ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ໝັ້ນ​ຄົງ ການ​ຖົກ​ຖຽງໃນການ​ຈ່າຍ​ເງິນ ເປັນ​ອຸ​ບ​ປະ​ສັກ ໃນ​ການ​ລົງ​ທຶນ BRI ຂອງ​ຈີນ ຢູ່ໃນ​ປາ​ກິ​ສ​ຖານ


​ແຟ້ມ - ຜູ້​ໂດຍ​ສານ ຢູ່​ເທິງ​ລົດ​ໄຟ​ເມ​ໂຕ​ຣ ຊຶ່ງ​ມີ​ການ​ວາງ​ແຜນ​ພາຍ​ໃຕ້​ໂຄງ​ການ​ເສັ້ນ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສ​ຖານ ນຶ່ງມື້​ຫຼັງ​ຈາກ​ໄດ້​ມີ​ການ​ເປີດ​ເສັ້ນ​ທາງ​ລົດ​ໄຟ​ດັ່ງ​ກ່າວ ທີ່​ນະ​ຄອນ​ລາ​ຮໍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປາ​ກິ​ສ​ຖານ ວັນ​ທີ 26 ຕຸ​ລາ 2020.
​ແຟ້ມ - ຜູ້​ໂດຍ​ສານ ຢູ່​ເທິງ​ລົດ​ໄຟ​ເມ​ໂຕ​ຣ ຊຶ່ງ​ມີ​ການ​ວາງ​ແຜນ​ພາຍ​ໃຕ້​ໂຄງ​ການ​ເສັ້ນ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສ​ຖານ ນຶ່ງມື້​ຫຼັງ​ຈາກ​ໄດ້​ມີ​ການ​ເປີດ​ເສັ້ນ​ທາງ​ລົດ​ໄຟ​ດັ່ງ​ກ່າວ ທີ່​ນະ​ຄອນ​ລາ​ຮໍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປາ​ກິ​ສ​ຖານ ວັນ​ທີ 26 ຕຸ​ລາ 2020.

ໃນ​ອາ​ທິດນີ້ ຈີນ​ ແລະ​ປາ​ກິ​ສ​ຖານ​ສະ​ຫຼອງວັນ​ຄົບ​ຮອບ 10 ປີ​ໃນ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ ພາຍ​ໃຕ້​ໂຄງ​ການ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທ​າງ​ຂອງ​ປັກ​ກິ່ງ ແຕ່​ຄວາມ​ສ່ຽງ ຕໍ່​ການ​ຕົກ​ເປັນ​ເປົ້າກໍ່​ການ​ຮ້າຍ ຂອງ​ປະ​ຊາ​ຊົນ​ຈີນ​ຢູ່​ໃນ​ປະ​ເທດ ​ເອ​ເຊຍ​ໃຕ້​ດັ່ງ​ກ່າວແລະ​ຄວາມ​ເຫັນ​ແຕກ​ຕ່າງ​ກ່ຽວ​ກັບ​ການ​ຈ່າຍ​ໜີ້​ຄືນພວມ​ກາຍ​ເປັນ​ອຸບ​ປະ​ສັກ​ຂັດ​ຂວາງ ​ຕໍ່​ຄວາມ​ກ້າວ​ໜ້າ​ໃນ​ໂຄງ​ການ​ຮ່ວມ​ທາງ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ແລະ​ພວກ​ທີ່​ຕ້ອງ​ຕິ.

ໂຄງ​ການເສັ້ນ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສ​ຖານ ຫຼື CPEC ​ມູນ​ຄ່າ​ຫຼາຍ​ພັນ​ລ້ານ​ໂດ​ລາ ໄດ້​ມີ​ການ​ນຳ​ສະ​ເໜີ ​ໃນ​ປີ 2013 ແລະ​ໄດ້​ມີ​ການ​ຕັ້ງ​ຊື່​ກັນ ​ຢ່າງວ່ອງ​ໄວ​ວ່າ ເປັນໂຄງ​ການ​ສຳ​ຄັນ​ສຸດຂອງ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ ​ຊຶ່ງ​ຄາດ​ກັນ​ວ່າ​ມັນ​ຈະ​ຫັນ​ປ່ຽນ​ປາ​ກິ​ສ​ຖານ​ໃຫ້​ກາຍ​ເປັນ​ສູນ​ກາງ​ການ​ເຊື່ອມ​ຕໍ່​ທາງ​ດ້ານ​ເສດ​ຖະ​ກິດ​ຢູ່​ໃນ​ຂົງ​ເຂດ.

ການ​ລົງ​ທຶນ​ດັ່ງ​ກ່າວ​ໄດ້​ຊ່ວຍ​ໃຫ້​ອິ​ສ​ລາ​ມາ​ບັດປັບ​ປຸງ​ລະ​ບົບ​ການ​ຂົນ​ສົ່ງ​ແຫ່ງ​ຊາດ​ທີ່​ອ່ອນ​ເພຍ​ເປ້ຍ​ຫຼ່ອຍ​ ແລະ​ພາກ​ສ່ວນ​ໄຟ​ຟ້າ ແລະ​ສ້າງ​ເສັ້ນ​ທາງ​ການ​ຄ້າ​ເຊື່ອມ​ຕໍ່​ກັບ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ ໄປ​ຍັງ​ທ່າ​ເຮືອ​ນ້ຳ​ເລິກ​ຍຸດ​ທະ​ສາດ ກວາ​ດາ (Gwadar) ຂອງ​ປາ​ກິ​ສ​ຖານ ທີ່​ຕັ້ງ​ຢູ່​ແຄມ​ທະ​ເລ​ອາ​ຣັບ.

ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ ກ່າວ​ວ່າ ໂຄງ​ການ​ດັ່ງ​ກ່າວ ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ເກືອບ 200,000 ໜ້າ​ວຽກ ດ້ວຍ​ການ​ສ້າງ​ຖະ​ໜົນ​ຫົນ​ທາງ​ທີ່​ຍາວ 1,400 ກິ​ໂລ​ແມັດ ແລະ​ເພີ້ມ​ພະ​ລັງ​ງານ​ໄຟ​ຟ້າ​ໃຫ້​ແກ່​ຕາ​ຂ່າຍ​ແຫ່ງ​ຊາດ 8,000 ເມ​ກາ​ວັດ​ ຊຶ່ງ​ເຮັດ​ໃຫ້​ການ​ມີ​ໄຟ​ຟ້າ​ໃຊ້​ບໍ່​ພ​ຽງ​ພໍ​ຢູ່​ໃນ​ປະ​ເທດ​ທີ່​ປະ​ຊາ​ກອນ 230 ລ້ານ​ຄົນ​ດັ່ງ​ກ່າວ​ສິ້ນ​ສຸດ​ລົງ. ການ​ຕັດ​ໄຟ​ຟ້າ​ໃຊ້​ແບບ​ແກ່​ຍາວ​ໄດ້​ເຮັດ​ໃຫ້​ກິດ​ຈະ​ກຳ​ທາງ​ດ້ານ​ເສ​ດ​ຖະ​ກິດ​ເປັນ​ອຳ​ມະ​ພາດ​ແລະ​ບ່ອນ​ທຳ​ລາຍ​ຕໍ່​ການ​ຜະ​ລິດ​ທາງ​ດ້ານ​ອຸດ​ສາ​ຫະ​ກຳ.

ເຈົ້າ​ໜ້າ​ທີ່​ຢູ່​ໃນ​ປະ​ເທດ​ທັງ​ສອງ​ກ່າວ​ວ່າ ໂຄງ​ການ CPEC ໄດ້​ດຶງ​ດູດ​ເອົາ​ກ​ານ​ລົງ​ທຶນ​ໂດຍ​ກົງ​ຈາກ​ຈີນ​ຫຼາຍກວ່າ 25 ຕື້​ໂດ​ລາ ຊຶ່ງ​ຄາດ​ວ່າ​ຈະ​ເພີ້ມ​ຂຶ້ນ​ເປັນ 62 ຕື້​ໂດ​ລາ​ໃນ​ປີ 2030 ເວ​ລາ​ໂຄງ​ການ​ຕ່າງໆ​ຂອງ CPEC ຮວມ​ທັງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຫຼາຍໆ​ບ່ອນ ມີ​ກຳ​ນົດ​ເວ​ລາ​ຈະ​ແລ້ວ​ສຳ​ເລັດ​ເສັດ​ສິ້ນ​ນັ້ນ.

​ອ່ານ​ຂ່າວນີ້​ຕື່ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG