ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຕາ​ລີ​ບານ ແລະ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ປະ​ນາມ ການ​ຕັດ​ສິນ​ໃຈ​ຂອງ​ປາ​ກິ​ສ​ຖານ ທີ່​ຈະ​ເນ​ລະ​ເທດ ພວ​ກ​ຄົນ​ເຂົ້າ​ເມືອງ​ອັ​ຟ​ກາ​ນິ​ສ​ຖານ


ແຟ້ມ - ອົບ​ພະ​ຍົບແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ອາ​ໄສ​ຢູ່​ໃນ​ປາ​ກິ​ສ​ຖານ ລໍ​ຖ້າ​ລົງ​ທະ​ບຽນ​ທີ່​ຫ້ອງ​ການ​ເມືອງ​ເພ​ຊາ​ວາ ປະ​ເທດ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 30 ກັນ​ຍາ 2021.
ແຟ້ມ - ອົບ​ພະ​ຍົບແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ອາ​ໄສ​ຢູ່​ໃນ​ປາ​ກິ​ສ​ຖານ ລໍ​ຖ້າ​ລົງ​ທະ​ບຽນ​ທີ່​ຫ້ອງ​ການ​ເມືອງ​ເພ​ຊາ​ວາ ປະ​ເທດ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 30 ກັນ​ຍາ 2021.

ກຸ່ມ​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ ຮຽກ​ຮ້ອງ​ໃຫ້​ປາ​ກິ​ສ​ຖານ​ໃນ​ວັນ​ພຸດ​ວານນີ້ ທົບ​ທວນ​ຄືນ​ແຜນ​ການ​ທີ່​ຈະ​ຂັບ​ໄລ່​ພວກ​ຄົນ​ເຂົ້າ​ເມືອງ​ຊາວ​ອັ​ຟ​ກາ​ນິ​ສ​ຖານ ໂດຍ​ປະ​ຕິ​ເສດ​ຕໍ່​ຂໍ້​ຫາ​ທີ່​ວ່າ ປະ​ຊາ​ຄົມ​ຂອງ​ພວກ​ອົບ​ພະ​ຍົບ​ພົວ​ພັນ​ກັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ທີ່​ພວມ​ປະ​ເຊີນ​ໜ້າ​ກັບ​ປະ​ເທດ​ເພື່ອນ​ບ້ານ​ດັ່ງ​ກ່າວ.

ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ ຊາ​ບີ​ຮູ​ລ​ລາ ມູ​ຈາ​ຮີດ ໄດ້​ອອກ​ຖະ​ແຫຼງ​ການ ນຶ່ງມື້​ຫຼັງ​ຈາກ​ລັດ​ຖະ​ບານ​ປາ​ກິ​ສ​ຖານ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ພວກ​ຄົນ​ເຂົ້າ​ເມືອງ​ທີ່​ບໍ່​ມີ​ເອກ​ກະ​ສານ ຮວມ​ທັງ​ຊາວ​ອັ​ຟ​ກາ​ນິ​ສ​ຖານ 1 ລ້ານ 7 ແສນ​ຄົນ ເດີນ​ທາງ​ອອກ​ຈາກ​ປະ​ເທດ​ພາຍ​ໃນ​ວັນ​ທີ 1 ພະ​ຈິກ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນປາ​ກິ​ສ​ຖານ ທ່ານ​ຊາ​ຟາ​ຣາ​ສ ບັກ​ຕີ ​ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມານີ້​ວ່າ “ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ” ທີ່​ຢູ່​ໃນ​ປາ​ກິ​ສ​ຖານ​ກາຍ​ກຳ​ນົດ​ເສັ້ນ​ຕາຍ ຈະ​ຖືກ​ຈັບ​ແລະ​ເນ​ລະ​ເທດ​ກັບ​ຄືນ​ໄປ​ຍັງ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ.

“ການ​ປະ​ພຶດ​ຂອງ​ລັດ​ຖະ​ບານ​ປາ​ກິ​ສ​ຖານຕໍ່​ພວກ​ອົບ​ພະ​ຍົບ​ອັ​ຟ​ກາ​ນິ​ສ​ຖານແມ່ນ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້. ຝ່າຍ​ປາ​ກິ​ສ​ຖານ​ຄວນ​ພິ​ຈາ​ລະ​ນາ​ຄືນ​ໃໝ່​ກ່ຽວ​ກັບ​ແຜນ​ການ​ດັ່ງ​ກ່າວ” ທ່ານ​ມູ​ຈາ​ຮີດ ກ່າວ​ຢູ່​ໃນ​ສື່​ສັງ​ຄົມ X ຊຶ່ງ​ເມື່ອ​ກ່ອນ​ຮູ້ກັນ​ໃນ​ຊື່​ທວີດ​ເຕີ້.

“ອົບ​ພະ​ຍົບ​ອັ​ຟ​ກາ​ນິ​ສ​ຖານ ​ບໍ່​ໄດ້​ມີ​ສ່ວນ​ພົວ​ພັນ​ໃນ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຂອງ​ປາ​ກິ​ສ​ຖານ. ເວ​ລາ​ໃດ​ທີ່​ພວກ​ເຂົາ​ເຈົ້າ​ ເດີນ​ທາງ​ອອກ​ຈາກ​ປາ​ກິ​ສ​ຖານ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ປະ​ເທດ​ດັ່ງ​ກ່າວ​ຄວນ​ໃຫ້​ການ​ຜ່ອນ​ຜັນ​ຕໍ່​ພວກ​ເຂົາ​ເຈົ້າ” ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ​ຂຽນ​ລົງໃນ X.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG