ນາຍົກລັດຖະມົນຕີຮັກສາການຂອງປາກິສຖານ ທ່ານ ອັນວາ-ອຸລ-ຮັກ ກາກາ(Anwar-ul-Haq Kakar) ໃນວັນພະຫັດວານນີ້ ໄດ້ປະກາດຫ້າມ ໃນທົ່ວປະເທດ ບໍ່ໃຫ້ສະເຫຼີມສະຫຼອງປີໃຫມ່ເພື່ອສະແດງຄວາມສາມັກຄີກັບຊາວປາແລັສ ໄຕນ໌ ເນື່ອງຈາກວ່າອິສຣາແອລ ຍັງສືບຕໍ່ປະຕິບັດການທາງທະຫານ ເພື່ອທໍາລາຍລ້າງ ກຸ່ມຮາມາສ ໃນເຂດ ກາຊາ.
ທ່ານ ກາກາ ກ່າວໃນຖະແຫຼງການ ທາງໂທລະພາບແຫ່ງຊາດຂອງທ່ານວ່າ
"ຊາວປາກິສຖານທັງຫມົດ ແລະໂລກມຸສລິມ ແມ່ນຢູ່ໃນສະພາບແຫ່ງຄວາມໂສກເສົ້າທີ່ສຸດ ຕໍ່ການຂ້າລ້າງເຜົ່າພັນຊາວປາແລັສໄຕນ໌ ທີ່ບໍ່ມີອາວຸດ, ໂດຍສະເພາະແມ່ນການສັງຫານບັນດາເດັກນ້ອຍຢູ່ໃນເຂດ ກາຊາ ແລະ ເວັສແບ້ງ."
ທ່ານນາຍົກລັດຖະມົນຕີກ່າວວ່າ "ຍ້ອນສະຖານະການທີ່ໜ້າເປັນຫ່ວງທີ່ສຸດ ໃນ ປາແລັສໄຕນ໌ ແລະເພື່ອສະແດງຄວາມສາມັກຄີກັບອ້າຍນ້ອງຊາວປາແລັສໄຕນ໌ຂອງພວກເຮົາ, ຈະມີການສັ່ງຫ້າມໃນທົ່ວປະເທດ ຕໍ່ການຈັດງານທຸກປະເພດທີ່ກ່ຽວຂ້ອງກັບການສະເຫລີມສະຫລອງປີໃຫມ່,"
ບັນດາປະເທດມຸສລິມໃນທົ່ວໂລກ, ລວມທັງປາກີສຖານ, ຕ່າງກໍຕຳໜິຕິຕຽນການເຄື່ອນໄຫວທາງການທະຫານຢ່າງບໍ່ຢຸດຢັ້ງຂອງ ອິສຣາແອລ ແລະ ຮຽກຮ້ອງໃຫ້ຢຸດຕິການປະທະກັນໃນທັນທີ ເພື່ອຊ່ວຍແກ້ໄຂວິກິດການດ້ານມະນຸດສະທຳ ທີ່ຈະຕາມມາ.