ເຈົ້າໜ້າທີ່ໃນພາກຕາເວັນຕົກສຽງໃຕ້ຂອງປາກິສຖານ ກ່າວໃນວັນອາທິດວານນີ້ວ່າ ພວກກະບົດໄດ້ໂຈມຕີຂະບວນລົດຂອງວິສະວະກອນຈີນ ທີ່ເດີນທາງໄປຍັງເມືອງທ່າກວາດາ (Gwadar) ທີ່ຈີນເປັນຜູ້ບໍລິຫານງານ ແຕ່ຊາວຕ່າງປະເທດບໍ່ໄດ້ຮັບອັນຕະລາຍແຕ່ປະການໃດ.
ພວກກະບົດເລີ້ມການດັກສະກັດໂຈມຕີ ດ້ວຍການບີບຄະນວນລະເບີດແຄມທາງໃຫ້ແຕກຂຶ້ນ ກ່ອນເປີດສາກລະດົມຍິງເຂົ້າໃສ່ລົດ “ກັນລູກປືນ” ຫຼາຍໆຄັນ ຊຶ່ງມີລາຍງານວ່າ ຂົນຊາວຈີນ 23 ຄົນຈາກສະໜາມບິນໄປຍັງທ່າເຮືອນ້ຳເລິກຍຸດທະສາດຂອງປາກິສຖານ.
ຕຳຫຼວດ ແລະທະຫານປາກິສຖານຢູ່ໃນເຂດທ້ອງຖິ່ນ ກ່າວວ່າ ການຍິງຕໍ່ສູ້ກັນທີ່ຍັງດຳເນີນຢູ່ໃນເວລາຕໍ່ມາ ກັບກຳລັງຮັກສາຄວາມສະຫງົບທີ່ໃຫ້ການຄຸ້ມຄອງຂະບວນລົດ ໄດ້ສັງຫານ “ຜູ້ກໍ່ການຮ້າຍ” ສອງຄົນ ແລະມີກຳລັງຮັກສາຄວາມສະຫງົບຫຼາຍໆຄົນໄດ້ຮັບບາດເຈັບ.
“ເຫດຮ້າຍໃນຄັ້ງນີ້ ບໍ່ໄດ້ເຮັດໃຫ້ຝ່າຍຈີນ ໄດ້ຮັບບາດເຈັບລົ້ມຕາຍ ແຕ່ປະການໃດ ແລະບັນດາພະນັກງານທີ່ກ່ຽວຂ້ອງໄດ້ຮັບການຄຸ້ມກັນໃຫ້ປອດໄພ” ສະຖານທູດຈີນທີ່ນະຄອນອິສລາມາບັດກ່າວ.
ຖະແຫຼງການຈາກສະຖານທູດຈີນ ຮຽກຮ້ອງໃຫ້ເຈົ້າໜ້າທີ່ປາກິສຖານ ສືບສວນ “ການກໍ່ການຮ້າຍ” ຢ່າງລະອຽດຖີ່ຖ້ວນ ແລະ “ລົງໂທດຢ່າງແຮງ” ຕໍ່ພວກທີ່ຢູ່ເບື້ອງຫຼັງ. ນອກນັ້ນ ຖະແຫຼງການຍັງຮຽກຮ້ອງໃຫ້ລັດຖະບານຂອງປະເທດເຈົ້າພາບເອົາ “ມາດຕະການແບບມີປະສິດທິຜົນ” ເພື່ອຮັບມືກັບເຫດຮ້າຍໃນທຳນອງນີ້ ໃນອະນາຄົດຕໍ່ໜ້າ.