ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະເມີນໂດຍ ສປຊ ເຊື່ອມໂຍງຄວາມຖືກຕ້ອງຕາມກົດໝາຍ ຂອງກຸ່ມຕາລີບານ ​ໃສ່ເສລີພາບ ຂອງແມ່ຍິງ ຊາວອັຟການິສຖານ


ແຟ້ມພາບ - ບັນດາແມ່ຍິງຊາວອັຟການິສຖານ ຖ້າຮັບອາຫານ ໃນນະຄອນກາບູລ ອັຟການິສຖານ ວັນທີ 23 ພຶດສະພາ 2023. ການປະເມີນຜົນໂດຍອິດສະຫຼະທີ່ໄດ້ຮັບມອບໝາຍຈາກສະຫະປະຊາຊາດ ຮຽກຮ້ອງໃຫ້ຕາລີບານ ລົບລ້າງການຈຳກັດສິດທິຂອງແມ່ຍິງ ໃນການສຶກສາ ແລະການເຮັດວຽກ.
ແຟ້ມພາບ - ບັນດາແມ່ຍິງຊາວອັຟການິສຖານ ຖ້າຮັບອາຫານ ໃນນະຄອນກາບູລ ອັຟການິສຖານ ວັນທີ 23 ພຶດສະພາ 2023. ການປະເມີນຜົນໂດຍອິດສະຫຼະທີ່ໄດ້ຮັບມອບໝາຍຈາກສະຫະປະຊາຊາດ ຮຽກຮ້ອງໃຫ້ຕາລີບານ ລົບລ້າງການຈຳກັດສິດທິຂອງແມ່ຍິງ ໃນການສຶກສາ ແລະການເຮັດວຽກ.

ການປະເມີນຜົນໂດຍອິດສະຫຼະທີ່ໄດ້ຮັບມອບໝາຍຈາກສະຫະປະຊາຊາດ ໄດ້ເຊື່ອມໂຍງການຮັບຮອງລັດຖະບານຕາລີບານກັບການປະຕິບັດຕາມບັນດາພັນທະສົນທິສັນຍາ ແລະຄວາມຫມັ້ນສາກົນ ຂອງອັຟການິສຖານ, ຮຽກຮ້ອງໃຫ້ມີການລົບລ້າງການຈຳກັດສິດທິຂອງແມ່ຍິງໃນການສຶກສາແລະໂອກາດໃນການເຮັດວຽກ ຢ່າງກວ້າງຂວາງ ໃນທັນທີ.

"ການເຊື່ອມໂຍງ ອັຟການິສຖານເຂົ້າໃນສະຖາບັນ ແລະ ລະບົບລະດັບໂລກ ຄືນໃໝ່ຢ່າງເປັນທາງການອັນໃດກໍຕາມ ຈະຕ້ອງອາໃສການມີສ່ວນຮ່ວມ ແລະການນຳພາຂອງແມ່ຍິງອັຟການິສຖານ," ອີງຕາມວີໂອເອ ທີ່ນຳເນື້ອໃນບາງສ່ວນມາຈາກບົດລາຍງານດັ່ງກ່າວ.

ມະຕິຂອງສະພາຄວາມໝັ້ນຄົງໃນເດືອນມີນາ ໄດ້ຮຽກຮ້ອງໃຫ້ເລຂາທິການໃຫຍ່ ອົງການສະຫະປະຊາຊາດທ່ານແອນໂຕນີໂອ ກູເຕເຣັສ (Antonio Guterres) ດຳເນີນການປະເມີນ ໂດຍໃຫ້ "ຄຳແນະນຳທີ່ເບິ່ງໄປຂ້າງໜ້າ ສຳລັບແນວາງສາກົນທີ່ປະສົມປະສານແລະສອດຄ່ອງກັນ" ຕໍ່ກັບປະເທດທີ່ໄດ້ຮັບຜົນກະທົບຈາກວິກິດການພາຍໃຕ້ການຄວບຄຸມຂອງກຸ່ມຕາລີບານໃນວັນທີ 17 ພະຈິກ. ທ່ານໄດ້ແຕ່ງຕັ້ງ ທ່ານ ເຟຣິດຸນ ຊິເນຍລິໂອກູລ (Feridun Sinirlioğlu) ອະດີດເຈົ້າໜ້າທີ່ລັດຖະບານເທີກີ ເປັນຜູ້ປະສານງານພິເສດເພື່ອນຳພາພາລະກິດນີ້.

ທ່ານ ຊິເນຍລິໂອກູລ (Sinirlioğlu) ໄດ້ເດີນທາງໄປອັຟການິສຖານ ແລະພົວພັນກັບບັນດາຜູ້ນຳກຸ່ມຕາລີບານ, ພາກສ່ວນກ່ຽວຂ້ອງຂອງອັຟການິສຖານທີ່ອາໄສຢູ່ນອກປະເທດ, ແລະບັນດາພາກສ່ວນກ່ຽວຂ້ອງໃນພາກພື້ນ ແລະສາກົນທີ່ສຳຄັນ ເພື່ອປະເມີນສະຖານະການ ກ່ອນທີ່ຈະສົ່ງບົດລາຍງານຂອງທ່ານໄປຫາຫົວໜ້າອົງການສະຫະປະຊາຊາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG