ນາຍົກລັດຖະມົນຕີລາວ ຮຽກຮ້ອງຕໍ່ລັດຖະບານໄທ ເພື່ອອະນຸຍາດໃຫ້ລາວ ເພີ້ມການສົ່ງອອກພະລັງງານໄຟຟ້າຜ່ານໄທ ໄປຂາຍໃຫ້ສິງກະໂປ ຫາກແຕ່ກໍຍັງບໍ່ມີທ່າທີຕອບສະໜອງຈາກລັດຖະບານໄທ ແຕ່ຢ່າງໃດ.
ການຮຽກຮ້ອງຕໍ່ລັດຖະບານໄທ ເພື່ອຂໍໃຫ້ຕົກລົງ ແລະອະນຸຍາດໃຫ້ລັດຖະບານລາວ ສາມາດທີ່ຈະສົ່ງກະແສໄຟຟ້າຜ່ານໄທ ໄປຂາຍໃຫ້ກັບສິງກະໂປເພີ້ມຂຶ້ນນີ້ ໄດ້ມີຂຶ້ນໃນໂອກາດການເດີນທາງໄປຢ້ຽມຢາມປະເທດໄທ ຢ່າງເປັນທາງການ ໂດຍ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເມື່ອທ້າຍເດືອນກຸມພາ 2025 ທັ້ງນີ້ ກໍຍ້ອນວ່າ ລັດຖະບານສິງກະໂປ ຕ້ອງການຈະນຳເຂົ້າກະແສໄຟຟ້າຈາກລາວ ເພີ້ມຂຶ້ນເປັນສອງເທົ່າ ໃນປີ 2026 ຫາກແຕ່ພາຍໃຕ້ຂໍ້ຕົກລົງລະຫວ່າງ ລາວ-ໄທ-ມາເລເຊຍ-ສິງກະໂປ ນັບແຕ່ປີ 2023 ເປັນຕົ້ນໄປ ລັດຖະບານໄທ ໄດ້ຕົກລົງໃຫ້ລາວສົ່ງກະແສໄຟຟ້າຜ່ານລະບົບສາຍສົ່ງຂອງໄທ ໄປສິງກະໂປໄດ້ພຽງ 100 ເມກາວັດ ແຕ່ເມື່ອລາວ ກັບສິງກະໂປຕ້ອງການທີ່ຈະເພີ້ມການສົ່ງກະແສໄຟຟ້າ ຈຶ່ງຈະຕ້ອງມີການເຮັດຂໍ້ຕົກລົງໃໝ່ດ້ວຍ ແຕ່ລັດຖະບານລາວ ຄາດຫວັງວ່າ ຈະໄດ້ຮັບການຕອບສະໜອງຈາກລັດຖະບານໄທດັ່ງທີ່ ທ່ານສອນໄຊ ໄດ້ຢືນຢັນໃນໂອກາດຖະແຫລງຂ່າວຮ່ວມກັນກັບ ທ່ານນາງແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ທີ່ບາງກອກ ເມື່ອບໍ່ນານມານີ້ ວ່າ “ຂ້າພະເຈົ້າເອງ ກະໄດ້ສະເໜີໃຫ້ລັດຖະບານໄທພິຈາລະນາໂຄງການເຊື່ອມຕໍ່ຕາຂ່າຍໄຟຟ້າ ລາວ-ໄທ-ມາເລເຊຍ-ສິງກະໂປ ໄລຍະທີ 2 ເຊິ່ງເປັນສ່ວນໜຶ່ງຂອງການເຊື່ອມຕໍ່ພະລັງງານອາຊຽນ ໂດຍ 4 ຝ່າຍກໍ່ໄດ້ມີຖະແຫຼງການຮ່ວມ ໃນປີ 2023 ເປັນຕ້ນມາ ແລະໂຄງການນີ້ ກໍ່ຈະເປັນຕົວຢ່າງທີ່ດີ ຊຶ່ງການຈັດຕັ້ງປະຕິບັດ 1 ປີທີ່ຜ່ານມາ ເຫັນວ່າ ໄດ້ມີໝາກຜົນການຕອບສະໜອງພະລັງງານສະອາດໃຫ້ບັນດາປະເທດສະມາຊິກອາຊຽນດ້ວຍກັນ ສະນັ້ນການຂະຫຍາຍໂຄງການໄລຍະທີ 2 ກໍ່ຈະເປັນການສະໜັບສະໜຸນຄວາມເປັນປຶກແຜ່ນຂອງອາຊຽນ.”
ແຕ່ຢ່າງໃດກໍຕາມ ລັດຖະບານໄທ ກໍ່ຍັງບໍ່ມີທ່າທີໃດໆ ຕໍ່ການຮຽກຮ້ອງດັ່ງກ່າວຂອງຜູ້ນຳລັດຖະບານລາວ ແຕ່ວ່າ ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທຄົນກ່ອນກໍ່ເຄີຍໄດ້ປະຕິເສດຕໍ່ການຮຽກຮ້ອງຂອງ ທ່ານສອນໄຊ ມາແລ້ວຄັ້ງໜຶ່ງ ໂດຍໄດ້ໃຫ້ເຫດຜົນວ່າ ການສົ່ງກະແສໄຟຟ້າເປັນເລື້ອງຜົນປະໂຫຍດທາງທຸລະກິດ ຈຶ່ງຈະຕ້ອງຕົກລົງກັນ ດ້ວຍການໃຫ້ຄວາມສຳຄັນກັບຜົນປະໂຫຍດທາງທຸລະກິດເປັນດ້ານຫຼັກ ໝາຍຄວາມວ່າ ລາວຕ້ອງຂາຍກະແສໄຟຟ້າໃຫ້ກັບໄທເທົ່ານັ້ນ ແລະໄທຈະເປັນຜູ້ສົ່ງໄຟຟ້າຈາກລາວໄປຂາຍໃຫ້ສິງກະໂປ ດັ່ງທີ່ ທ່ານເສດຖາ ຢືນຢັນໃນຖານະນາຍົກລັດຖະມົນຕີໄທ ວ່າ "ທ່ານຜູ້ນໍາລາວ ຖາມມາວ່າ ຂໍອະນຸຍາດຂາຍໄຟຟ້າສະອາດໄປໃຫ້ສິງກະໂປ ຂ້າພະເຈົ້າບອກວ່າ ບໍ່ໄດ້ ຂ້າພະເຈົ້າບໍ່ອະນຸຍາດ ຂ້າພະເຈົ້າບໍ່ໃຫ້ຂາຍ ຖ້າຫາກຕ້ອງການຈະຂາຍ ກໍຂາຍໃຫ້ພວກເຮົາ ເຮົາຊື້ໝົດ ເພາະພະລັງງານສະອາດແມ່ນຈຸດໝາຍທີ່ເຮົາຈະກ້າວໄປຂ້າງຫນ້າ ຈຸດແຂງຂອງປະເທດໄທ ຄືເຮົາມີພື້ນທີ່ກວ້າງໃຫຍ່ ພວກເຮົາມີຊັບພະຍາກອນ ແລະສໍາຄັນທີ່ສຸດ ກໍຄືພວກເຮົາມີສາຍສົ່ງທີ່ພ້ອມ ປະເທດສິງກະໂປເອງ ເຂົາກໍ່ຕ້ອງການໄຟຟ້າສະອາດ ແຕ່ວ່າ ເຂົາບໍ່ສາມາດພັດທະນາໄດ້ ພວກເຂົາຕ້ອງຊື້ຈາກເຂດອ້ອມຂ້າງ ຊຶ່ງໄທກໍ່ສາມາດເປັນຜູ້ຂາຍໄຟຟ້າສະອາດໃຫ້ເຂົາໄດ້ ເລື້ອງນີ້ ກະພິຖີພິຖັນໜ້ອຍໜຶ່ງໃນດ້ານການພົວພັນລະຫວ່າງປະເທດ ແຕ່ວ່າໃນແງ່ຂອງການແຂ່ງຂັນນັ້ນ ກໍຕ້ອງຍອມຮັບວ່າມີການແຂ່ງຂັນກັນສູງຫຼາຍ.”
ສ່ວນເຈົ້າໜ້າທີ່ໃນຄະນະກຳມະການສິດທິມະນຸດແຫ່ງຊາດໄທ ເປີດເຜີຍວ່າ ຄະນະກຳມະການສິດທິມະນຸດແຫ່ງຊາດໄທ ໄດ້ຍື່ນຈົດໝາຍເຖິງລັດຖະບານໄທ ເພື່ອຂໍໃຫ້ທົບທວນຄືນຂໍ້ຕົກລົງໃນການຊື້ໄຟຟ້າຈາກລາວ ເມື່ອບໍ່ນານມານີ້ ໂດຍສະເພາະແມ່ນການຂໍໃຫ້ທົບທວນຄືນຂໍ້ຕົກລົງໃນການຊື້ກະແສໄຟຟ້າຈາກໂຄງການເຂື່ອນໄຟຟ້າທີ່ຈະກໍ່ສ້າງຢູ່ເທິງແນວແມ່ນ້ຳຂອງໃນລາວນັ້ນ ເພາະເຫັນວ່າ ການສຶກສາສຳຫຼວດເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ບໍ່ໄດ້ມາດຕະຖານສາກົນ ທັ້ງປະກົດດ້ວຍວ່າ ຂໍ້ຕົກລົງການຊື້ໄຟຟ້າຈາກໂຄງການເຂື່ອນຕ່າງໆໃນລາວ ບໍ່ໄດ້ໃຫ້ຂໍ້ມູນຢ່າງຄົບຖ້ວນແກ່ປະຊາຊົນໄທ ຈຶ່ງເຮັດໃຫ້ເກີດຄວາມກັງວົນໃຈວ່າ ການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງໃນລາວ ມັນຈະມີຜົນກະທົບທີ່ຂ້າມຊາຍແດນຈາກລາວໄປປະເທດໄທ ຈຶ່ງຖືວ່າ ເປັນການລະເມີດສິດຕາມລັດຖະທຳມະນູນຂອງພົນລະເມືອງໄທ ດ້ວຍນັ້ນເອງ.
ຟໍຣັມສະແດງຄວາມຄິດເຫັນ