ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດໄດ້ແຕກຂຶ້ນຢູ່ໃນວັດອິສລາມ ແຫ່ງນຶ່ງໃນ​ຂະ​ນະ​ທີ່​ມີ​ພິ​ທີ​ໄວ້​ອາ​ໄລ​ ແກ່ດ​ວງວິນ​ຍານຂອງ​ ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ


ແຜນ​ທີ່ແຂວງບາດັກຊານ (Badakhshan) ໃນ​ອັ​ຟ​ຫາ​ນິ​ສ​ຖານ
ແຜນ​ທີ່ແຂວງບາດັກຊານ (Badakhshan) ໃນ​ອັ​ຟ​ຫາ​ນິ​ສ​ຖານ

ລະ​ເບີດ​ໄດ້​ແຕກ​ຂຶ້ນ​ຢູ່​ໃນ​ວັດອິ​ສ​ລາມແຫ່ງ​ນຶ່ງ​ໃນ​ແຂວງບາ​ດັກ​ຊານ (Badakhshan) ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ອັຟກາ​ນິສຖານ ໃນ​ວັນ​ພະ​ຫັດ​ວານນີ້​ໃນ​ໄລ​ຍະ​ທີ່ມີ​ພິທີ​ໄວ້​ອາ​ໄລ​ເຖິງດວງວິນ​ຍານ​ຮອງ​ເຈົ້າ​ແຂວງຕາ​ລີ​ບານ ທີ່ຖືກ​ສັງຫານ​ຢູ່ໃນ​ການ​ໂຈມ​ຕີ​ຂອງ​ກຸ່ມ​ລັດ​ອິສລາມ​ໃນ​ອາທິດ​ນີ້.

ກະຊວງ​ພາຍ​ໃນ​ອັຟກາ​ນິສຖານ ​ທີ່​ນຳພາ​ໂດຍກຸ່ມ​ຕາ​ລີ​ບານກ່າວຢູ່​ໃນ​ທວີດ​ເຕີ​ວ່າ ​ເຫດ​ລະ​ເບີດ​ທີ່​ເມືອງເຟ​ສ​ຊາ​ບາດ ໄດ້​ສັງຫານ​ຜູ້ໄປ​ນະມັດສະການ​ຢ່າງ​ໜ້ອຍ 11 ຄົນ ​ແລະ​ບາດ​ເຈັບ​ອີກ 30 ຄົນ. ທ່ານມົວ​ຊັດ​ດິນ ອາ​ມາ​ດີ (Moazuddin Ahmadi), ຫົວໜ້າ​ຫ້ອງການ​ຖະ​ແຫລງ​ຂ່າວ​ຂອງ​ແຂວງ ກ່າວ​ຕໍ່​ວີ​ໂອ​ເອ ​ທາງ​ໂທລະສັບ​ວ່າ ອະ ດີດ​ຜູ້​ບັນຊາ​ການ​ຕຳຫຼວດ​ຂອງ​ກຸ່ມ​ຕາ​ລິ​ບານ​ຄົນ​ນຶ່ງ​ ຂອງ​ແຂວງແບັກ​ລານ ຢູ່ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ນັ້ນ ກໍ​ນອນ​ຢູ່​ໃນ​ພວກ​ທີ່​ເສຍ​ຊີວິດ​ເຊັ່ນ​ກັນ.

ບັນດາ​ຜູ້​ເຫັນ​ເຫດການ​ລາຍ​ງານ​ວ່າ ​ເຫດ​ລະ​ເບີດ​ທີ່​ມີ​ພະລັງ​ແຮງ​ໄດ້​ເຮັດ​ໃຫ້​ມີຜູ້ບາດ​ເຈັບ ແລະ​ເສຍ​ຊີວິດ​ຫຼາຍ​ຄົນຢູ່​ພາຍ​ໃນ​ວັດ​ອິ​ສ​ລາມ​ທີ່​ແອ​ອັດ ຊຶ່ງ​ມີ​ຄວາມ​ຢ້ານ​ກົວ​ວ່າ​ຈຳ​ນວນ​ຜູ້​ເສຍ​ຊີວິດຈະ​ສູງ​ຂຶ້ນ.

ຊ່ອງ​ຂ່າວໂທ​ໂລ (TOLO) ທີ່​ເປັນ​ຊ່ອງ​ຂ່າວ​ຫລັກຂອງ​ອັຟກາ​ນິສຖານ​ລາຍ​ງານ​ວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 15 ຄົນ ​ແລະ​ຜູ້​ບາດ​ເຈັບ​ປະມານ 50 ຄົນທີ່​ໄດ້​ຖືກ​ນຳ​ໄປ​ໂຮງໝໍ​ໃຫຍ່​ໃນ​ເມືອງເຟ​ສ​ຊາ​ບາດ.

ໃນວັນອັງຄານຜ່​ນາ​ມາ, ຮອງເຈົ້າເມືອງແບກ​ດາ​ຊານ, ທ່ານມອ​ລ​ວີ ນີ​ຊາ ອາ​ມາດ ອາ​ມາ​ດີ (Molvi Nisar Ahmad Ahmadi) ກໍາລັງນັ່ງ​ລົດໄປ ເຮັດວຽກໃນແຂວງ ເຟ​ສ​ຊາ​ບາດເມື່ອຜູ້ວາງລະເບີດສະຫລະຊີບໄດ້ເອົາລົດທີ່ບັນຈຸລະເບີດແລ່ນ​ໄປ​ຕຳໃສ່ ລົດຂອງທ່ານ. ​ເຫດ​ລະ​ເບີດ​ຄັ້ງ​ນີ້​ໄດ້​ສັງຫານ​ທ່ານ ອາ​ມາ​ດີ ​ແລະ​ຄົນ​ຂັບ​ລົດ​ຂອງ​ທ່ານ ​ໃນ​ຂະນະ​ທີ່ 10 ຄົນ​ໄດ້​ຮັບ​ບາດ​ເຈັບ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG