ການພັດທະນາຂະແຫນງພະລັງງານຂອງລາວສ່ວນຫຼາຍແມ່ນຄວບຄຸມໂດຍກຸ່ມທຶນຈີນ ໂດຍສະເພາະແມ່ນວິສາຫະກິດສາຍສົ່ງໄຟຟ້າແຫ່ງຊາດລາວ ທີ່ຈີນມີສິດອຳນາດໃນການເກັບເອົາຜົນປະໂຫຍດສ່ວນໃຫຍ່ນັ້ນ ຊົງຣິດ ໂພນເງິນ ມີລາຍງານຈາກ ບາງກອກ.
ນັກທຸລະກິດດ້ານພະລັງງານຂອງໄທ ໃຫ້ທັດສະນະວ່າ ອະນາຄົດຂອງການພັດທະນາດ້ານພະລັງງານຂອງລາວ ໄດ້ຕົກຢູ່ພາຍໃຕ້ການຄວບຄຸມຂອງກຸ່ມບໍລິສັດຈາກຈີນ ເປັນສ່ວນໃຫຍ່ແລ້ວ ໃນປັດຈຸບັນນີ້ ໂດຍສະເພາະການສ້າງຕັ້ງ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ທີ່ຮ່ວມລົງທຶນລະຫວ່າງລັດວິສາຫະກິດໄຟຟ້າລາວ (EDL) ກັບ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ໂດຍມີເປ້າໝາຍທີ່ຈະພັດທະນາລະບົບສາຍສົ່ງໄຟຟ້າແຮງສູງຂະໜາດ 500 KV ທີ່ທັນສະໄໝ ທີ່ເຊື່ອມຕໍ່ລາວກັບແຂວງຢຸນນານຂອງຈີນນັ້ນ ກໍຄືເປົ້າໝາຍທີ່ແນ່ໃສ່ການເຊື່ອມຕໍ່ເພື່ອສົ່ງພະລັງງານໄຟຟ້າຂາຍໃຫ້ກັບປະເທດສະມາຊິກຂອງອາຊຽນໃນອະນາຄົດ ຊຶ່ງເຫັນໄດ້ຈາກການທີ່ ບໍລິສັດ China Datang Oversea Investment ກັບ ບໍລິສັດ Gulf Energy Development ມະຫາຊົນຂອງໄທ ໄດ້ຮ່ວມລົງທຶນກໍ່ສ້າງເຂື່ອນປາກແບງ ເທິງແມ່ນໍ້າຂອງໃນລາວ ເພື່ອຈະສົ່ງໄຟຟ້າຂາຍໃຫ້ໄທ ອັນເປັນສ່ວນໜຶ່ງໃນສັນຍາຊື້-ຂາຍໄຟຟ້າ (PPA) ຈາກລາວຈໍານວນ 10,500 ເມກາວັດ ທັ້ງຍັງເຮັດໃຫ້ກຸ່ມລົງທຶນໃນໂຄງການສາມາດກູ້ຢືມເງິນຈາກສະຖາບັນການເງິນຕ່າງໆໃນປະເທດໄທ ໄດ້ດ້ວຍນັ້ນ ກໍຍິ່ງເປັນການທີ່ຍັ້ງຍືນວ່າ ຈີນໄດ້ຄວບຄຸມທຸລະກິດໃນຂະແຫນງພະລັງງານຂອງລາວໄດ້ຢ່າງສົມບູນແລ້ວ ດັ່ງທີ່ນັກທຸລະກິດດ້ານພະລັງງານຂອງໄທ ໄດ້ໃຫ້ການອະທິບາຍວ່າ “ທີ່ຈິງແລ້ວ ໃນປັດຈຸບັນນີ້ ລາວເປັນປະເທດຈີນໄປແລ້ວ ເພາະວ່າ ລັດຖະບານລາວມີຫນີ້ສິນຫຼາຍເກີນໄປ ແລ້ວກະບໍ່ມີເງິນຈ່າຍຄືນ ແລະເຈົ້າໜີ້ລາຍໃຫຍ່ທີ່ສຸດຂອງລາວ ກໍແມ່ນຈີນ ເພາະສະນັ້ນ ບໍ່ວ່າເຈົ້າຈະມັກ ຫຼືບໍ່ມັກກໍຕາມ ເຈົ້າກໍຕ້ອງຍອມຮັບວ່າ ຈີນໃນປັດຈຸບັນຈະເປັນຜູ້ສ້າງເຂື່ອນໃຫ້ລາວ ແຕ່ວ່າ ໃນເວລາດຽວກັນ ຈີນຍັງເປັນຜູ້ນຳໃຊ້ປະໂຫຍດຂອງລາວດ້ວຍ ຫມາຍຄວາມວ່າ ຈີນສາມາດໄດ້ຮັບໂຄງການຕ່າງໆ ຢ່າງງ່າຍດາຍ ເພາະຈີນມີຄວາມຮູ້ທາງເຕັກນິກ ແລະຈີນກໍຍັງຮ່ວມທຶນກັບບໍລິສັດ GULF ຂອງໄທດ້ວຍ ຈຶ່ງເຮັດໃຫ້ໄດ້ຮັບສັນຍາທີ່ໄທຈະຊື້ໄຟຟ້າຈາກລາວດ້ວຍ ຊຶ່ງສາມາດຈະກ່າວໄດ້ວ່າ ເປັນສະຖານະການທີ່ທຸກຝ່າຍໄດ້ຮັບຜົນປະໂຫຍດນັ່ນເອງ."
ທັ້ງນີ້ ການລົງນາມໃນສັນຍາຊື້-ຂາຍ ພະລັງງານໄຟຟ້າຂອງໂຄງການເຂື່ອນປາກແບງ ໄດ້ມີຂຶ້ນຢ່າງເປັນທາງການໃນທ້າຍເດືອນກັນຍາ 2023 ໂດຍໄດ້ລົງນາມລະຫວ່າງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ເປັນຜູ້ຊື້ ກັບ ກຸ່ມບໍລິສັດ China Datang Oversea Investment ຈາກຈີນ ເປັນຜູ້ຂາຍ ແລະຜູ້ລົງທຶນໃນການກໍ່ສ້າງເຂື່ອນປາກແບງ ທີ່ມີກໍາລັງຕິດຕັ້ງ 912 MW ໂດຍສັນຍາມີໄລຍະເວລາ 29 ປີ ນັບຈາກປີ 2033 ແລະກໍານົດລາຄາຊື້-ຂາຍໄຟຟ້າໃນອັດຕາສະເລ່ຍ 2.7129 ບາດຕໍ່ກິໂລວັດ/ຊົ່ວໂມງ ແຕ່ຂໍ້ຕົກລົງດັ່ງກ່າວກຳລັງຈະຖືກທົບທວນ ໂດຍຄະນະກຳມາທິການສິດທິມະນຸດແຫ່ງຊາດໄທ ໃນໄວໆນີ້ ເນື່ອງຈາກເຫັນວ່າ ເປັນຂໍ້ຕົກລົງທີ່ບໍ່ໄດ້ຕອບສະໜອງຂໍ້ມູນໃຫ້ປະຊາຊົນໄທ ຢ່າງພຽງພໍ ຈຶ່ງເປັນການກະທຳທີ່ລະເມີດຕໍ່ລັດຖະທຳມະນູນຂອງໄທ ດັ່ງທີ່ສະມາຊິກຂອງຄະນະກໍາມະການສິດທິມະນຸດແຫ່ງຊາດໄທ ໄດ້ໃຫ້ການຢືນຢັນວ່າ “ລັດຈະວາງແຜນໃຫ້ລາວນີ້ ໄປມີຜົນກະທົບຕໍ່ປະຊາຊົນໃນທ້ອງຖິ່ນແລະປະຊາຊົນໄທ ໃນເຂດດັ່ງກ່າວ ກໍ່ຕ້ອງໄດ້ຮັບຮູ້ຂໍ້ມູນ ເພາະພວກເຮົາມີລັດຖະທັມມະນູນທີ່ຮັບຮອງສິດ ໃນການເຂົ້າເຖິງຂໍ້ມູນ ຂ່າວສານ ສິດໃນການເຂົ້າຮ່ວມໃນການພິຈາລະນາໂຄງການ ແລະສິດທີ່ຈະໄດ້ຮັບຂໍ້ມູນສໍາຄັນກ່ຽວກັບຜົນກະທົບໃດໆ ພວກເຮົາຈະເຮັດແນວໃດ? ອັນນີ້ ພວກເຂົາເຈົ້າຕ້ອງຮູ້ກ່ອນທີ່ຈະພັດທະນາໂຄງການ ອັນນີ້ແມ່ນຈຸດທີ່ຈະກວດສອບ ແລ້ວກໍ່ມີແຜນການທີ່ຈະດຳເນີນການພິຈາລະນາສາທາລະນະທີ່ກ່ຽວກັບແຜນການສຳຮອງໄຟຟ້າດ້ວຍ.”
ໂຄງການເຂື່ອນປາກແບງ ຈະໃຊ້ເງິນທຶນກໍ່ສ້າງທັງໝົດປະມານ 100,000 ລ້ານບາດ ໂດຍເປັນການຮ່ວມທຶນລະຫວ່າງ ບໍລິສັດ Datang Oversea Investment ຈາກຈີນ ກັບບໍລິສັດ Gulf Energy Development ຈາກໄທ ໃນສັດສ່ວນ 51% ຕໍ່ 49% ຕາມລຳດັບ.
ຟໍຣັມສະແດງຄວາມຄິດເຫັນ