຖານ​ທີ່​ເລືອກ​ຕັ້ງຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ທີ່​ມີ​ປະ​ຊາ​ກອນ​ໜາ​ແໜ້ນ​ທີ່​ສຸດ​ເປັນ​ອັນ​ດັບ​ຫ້າ​ຂອງ​ໂລກ​ນັ້ນ, ໂດຍ​ຄາດ​ວ່າ​ມີ​ປະ​ຊາ​ກອນ​ປະ​ມານ 241 ລ້ານ​ຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG