ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລິບານ ຈະຮຽກຮ້ອງໃຫ້ສະຫະລັດ ປ່ອຍ​ການ​ກັກຊັບສິນ ​ແລະ​ຍຸ​ຕິການລົງໂທດ


ນາຍຍາມຕາລິບານ ຕິດອາວຸດ ຢືນຢູ່ນອກທະນາຄານ ໃນນະຄອນຫລວງກາບຸນ ອັຟການິສຖານ ວັນທີ 13 ກຸມພາ 2022
ນາຍຍາມຕາລິບານ ຕິດອາວຸດ ຢືນຢູ່ນອກທະນາຄານ ໃນນະຄອນຫລວງກາບຸນ ອັຟການິສຖານ ວັນທີ 13 ກຸມພາ 2022

​ກຸ່ມຕາລິບານ​ໃນອັຟການິສຖານ ກ່າວໃນວັນພະຫັດວານນີ້ວ່າ ການເຈລະຈາກັບສະຫະລັດຂອງເຂົາເຈົ້າ​ໃນ​ໄວໆ​ນີ້ ຈະ​ແນ​ໃສ່​ການຍົກເລີກການລົງໂທດຕໍ່​ອັ​ຟ​ກາ​ນິ​ສ​ຖານ ປ່ອຍການກັກຊັບສິນ​ຂອງທະນາຄານກາງ ແລະລຶບຊື່ບັນດາຜູ້ນຳຕາລິບານ ອອກຈາກອັນທີ່ຮ້ອງວ່າ ບັນຊີດໍາສະຫະປະຊາຊາດ.

ອະດີດຄູ່ປໍລະປັກ 2 ຄົນ ມີກຳນົດທີ່ຈະພົບປະ ຢູ່ນະຄອນຫລວງ ໂດຮາ ຂອງກາຕາ ໃນທ້າຍອາທິດນີ້. ທ່ານທອມ ແວັສ​ທ໌ ຜູ້ຕາງໜ້າພິເສດສະຫະລັດ ​ຮັບ​ຜິດ​ຊອບ​ເລື້ອງອັຟການິສຖານ ຈະນຳພາ​ຄະ​ນະຂອງທ່ານ ພ້ອມດ້ວຍທ່ານນາງ ຣີນາ ອາມີຣີ ທູດພິເສດຮັບ​ຜິດ​ຊອບ​ໃນ​ເລື້ອງແມ່ຍິງ ​ເດັກຍິງ ແລະສິດທິມະນຸດ
ອັ​ຟ​ກາ​ນິ​ສ​ຖານ.

ລັດຖະມົນຕີຕ່າງປະເທດ ທ່ານອາເມຍ ຄານ ມຸດຕາກີ ຈະນຳພາ​ຄະ​ນະຜູ້ແທນຕາລິບານໃນການສົນທະນາກັບພວກເຈົ້າໜ້າທີ່ສະຫະລັດ. ຫ້ອງການຂອງທ່ານ ກ່າວຢູ່ໃນຖະແຫລງການວ່າ “ຢຸດເຊົາການລະເມີດນ່ານຟ້າຂອງອັຟການິສຖານ” ໂດຍສະຫະລັດ ຍັງຈະຢູ່ໃນຫົວ​ຂໍ້ການປະຊຸມ.

ຄະ​ນະ​ຜູ້​ແທນສະຫະລັດ ຈະພົບປະບັນດາຜູ້ແທນຕາລິບານແລະ “ບັນດາຜູ້ຊ່ຽວ ຊານດ້ານການ​ປົກ​ຄອງ​ມື​ອາ​ຊີບ” ຈາກກະຊວງ​ທີ່​ສຳ​ຄັນ​ຕ່າງໆ​ ຂອງອັຟການິສຖານ ທີ່ໂດຮາ ເພື່ອສົນທະນາ “ບັນດາຜົນປະໂຫຍດທີ່ສຳຄັນ” ຢູ່ໃນອັຟການິສຖານ ອີງ​ຕາມກະຊວງຕ່າງປະເທດ ​ທີ່ໄດ້ກ່າວໃນວັນພຸດທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG