ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ກຸ່ມ​ຕ​າ​ລີ​ບານ ຍົກ​ເລີກ​ການ​ຫ້າມ ທີ່​ບໍ່​ເປັນ​ທຳ ດ້ານ​ການ​ສຶກ​ສາ ​ຕໍ່​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ


ແຟ້ມ - ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ໄປ​ໂຮງ​ຮຽນ​ສອນ​ສາ​ສະ​ໜາ ຊຶ່ງ​ຍັງ​ສືບ​ຕໍ່​ເປິດກວ້າງ ຫຼັງ​ຈາກ​ກຸ່ມ​ຕາ​ລີ​ບານ​ເຂົ້າ​ກຳ​ອຳ​ນາດ ເມື່ອ​ສອງ​ປີກວ່າ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 11 ສິງ​ຫາ 2022.
ແຟ້ມ - ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ໄປ​ໂຮງ​ຮຽນ​ສອນ​ສາ​ສະ​ໜາ ຊຶ່ງ​ຍັງ​ສືບ​ຕໍ່​ເປິດກວ້າງ ຫຼັງ​ຈາກ​ກຸ່ມ​ຕາ​ລີ​ບານ​ເຂົ້າ​ກຳ​ອຳ​ນາດ ເມື່ອ​ສອງ​ປີກວ່າ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 11 ສິງ​ຫາ 2022.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ວັນ​ຈັນ​ວານນີ້ ໄດ້​ຮຽກ​ຮ້ອງ​ອີກ​ຄັ້ງ​ໃໝ່​ ໃຫ້​ກຸ່ມ​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ ອະ​ນຸ​ຍາດ​ໃຫ້​ພວກເດັກ​ຍິງໄວ​ລຸ້ນ​ ໄດ້​ເຂົ້າ​ຮຽນ​ໃນ​ຂັ້ນ​ມັດ​ທະ​ຍົມ​ປາຍ.

“ນີ້​ແມ່ນ​ການ​ລ່ວງ​ລະ​ເມີດແບບ​ບໍ່​ມີ​ເຫດ​ຜົນ​ຕໍ່​ສິດ​ທິ​ມະ​ນຸດ ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃນ​ໄລ​ຍະ​ຍາວ​ຕໍ່​ປະ​ເທດທັງ​ໝົດ​ໂດຍ​ລວມ” ທ່ານ​ອານ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ກ່າວ​ຢູ່​ໃນ​ X ຊຶ່ງ​ເມື່ອ​ກ່ອນ ​ຮູ້​ກັນ​ໃນ​ຊື່​ທວີດ​ເຕີ້ນັ້ນ. “ພວກ​ເດັກ​ຍິງ​ຄວນ​ໄດ້​ຮັບ​ການ​ສຶກ​ສາ. ຈົ່ງ​ປ່ອຍ​ໃຫ້​ພວກ​ເຂົາ​ ກັບ​ຄືນ​ເຂົ້າ​ຮຽນ” ທ່ານ​ກ່າວ​ເພີ້ມ​ຕື່ມ. ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ ມີ​ຂຶ້ນ​ສອງ​ປີ​ນັບ​ແຕ່​ພວກ​ຕີ​ບານ​ໄດ້​ຫ້າມ​ບໍ່​ໃຫ້​ພວກ​ເດັກ​ຍິງ​ເຂົ້າ​ຮຽນ.

ກຸ່ມ​ຕາ​ລີ​ບານ​ໄດ້​ເຂົ້າ​ຢຶດ​ອຳ​ນາດ​ຈາກ​ລັດ​ຖະ​ບານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ໂດຍ​ນາໆ​ຊາດ​ໃນ​ເດືອນ​ສິງ​ຫາ​ປີ 2021 ແລະ​ຕັ້ງ​ແຕ່ນັ້​ນ​ມາໄດ້​ທຳ​ການ​ຈຳ​ກັດ​ຮັດ​ແຄບ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງຫ້າມ​ບໍ່​ໃຫ້​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ໄດ້​ຮັບ​ການ​ສຶກ​ສາ​ແລະ​ເຂົ້າ​ເຮັດ​ວຽກ​ເຮັດ​ການ. ພວກ​ເຂົາ​ໄດ້​ຫ້າມ ​ບໍ່​ໃຫ້ເດັກ​ນ້ອຍ​ແມ່​ຍິງ ​ເຂົ້າ​ຮຽນກາຍ​ຫ້ອງ ປ. 6 ຊຶ່ງ​ເຮັດ​ໃຫ້​ອັ​ຟ​ການ​ກິ​ສ​ຖານ​ເປັນ​ປະ​ເທດ​ດຽວ​ໃນ​ໂລກ ທີ່​ໄດ້​ຈຳ​ກັດ​ຮັດ​ແຄບ​ບໍ່​ໃຫ້​ແມ່​ຍິງ​ໄດ້​ຮັບ​ການ​ສຶກ​ສາ.

ທ່ານ​ກູ​ເຕ​ເຣັ​ສ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ອາ​ທິດ​ແລ້ວນີ້​ວ່າ ສິດ​ທິ​ຂອງ​ພວກ​ແມ່​ຍິງ​ແລະ​ເດັກ​ຍິງ​ໃນ​ອັ​ຟ​ກາ​ນິ​ສ​ຖານ “ແນ່ນອນ​ທີ່​ສຸດ​ແມ່ນ​ຈຸດ​ໃຈ​ກາງ​ຂອງ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ທັງ​ໝົດ” ແລະ​ຈະ​ຢູ່​ໃນ​ວາ​ລະປະ​ຊຸມ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການສະ​ຫະ​ປະ​ຊາ​ຊາດ ທີ່​ເລີ້ມ​ຂຶ້ນ​ຢູ່​ນະ​ຄອນ​ນິວຢອກ​ໃນ​ວັນ​ຈັນ​ນີ້.

ການ​ສຶກ​ສາ​ບໍ່​ສາ​ມາດ​ລໍ​ຖ້າ​ໄດ້ ກອງ​ທຶນອົງ​ການສະ​ຫະ​ປະ​ຊາ​ຊາດ​ ສຳ​ລັບ​ການ​ສຶກ​ສາໃນ​ເຫດ​ການ​ສຸກ​ເສີນ​ແລະ​ວິ​ກິດ​ການ​ທີ່​ແກ່​ຍາວ ໄດ້​ປະ​ນາມ​ການ​ຫ້າມ​ດັ່ງ​ກ່າວນັ້ນ​ວ່າ ເປັນ​ການ​ລະ​ເມີດ​ສິດ​ທິ​ສາ​ກົນ​ຂອງ​ມະ​ນຸດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG