ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ ເປັນເຈົ້າພາບ ຈັດ​ການ​ຫາ​ລື ຕໍ່ຕ້ານການກໍ່ການຮ້າຍ ກັບອີຣ່ານ ປາກິສຖານ ທີ່ບໍ່​ຄ່ອຍມີມາກ່ອນ


ໜ່ວຍຍາມເຂດຊາຍແດນພາກຕາເວັນອອກ ຂອງອີຣ່ານ ທີ່ແບ່ງປັນກັບປາກິສຖານ ວັນທີ 19 ກໍລະກົດ 2011
ໜ່ວຍຍາມເຂດຊາຍແດນພາກຕາເວັນອອກ ຂອງອີຣ່ານ ທີ່ແບ່ງປັນກັບປາກິສຖານ ວັນທີ 19 ກໍລະກົດ 2011

ຈີນ ອີຣ່ານ ແລະປາກິສຖານໄດ້ຈັດກອງປະຊຸມສາມຝ່າຍຂອງເຂົາເຈົ້າເປັນເທື່ອ ທຳອິດ ເພື່ອ​ຕໍ່ຕ້ານການກໍ່ການຮ້າຍ ແລະປຶກສາຫາລື​ກ່ຽວ​ກັບຄວາມປອດໄພ​ຢູ່​ໃນ​ຂົງ​ເຂດ ເມື່ອວັນພຸດວານນີ້ ຢູ່ນະຄອນຫລວງປັກກິ່ງ.

“ບັນດາຜູ້ຕາງໜ້າໄດ້ຈັດການສົນທະນາຫາ​ລື​ກັນເຖິງລາຍລະອຽດ ກ່ຽວກັບສະ ຖາ​ນະ​ການ​ດ້ານຄວາມປອດໄພ​ຢູ່​ໃນຂົງເຂດ ໂດຍສະເພາະການຂົ່ມຂູ່ຂອງການກໍ່ການຮ້າຍທີ່ປະເຊີນໜ້າ​ກັບຂົງເຂດ” ​ນັ້ນ​ຄື​ຄຳ​ເວົ້າ​ຢູ່​ໃນຖະແຫລງການ​ຫຼັງກອງປະຊຸມ ຂອງອິສລາມາບັດ ຊຶ່ງບໍ່ໄດ້ໃຫ້ລາຍລະອຽດ​ຫຍັງເພີ້ມເຕີມ.

ກະຊວງຕ່າງປະເທດປາກິສຖານ ແລະຈີນ ໄດ້ກ່າວວ່າ ທັງສາມປະເທດໄດ້ຕັດ ສິນໃຈຈັດໃຫ້​ເປັນ​ລະ​ບຽບ ແລະມີກອງປະຊຸມເປັນປະຈຳ.

ພວກເຈົ້າໜ້າທີ່​ອະວຸໂສຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງຈີນ ປາກິສຖານແລະອີຣ່ານ ​ຊຶ່ງ​ຕ່າງ​ກໍ​ມາຈາກກະຊວງຕ່າງປະເທດຂອງເຂົາເຈົ້າ ໄດ້ນຳພາທີມ​ງານເຂົາເຈົ້າ​ເຂົ້າ​ຮ່ວມ​ການສົນທະນາໃນວັນພຸດວານນີ້.

ບັນດານັກວິເຄາະກ່າວວ່າ ແຂວງບາລູຈິສຕານ ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງປາກິສຖານ ແມ່ນ​ມີ​ທ່າ​ທາງວ່າ​ຈະເປັນ​ຫົວ​ຂໍ້ສຳຄັນ ຢູ່ໃນລາຍການກອງປະຊຸມ. ເຂດ​ດັ່ງ​ກ່າວ​ຊຶ່ງອຸດົມສົມ​ບູນ​ໄປດ້ວຍ​ຊັບພະຍາກອນທຳມະຊາດ ແຕ່ເປັນຂົງເຂດທີ່ທຸກຈົນ ​ແມ່ນ​ເປັນ​ສູງກາງສຳ​ລັບ​ໂຄງ​ການ​ລົງ​ທຶນຫລາຍພັນລ້ານໂດລາ​ຂອງຈີນ ທີ່​ເອີ້ນ​ວ່າ​ເສັ້ນທາງເສດຖະກິດ ຈີນ-ປາກິສຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG