ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລິບານ ບໍ່ເຫັນພ້ອມ ກັບການກ່າວອ້າງ ສະຫະປະຊາດ ທີ່​ວ່າ​ມີ​ການ​ແຕກ​ແຍກພາຍໃນ ​ແລະ​ການ​ພົວ​ພັນ​ກັບກຸ່ມການກໍ່ການຮ້າຍ  


ທ້າວ ອິິສແມລ ອາຊຸກຸລລາ (ຊ້າຍ) ຜູ້ເຝິກແອບວາງລະເບີດສະຫລະຊີບ ກ່າວຕໍ່ບັນດາຫົວໜ້າສຶບລັບ (GDI) ຫລັງຈາກການສໍາພາດກັບອົງການຂ່າວ AFP ວັນທີ 25 ພຶດສະພາ 2023.
ທ້າວ ອິິສແມລ ອາຊຸກຸລລາ (ຊ້າຍ) ຜູ້ເຝິກແອບວາງລະເບີດສະຫລະຊີບ ກ່າວຕໍ່ບັນດາຫົວໜ້າສຶບລັບ (GDI) ຫລັງຈາກການສໍາພາດກັບອົງການຂ່າວ AFP ວັນທີ 25 ພຶດສະພາ 2023.

ອິດ​ທິ​ພົນ​ພວກຜູ້ນໍາຕາລິບານຢູ່ໃນອັຟການິສຖານ ໃນວັນອາທິດວານນີ້ ບໍ່​ເຫັນ​ພ້ອມ​ກັບ​ການຊັ່ງຊາໃໝ່ຂອງອົງການສະຫະປະຊາຊາດທີ່​ວ່າ​ພວກເຂົາເຈົ້າ​ກຳ​ລັງປະເຊີນໜ້າກັບການ​ຍາດ​ແຍ່ງອຳນາດພາຍໃນ​ປະ​ເທດ ແລະ​ຍັງຮັກສາການເຊື່ອມໂຍງທີ່ເຂັ້ມແຂງ ກັບບັນດາກຸ່ມກໍ່ການຮ້າຍສາກົນ.

ຢູ່ໃນຖະແຫລງການ ຫົວໜ້າໂຄສົກຕາລິບານ ທ່ານຊາບິຮູລລາ ມູຈາຮີດ ໄດ້ປະນາມວ່າ ບໍ່ມີຄວາມຈິງ ແລະ “ເຕັມໄປດ້ວຍຄວາມກຽດຊັງ” ຢູ່​ໃນລາຍງານ​ຂອງ​ຄະ​ນະວິເຄາະເພື່ອສະໜັບສະໜູນ ​ແລະ​ຕິດ​ຕາມ​ເບິ່ງ​ການ​ລົງ​ໂທດ ຂອງ ສະພາຄວາມໝັ້ນຄົງສະຫະປະຊາດ ທີ່ໄດ້ນຳ​ອອກເຜີຍແຜ່ ໃນຕົ້ນເດືອນນີ້.

ລາຍງານກ່າວວ່າ ພາຍໃຕ້ການນຳ​ພາ​ຂອງຜູ້ນຳສູງສຸດ​ທີ່​ຖືກ​ໂດດ​ດ່ຽວ ທ່ານຮິບາຕູລລາ ອາກຸນຊາດາ ​ກຸ່ມຕາລິບານ “ໄດ້​ຕ່າວ​ປີ້ນກັບຄືນສູ່​ນະ​ໂຍ​ບາຍ​ແບບ​ຜະ​ເດັດ​ການ ໂດຍ​ມີ​ເຜົ່າ​ປາ​ສ​ຕູນ​ເປັນ​ສູນ​ກາງ ຕາມ​ລຳ​ພັງ” ໃນການປົກຄອງເຂົາເຈົ້າເທື່ອ​ແລ້ວໃນກາບູ​ລ ​ແຕ່ປີ 1996 ຫາ 2001. ກຸ່ມຕາລິບານມາຈາກຊົນກຸ່ມໃຫຍ່ ເຜົ່າປາສ​ຕູນ ​ໃນອັຟການິສຖານ ແລະຜູ້​ຕ້ອງ​ຕິກ່າວວ່າ ບັນດາຊົນເຜົ່າ​ກຸ່ມ​ນ້ອຍອື່ນໆ​ບໍ່​ໄດ້​ມີໂຕແທນຢູ່ໃນລັດຖະບານເຂົາເຈົ້າ. ການຊັ່ງຊາໄດ້ກ່າວວ່າ “ໄດ້​ມີ​ການ​ຄັດ​ຄ້ານຈຳນວນນຶ່ງ ຢູ່ພາຍໃນການ​ຄະ​ນະນຳພາຕາລິບານ” ແຕ່ອຳນາດ ຂອງອາກຸນຊາດາ ໄດ້ເພີ້ມ​ທະ​ວີຂຶ້ນ ແລະ “​ມີ​ການ​ເຮັດ​ວຽກຮ່ວມກັນ” ຢູ່ໃນຖັນແຖວ​ຂອງ​ກຸ່ມຕາລິບານ ຊຶ່ງ​ມີ​ທ່າ​ທາງວ່າ​ຈະຮັກສາຕໍ່ໄປອີກນຶ່ງຫາສອງປີ.

ຫົວໜ້າຕາລິບານ ໄດ້ “ເພິງພໍໃຈ​ກ່ຽວ​ກັບ​ການຕໍ່​ຕ້ານຄວາມກົດດັນຈາກພາຍນອກ ທີ່ຈະດັດແປງນະໂຍບາຍຂອງທ່ານໃຫ້​ຜ່ອນ​ເບົາ​ລົງ” ແລະບັດາຜູ້ນຳຄົນອື່ນໆຢູ່ໃນລັດຖະບານຂອງທ່ານ ບໍ່ສາມາດ “ໃຊ້ເຂົ້າແຊກແຊງ​ຕໍ່ນະໂຍບາຍ​ທີ່​ຍືນ​ຍົງ.” ລາຍງານໄດ້ໃຫ້ຂໍ້ສັງເກດວ່າ “ມີ​ໂອ​ກາດ​ໜ້ອຍ​ຫຼາຍ​ທີ່​ຈະ​ມີການປ່ຽນແປງ ຢູ່ໃນ​ໄລ​ຍະ​ໃກ້​ຫາ​ໄລ​ຍະປານກາງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG