ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຄວາມທີ່ອ້າງວ່າເປັນແຈ້ງການລັບພາຍໃນ ສະແດງໃຫ້ເຫັນຄວາມບໍ່ພໍໃຈຂອງ ສະຫະລັດ ຕໍ່ ທ່ານ ອິມຣານ ຄານ


ແຟ້ມພາບ - ອະດີດນາຍົກລັດຖະມົນຕີປາກິສຖານ ທ່ານ ອິມຣານ ຄານ (Imran Khan) ໂອ້ລົມກັບນັກຂ່າວກ່ຽວກັບ ສະຖານະການທາງການເມືອງໃນປັດຈຸບັນ ແລະ ຄະດີຄວາມທີ່ກຳລັງດຳເນີນຢູ່ຕໍ່ທ່ານ ຢູ່ທີ່ເຮືອນພັກຂອງທ່ານ ໃນເມືອງລະຮໍ (Lahore) ປາກິສຖານ ວັນທີ 3 ສິງຫາ 2023
ແຟ້ມພາບ - ອະດີດນາຍົກລັດຖະມົນຕີປາກິສຖານ ທ່ານ ອິມຣານ ຄານ (Imran Khan) ໂອ້ລົມກັບນັກຂ່າວກ່ຽວກັບ ສະຖານະການທາງການເມືອງໃນປັດຈຸບັນ ແລະ ຄະດີຄວາມທີ່ກຳລັງດຳເນີນຢູ່ຕໍ່ທ່ານ ຢູ່ທີ່ເຮືອນພັກຂອງທ່ານ ໃນເມືອງລະຮໍ (Lahore) ປາກິສຖານ ວັນທີ 3 ສິງຫາ 2023

ສະຫະລັດ ກ່າວໃນວັນພຸດວານນີ້ວ່າ ຕົນໄດ້ຄັດຄ້ານຕໍ່ການຢ້ຽມຢາມຣັດເຊຍ ໃນປີທີ່ຜ່ານມາຂອງນາຍົກລັດຖະມົນຕີປາກິສຖານໃນຂະນະນັ້ນ ທ່ານ ອິມຣານ ຄານ (Imran Khan) ທັງເປັນການສ່ວນຕົວ ແລະ ເປີດເຜີຍ ແຕ່ໄດ້ປະຕິເສດການ ກ່າວຫາທີ່ວ່າ ວໍຊິງຕັນ ໄດ້ມີບົດບາດໃນການປົດທ່ານອອກຈາກອຳນາດ ໃນອາທິດຕໍ່ມາ.

ໂຄສົກກະຊວງການຕ່າງປະເທດ ທ່ານ ແມັດທິວ ມີລເລີ (Mathew Miller) ໄດ້ໃຫ້ຄວາມເຫັນເພື່ອຕອບໂຕ້ຕໍ່ (ແຈ້ງການພາຍໃນ) ທາງການທູດຂອງ ປາກິສຖານ ທີ່ຖືກກ່າວຫາ ເຊິ່ງຮູ້ຈັກກັນເປັນການພາຍໃນວ່າ ເປັນລະຫັດລັບ, ບັນທຶກການປະຊຸມ ເມື່ອວັນທີ 7 ມີນາ 2022, ລະຫວ່າງເຈົ້າໜ້າທີ່ອາເມຣິກັນ 2 ທ່ານ ແລະ ທ່ານ ອາຊາດ ມາຈີດ ຄານ (Asad Majeed Khan) ເອກອັກຄະລັດຖະທູດ ສະຫະລັດ ປະຈຳນະຄອນອິສລາມາບັດ ໃນຂະນະນັ້ນ.

ອົງ​ການ​ຂ່າວ The Intercept ຂອງອາເມຣິກາ ໄດ້ເຜີຍແຜ່ເປັນຄັ້ງທຳອິດ ໃນວັນພຸດວ່າ ຂໍ້ຄວາມຂອງລະຫັດລັບ, ເຊິ່ງທ່ານ ອິມຣານ ຄານ (Imran Khan) ໄດ້ຖືເປັນຫຼັກຖານການກ່າວອ້າງຂອງທ່ານມາດົນນານແລ້ວວ່າ ຄວາມພ່າຍແພ້ຂອງທ່ານ ໃນຍັດຕິບໍ່ໄວ້ວາງໃຈໃນສະພາແຫ່ງ​ຊາດນັ້ນ ແມ່ນຖືກ​ຈັດ​ການໂດຍວໍຊິງຕັນ.

ອີງຕາມ​ເອກະສານແຈ້ງຂອງເອກອັກຄະລັດຖະທູດ ຄານ ​ແຈ້ງວ່າ, ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ໃນ​ກອງ​ປະຊຸມ​ໄດ້ສະໜັບສະໜຸນ ​ໃຫ້​ທ່ານ​ກ່າວ​ຕໍ່​ກອງທັບ ​ທີ່​ມີ​ອຳນາດ​ຂອງ​ປາ​ກິ​ສຖານ ​ວ່າຖ້າ ທ່ານຄານ (Khan) ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງຍ້ອນ​ຄວາມ​ເປັນ​ກາງ​ຂອງ​ທ່ານ ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ຢູເຄຣນ ຂອງຣັດເຊຍ, ອິສລາມາບັດ (Islamabad) ສາ​ມາດ​ຄາດວ່າຈະ​ມີ​ການ​ພົວພັນ​ທີ່​ອົບ​ອຸ່ນ​ຂຶ້ນ​ກັບ​ ວໍ​ຊິງ​ຕັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG