ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ທັບ​ປາ​ກິ​ສ​ຖານ: ມີ​ຜູ​້​ສະ​ໜັບ​ສະ​ໜຸນ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີຄານ ຫຼາຍກວ່າ 100 ຄົນ ພວມ​ຖືກ​ດຳ​ເນີນ​ຄະ​ດີ ໂດຍ​ສານ​ທະ​ຫານ


ແຟ້ມ - ຕຳ​ຫຼວດນອກ​ເຄື່ອງ​ແບບ ທຸບ​ຕີ​ພວກ​ສະ​ໜັບ​ສະ​ໜຸນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ຄານ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ທີ່​ປະ​ນາມ​ການ​ຈັບ​ຜູ້​ນຳ​ເຂົາ​ເຈົ້າ ທີ່​ເມືອງ​ເພ​ຊາ​ວາ ເມື່ອ​ວັນ​ທີ 9 ພຶດ​ສະ​ພາ 2023.
ແຟ້ມ - ຕຳ​ຫຼວດນອກ​ເຄື່ອງ​ແບບ ທຸບ​ຕີ​ພວກ​ສະ​ໜັບ​ສະ​ໜຸນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ຄານ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ທີ່​ປະ​ນາມ​ການ​ຈັບ​ຜູ້​ນຳ​ເຂົາ​ເຈົ້າ ທີ່​ເມືອງ​ເພ​ຊາ​ວາ ເມື່ອ​ວັນ​ທີ 9 ພຶດ​ສະ​ພາ 2023.

ກອງທັບປາກິສຖານ ເປີດເຜີຍໃນວັນຈັນວານນີ້ວ່າ ມີຫຼາຍກວ່າ 100 ຄົນໄດ້ຖືກດຳເນີນຄະດີໂດຍສານທະຫານ ຍ້ອນການກ່າວຫາ ມີບົດບາດໃນການປະທ້ວງທີ່ຮຸນແຮງເມື່ອເດືອນແລ້ວນີ້ ກ່ຽວກັບການຈັບກຸມອະດີດນາຍົກລັດຖະມົນຕີອິມຣານ ຄານ.

ການເປີດເຜີຍມີຂຶ້ນໃນຂະນະທີ່ມີການຕ້ອງຕິຢ່າງແຮງ ຈາກກຸ່ມປົກປ້ອງສິດທິມະນຸດຢູ່ໃນທ້ອງຖິ່ນແລະໃນໂລກ ຕໍ່ລັດຖະບານ ຂອງນາຍົກລັດຖະມົນຕີ ເຊບາສ ຊາ ຣິຟ ທີ່ຍັງດຳເນີນຄະດີພົນລະເຮືອນ ຢູ່ໃນສານທະຫານ ຊຶ່ງສ່ວນໃຫຍ່ແລ້ວ ເປັນສະມາຊິກພັກຝ່າຍຄ້ານ ຕາຣິກ-ອີ-ອິນຊາບ ຫຼື PTI.

ໂຄສົກກອງທັບ ພົນຕີອາໝັດ ຊາຣິຟ ຊາວດຣີ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວທາງໂທລະພາບແຫ່ງຊາດວ່າ ພວກທີ່ຖືກດຳເນີນຄະດີ ໂດຍສານທະຫານ ແມ່ນຖືກກ່າວຫາວ່າ ພົວພັນກັບການໂຈມຕີສະຖານທີ່ຕ່າງໆຂອງກະຊວງປ້ອງກັນປະເທດໃນລະຫວ່າງການປະທ້ວງເມື່ອວັນທີ 9 ພຶດສະພາ ຊຶ່ງເປັນມື້ທີ່ທ່ານຄານຖືກຈັບໂດຍກຳລັງທະຫານ ຢູ່ນອກສານສູງທີ່ນະຄອນຫຼວງອິສລາມາບັດ.

ທ່ານຊາວດຣີ ກ່າວວ່າ “ປັດຈຸບັນນີ້ ມີພວກຄົນບໍ່ດີ 17 ຄົນ ກຳລັງຖືກດຳເນີນຄະດີ ໂດຍສານທະຫານໃນທົ່ວປະເທດ. ສານພົນລະເຮືອນ ໄດ້ໂອນຄະດີເຫຼົ່ານີ້ໄປໃຫ້ສານທະຫານຢ່າງຖືກຕ້ອງຕາມກົດໝາຍ ຫຼັງຈາກໄດ້ກວດສອບເບິ່ງກ່ຽວກັບການສົງໄສຕ່າງໆ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG