ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດຣັດເຊຍ ກ່າວວ່າ ຣັດເຊຍ ກ້າວເຂົ້າໃກ້ການຖອດຖອນກຸ່ມຕາລີບານຂອງອັຟການິສຖານ ອອກຈາກບັນຊີ ກຸ່ມກໍ່ການຮ້າຍ


ແຟ້ມພາບ - ທ່ານ ຊາເມຍ ກາບູລັອຟ (Zamir Kabulov) ທູດພິເສດຂອງປະທານາທິບໍດີຣັດເຊຍ ປະຈຳ ອັຟການິສຖານ, ຊ້າຍ, ໂອ້ລົມກັບຕາງໜ້າກຸ່ມຕາລີບານ ກ່ອນການເຈລະຈາຂອງພວກເຂົາ ໃນນະຄອນຫຼວງມົສກູ, ວັນທີ 28 ພຶດສະພາ 2019.
ແຟ້ມພາບ - ທ່ານ ຊາເມຍ ກາບູລັອຟ (Zamir Kabulov) ທູດພິເສດຂອງປະທານາທິບໍດີຣັດເຊຍ ປະຈຳ ອັຟການິສຖານ, ຊ້າຍ, ໂອ້ລົມກັບຕາງໜ້າກຸ່ມຕາລີບານ ກ່ອນການເຈລະຈາຂອງພວກເຂົາ ໃນນະຄອນຫຼວງມົສກູ, ວັນທີ 28 ພຶດສະພາ 2019.

ນັກ​ການ​ທູດ​ອາວຸ​ໂສ​ຂອງຣັດ​ເຊຍ​ກ່າວ​ວ່າ ກະຊວງ​ການ​ຕ່າງປະ​ເທດ ​ແລະກະ ຊວງ​ຍຸຕິ​ທຳ​ຂອງຣັດ​ເຊຍ ​ໄດ້​ບອກກັບ​ປະທານາທິບໍດີ ວລາດີເມຍ ປູຕິນ ​ວ່າ ກຸ່ມ​ຕາ​ລີ​ບານ ​ທີ່​ປົກຄອງ​ປະ​ເທດ​ອັຟກາ​ນິສຖານ “ສາມາດ​ຖືກ​ລົບ​ລ້າງ​ອອກ​ຈາກ​ບັນຊີ​ລາຍ​ຊື່​ອົງການ​ກໍ່​ການ​ຮ້າຍ​ທີ່​ກຳ​ນົດ​ໂດຍ ມົສກູ ໄດ້.

ທ່ານ ຊາເມຍ ກາບູລັອຟ (Zamir Kabulov) ທູດພິເສດຂອງປະທານາທິບໍດີ ປະຈຳ ອັຟການິສຖານ ກ່າວຕໍ່ອົງການຂ່າວ TASS ຂອງລັດ ໃນວັນຈັນວານ ນີ້ວ່າ ການຍົກເລີກລາຍຊື່ດັ່ງກ່າວຈະເຮັດໃຫ້ມົສກູ ສາມາດຕັດສິນໃຈໄດ້ວ່າ ຈະຮັບຮູ້ລັດຖະບານຕາລີບານຫຼືບໍ່.

ໄດ້ມີການອ້າງເຖິງຄຳເວົ້າຂອງທ່ານທີ່ກ່າວວ່າ "ຖ້າບໍ່ມີສິ່ງນີ້ ກໍຄືການຍົກ ເລີກການຫ້າມກຸ່ມຕາລີບັນ, ມັນ​ກໍຈະໄວກ່ອນເກີນໄປທີ່ຈະເວົ້າເຖິງການຮັບຮູ້." “ດັ່ງ​ນັ້ນ, ການດຳເນີນການ​ກ່ຽວ​ກັບ​ບັນ​ຫາ​ນີ້ຈະ​ດຳເນີນ​ຕໍ່ໄປ. ການພິຈາລະນາ ທັງໝົດ ໄດ້ຖືກລາຍງານຕໍ່ຜູ້ນຳສູງສຸດຂອງຣັດເຊຍ. ພວກເຮົາກຳລັງລໍຖ້າ ການຕັດສິນໃຈຢູ່."

ນອກຈາກນີ້, ອົງການຂ່າວ TASS ຍັງໄດ້ອ້າງຄໍາເວົ້າຂອງລັດຖະມົນຕີຕ່າງປະ ເທດຣັດເຊຍທ່ານ ເຊີເກ ລາວຣອຟ (Sergey Lavrov) ໃນວັນຈັນວານນີ້ວ່າ ກຸ່ມຕາລີບານແມ່ນ "ອໍານາດທີ່ແທ້ຈິງ" ໃນອັຟການິສຖານ ແລະວ່າການລົບ ລ້າງກຸ່ມດັ່ງກ່າວອອກຈາກບັນຊີລາຍຊື່ຂອງອົງການຈັດຕັ້ງທີ່ຖືກຫ້າມຂອງມົສກູ ສະທ້ອນໃຫ້ເຫັນເຖິງ "ຄວາມເປັນຈິງຂອງວັດຖຸປະສົງ."

ຣັດ​ເຊຍ​ໄດ້ກຳນົດໃຫ້​ກຸ່ມ​ຕາ​ລີ​ບານ​ ເປັນ​ອົງການ​ກໍ່​ການ​ຮ້າຍ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2003, ​ເມື່ອ​ກຸ່ມ​ຫົວ​ຮຸນ​ແຮງດັ່ງກ່າວ ​ໄດ້ສ້າງຄວາມບໍ່ສະຫງົບທີ່​ຮ້າຍ​ແຮງ​ຕໍ່​ສະຫະລັດ ​ແລະ​ກອງກຳລັງ​ພັນທະ​ມິດ​ໃນ​ອັຟກາ​ນີສະຖານ.

ພວກກະບົດນັ້ນ​ໄດ້ກັບຄືນສູ່ການກຳອຳນາດຢ່າງວ່ອງໄວ ໃນວັນທີ 15 ສິງຫາ 2021, ແລະໄດ້ສ້າງຕັ້ງລັດຖະບານຕາລີບານ ທີ່ເປັນຜູ້ຊາຍເທົ່ານັ້ນ ໃນຂະນະ ທີ່ກອງກຳລັງທະຫານຕ່າງປະເທດທີ່ນຳພາໂດຍສະຫະລັດ ໄດ້ຖອນຕົວອອກ ຈາກອັຟການິສຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG