ປາກິສຖານໄດ້ສັ່ງໃຫ້ພວກຄົນເຂົ້າເມືອງທີ່ບໍ່ມີເອກກະສານ ຮວມທັງຊາວອັຟການິສຖານ ຫຼາຍກວ່າ 7 ລ້ານ 7 ແສນຄົນ ອອກຈາກປະເທດພາຍໃນວັນທີ 1 ພະຈິກ
ຜູ້ຮັກສາການນາຍົກລັດຖະມົນຕີຊົ່ວຄາວ ທ່ານອັນວາ-ອູລ-ຮັກ-ກາກາຣ ໄດ້ອະນຸມັດແຜນວັນອັງຄານຢູ່ກອງປະຊຸມລະດັບສູງສຸດຂອງພວກເຈົ້າໜ້າທີ່ພົນລະເຮືອນ ແລະທະຫານໃນອິສລາມາບັດ
ກຸ່ມຕາລີບານ ຊຶ່ງໄດ້ເຂົ້າຢຶດອຳນາດ ໃນເດືອນສິງຫາປີ 2021 ໄດ້ຫ້າມບໍ່ໃຫ້ເດັກນ້ອຍແມ່ຍິງ ເຂົ້າຮຽນກາຍຫ້ອງ ປ. 6 ຊຶ່ງເຮັດໃຫ້ອັຟການກິສຖານ ເປັນປະເທດດຽວໃນໂລກ ທີ່ໄດ້ຈຳກັດບໍ່ໃຫ້ແມ່ຍິງໄດ້ຮັບການສຶກສາ
ການບຸກໂຈມຕີໃນຕອນເຊົ້າມືດຂອງພວກຫົວຮຸນແຮງ ແມ່ນແນໃສ່ດ່ານຊາຍແດນປາກິສຖານ 2 ແຫ່ງ ໃນເຂດຮ່ອມພູກາລາສ
ການເຄື່ອນໄຫວດັ່ງກ່າວ ມີຂຶ້ນນຶ່ງມື້ ຫຼັງຈາກຜູ້ນຳທີ່ແທ້ຈິງຂອງອັຟການິສຖານ ສະຫຼອງວັນຄົບຮອບ 2 ປີໃນການກັບຄືນ ເຂົ້າກຳອຳນາດ ທີ່ນະຄອນຫຼວງກາບູລ
ພວກກະບົດເລີ້ມການດັກສະກັດໂຈມຕີ ດ້ວຍລະເບີດແຄມທາງ ກ່ອນເປີດສາກລະດົມຍິງເຂົ້າໃສ່ລົດ “ກັນລູກປືນ” ຫຼາຍໆຄັນ ທີ່ມີຊາວຈີນ 23 ຄົນ ເດີນທາງຈາກສະໜາມບິນ ໄປຍັງທ່າເຮືອນ້ຳເລິກຍຸດທະສາດ ຂອງປາກິສຖານ
Text of the March 2022 cipher published Wednesday recounts meeting between Pakistan’s ambassador and US officials
ກຸ່ມຕາລິບານໃນອັຟການິສຖານ ກ່າວໃນວັນພະຫັດວານນີ້ວ່າ ການເຈລະຈາກັບສະຫະລັດ ໃນໄວໆນີ້ ຈະແນໃສ່ການຍົກເລີກການລົງໂທດຕໍ່ອັຟການິສຖານ ປ່ອຍການກັກຊັບສິນຂອງທະນາຄານກາງ ແລະລຶບຊື່ບັນດາຜູ້ນຳຕາລິບານ ອອກຈາກອັນທີ່ຮ້ອງວ່າ ບັນຊີດໍາສະຫະປະຊາຊາດ
ລັດຖະມົນຕີຕ່າງປະເທດຢູເຄຣນ ດີມີໂຕຣ ກູເລບາ ລະຫວ່າງການຢ້ຽມຢາມປາກິສຖານໃນວັນພະຫັດວານນີ້ ຮຽກຮ້ອງໃຫ້ມີການຟື້ນຟູ ຂໍ້ລິເລີ້ມການສົ່ງເຂົ້າເບລຜ່ານທະເລດຳຄືນໃໝ່ ເພື່ອຮັບມືກັບບັນຫາທ້າທາຍດ້ານຄວາມປອດໄພທາງດ້ານອາຫານຢູ່ໃນທົ່ວໂລກ
ມີການເຈລະຈາສອງຝ່າຍກັບບັນດາຜູ້ນໍາຂອງກຸ່ມຕາລິບານ ທ່າມກາງຂໍ້ກ່າວຫາເພີ້ມຂຶ້ນ ກ່ຽວກັບກຸ່ມຫົວຮຸນແຮງທີ່ລີ້ໄພຢູ່ໃນອັຟການິສຖານ ທຳການໂຈມຕີ ກໍ່ການຮ້າຍຂ້າມຊາຍແດນ ເຂົ້າໄປໃນປາກິສຖານ
ຈີນໄດ້ກ່າວຢ້ຳເຖິງຄວາມຈຳເປັນທີ່ປາກິສຖານຕ້ອງໄດ້ໃຫ້ການຄຸ້ມຄອງ ຕໍ່ເຈົ້າໜ້າທີ່ຈີນ ໃນຂະນະທີ່ມາຈົນເຖິງເວລານີ້ ຈີນຍັງປະຕິເສດບໍ່ຍອມເລື່ອນເວລາ ຫຼືຈັດລະບົບໃໝ່ ໃນການຊຳລະໜີ້
ກະຊວງປ້ອງກັນຄວາມເສື່ອມເສຍ ແລະເຜີຍແຜ່ຈາຣິຍະທຳຂອງຕາລີບານ ໄດ້ແຈ້ງໃຫ້ເຈົ້າໜ້າທີ່ນະຄອນຫຼວງກາບູລ ແລະບັນດາແຂວງ ໃຫ້ປະຕິບັດຄຳສັ່ງຫ້າມ ດັ່ງກ່າວນີ້
ການເປີດເຜີຍມີຂຶ້ນໃນຂະນະທີ່ມີການຕ້ອງຕິຢ່າງແຮງ ຈາກກຸ່ມປົກປ້ອງສິດທິມະນຸດຢູ່ໃນທ້ອງຖິ່ນແລະໃນໂລກ ຕໍ່ລັດຖະບານ ຂອງນາຍົກລັດຖະມົນຕີ ເຊບາສ ຊາ ຣິຟ ທີ່ຍັງດຳເນີນຄະດີພົນລະເຮືອນ ຢູ່ໃນສານທະຫານ
ຜູ້ນຳສູງສຸດຂອງກຸ່ມຕາລິບານໃນອັຟການິສຖານ ໄດ້ປະກາດໃນວັນອາທິດວານນີ້ວ່າ ການປຸກລະດົມຕໍ່ຕ້ານການຜະລິດຢາເສບຕິດທີ່ຜິດກົດໝາຍ ຢູ່ໃນປະເທດໄດ້ລຶບລ້າງການປູກຝິ່ນ ເພື່ອໃຊ້ໃນເຮັດຢາມໍຟີນ ແລະເຮໂຣອິນ
ລົມພາຍຸເຂດຮ້ອນ ບາຍພາຈອຍ ແມ່ນຢູ່ຫ່າງຈາກເມືອງທ່າກາຣາຈີ ໄປທາງໃຕ້ ປະມານ 470 ກິໂລແມັດ ແລະເມືອງທາດຕາ 460 ກິໂລແມັດ.
ອິດທິພົນພວກຜູ້ນໍາຕາລິບານຢູ່ໃນອັຟການິສຖານ ໃນວັນອາທິດວານນີ້ ບໍ່ເຫັນພ້ອມກັບການຊັ່ງຊາໃໝ່ຂອງອົງການສະຫະປະຊາຊາດທີ່ວ່າພວກເຂົາເຈົ້າກຳລັງປະເຊີນໜ້າກັບການຍາດແຍ່ງອຳນາດພາຍໃນປະເທດ.
ລະເບີດແຕກຂຶ້ນຢູ່ໃນວັດອິສລາມແຫ່ງນຶ່ງໃນແຂວງບາດັກຊານ ທາງພາກຕາເວັນອອກສຽງເໜືອຂອງອັຟການິສຖານ ໃນວັນພະຫັດວານນີ້
ຈີນ ອີຣ່ານ ແລະປາກິສຖານ ໄດ້ຈັດກອງປະຊຸມສາມຝ່າຍ ຂອງເຂົາເຈົ້າເປັນເທື່ອທຳອິດ ເພື່ອຕໍ່ຕ້ານການກໍ່ການຮ້າຍ ແລະປຶກສາຫາລືກ່ຽວກັບຄວາມປອດໄພ ຢູ່ໃນຂົງເຂດ ເມື່ອວັນພຸດວານນີ້ ຢູ່ນະຄອນຫລວງປັກກິ່ງ.
ເຈົ້າໜ້າທີ່ຕາລີບານໃນອັຟການິສຖານປະກາດແຜນການຂອງເຂົາເຈົ້າ ທີ່ຈະຍ້າຍຊາວອົບພະຍົບປາກິສຖານຫລາຍພັນຄົນອອກໄປຈາກແຂວງທີ່ຢູ່ຕາມຊາຍແດນ
ເຈົ້າໜ້າທີ່ປາກິສຖານ ໄດ້ມອບຕົວຜູ້ສະໜັບສະໜຸນອະດີດນາຍົກລັດຖະມົນຕີ ອິມຣານ ຄານ ຫລາຍສິບຄົນໃຫ້ແກ່ກອງທັບເມື່ອບໍ່ດົນມານີ້ ເພື່ອໃຫ້ດຳເນີນຄະດີໃນສານທະຫານ
ໂຫລດຕື່ມອີກ