ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ຕ​າ​ລີ​ບານ ຫ້າມ​ບໍ່​ໃຫ້​ມີ​ພັກ​ການ​ເມືອງ ໂດຍ​ອ້າງວ່າ ຜິດ​ກົດ​ໝາຍຊາ​ເຣຍ


​ທະ​ຫານ​ກຸ່ມ​ຕາ​ລີ​ບານ ພາ​ກັນ​ສະ​ຫຼອງວັນ​ຄົບ​ຮອບ​ປີ​ທີ 2 ໃນ​ການ​ແຕກ​ ຂອງ​ນະ​ຄອນ​ຫຼວງ​ກາ​ບູ​ລ ຢູ່​ຕາມ​ຖະ​ໜົນ​ຫົນ​ທາ​ງ ໃນ​ນະ​ຄອນ​ຫຼວງ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 15 ສິງ​ຫາ 2023.
​ທະ​ຫານ​ກຸ່ມ​ຕາ​ລີ​ບານ ພາ​ກັນ​ສະ​ຫຼອງວັນ​ຄົບ​ຮອບ​ປີ​ທີ 2 ໃນ​ການ​ແຕກ​ ຂອງ​ນະ​ຄອນ​ຫຼວງ​ກາ​ບູ​ລ ຢູ່​ຕາມ​ຖະ​ໜົນ​ຫົນ​ທາ​ງ ໃນ​ນະ​ຄອນ​ຫຼວງ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 15 ສິງ​ຫາ 2023.

ກຸ່ມ​ຕາ​ລີ​ບານ ໃນ​ວັນ​ພຸດ​ວານນີ້ ໄດ້​ປະ​ກາດ​ຫ້າມ​ບໍ່​ໃຫ້​ມີ​ພັກ​ການ​ເມືອງ​ຕ່າງໆ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ໂດຍ​ກ່າວ​ວ່າກິດ​ຈະ​ກຳ​ເຫຼົ່າ​ນັ້ນ​ແມ່ນ​ຂັດ​ຕໍ່​ກົດ​ໝາຍ​ອິ​ສ​ລາມ​ຫຼື​ຊາ​ເຣຍ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ ມີ​ຂຶ້ນ​ນຶ່ງມື້ ຫຼັງ​ຈາກ​ຜູ້​ນຳ​ທີ່​ແທ້​ຈິງ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ສະ​ຫຼອງວັນ​ຄົບ​ຮອບ 2 ປີ​ໃນ​ການ​ກັບ​ຄືນ​ເຂົ້າ​ກຳ​ອຳ​ນາດ​ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ.

ທ່ານ​ອັບ​ດູ​ລ ຮາ​ກິມ ຊາ​ເຣ (Abdul Hakim Sharaee) ຊຶ່ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ຕາ​ລີ​ບານ ໄດ້​ປະ​ກາດ​ຫ້າມ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ນະ​ຄອນ​ຫຼວງ​ກາ​ບູ​ລ.

“ບໍ່​ມີ​ພື້ນ​ຖານ​ໃດໆ​ຢູ່​ໃນ​ຊາ​ເຣຍ​ສຳ​ລັບ​ພັກ​ການ​ເມືອງ​ທີ່​ຈະ​ປະ​ຕິ​ບັດ​ງານ​ຢູ່​ພາຍ​ໃນ​ປະ​ເທດ. ມັນ​ບໍ່​ໄດ້​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ຊາດ ຫຼືວ່າ​ປະ​ເທດ​ຊາດ​ກໍບໍ່​ໄດ້​ມອງ​ເຫັນ​ຄຸນ​ຄ່າ​ຂອງ​ມັນ” ລັດ​ຖະ​ມຸນ​ຕີ​ຕາ​ລີ​ບານ​ກ່າວ ໂດຍ​ບໍ່​ໄດ້​ໃຫ້​ການ​ອະ​ທິ​ບາຍ​ຫຍັງ​ເພີ້ມ​ຕື່ມ.

ມີ​ພັກ​ການ​ເມືອງ​ໃຫຍ່​ແລະ​ນ້ອຍ​ຫຼາຍກວ່າ 70 ພັກ ​ໄດ້​ໄປ​ຈົດ​ທະ​ບຽນ​ຢ່າງ​ເປັນ​ທາງ​ການ​ກັບ​ກະ​ຊວງ​ຍຸ​ຕິ​ທຳ ເມື່ອ​ສອງ​ປີ​ກ່ອນ ເວ​ລາ​ທີ່​ກຸ່ມ​ກະ​ບົດ​ຕາ​ລີ​ບານ ໃນ​ເວ​ລານັ້ນ ເຂົ້າ​ຢຶດ​ອຳ​ນາດຄືນຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ທີ່ໄດ້​ປະ​ສົບ​ກັບ​ໄພ​ສົງ​ຄາມ​.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG