ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ: ການ​ປະ​ທະ​ກັນ ໃກ້​ຊາຍ​ແດນ​ອັ​ຟ​ກາ​ນິ​ສ​ຖານ ເຮັດ​ໃຫ້​ທະ​ຫານ 4 ຄົນ​ ເສ​ຍ​ຊີ​ວິດ ແລະ ພວກ​ກໍ່​ການ​ຮ້າຍ 12 ຄົນ ຖືກ​ຂ້​າ​ຕາຍ


ແຟ້ມ - ທະ​ຫານ​ປາ​ກິ​ສ​ຖານ ສັງ​ເກດ​ການ​ເບິ່ງ​ບໍ​ລິ​ເວນ​ອ້ອມ​ຄ້າຍ ທີ່​ຕັ້ງ​ຢູ່​ເທິງ​ພູ ໃນ​ເຂດ​ຊາຍ​ແດນ​ປາ​ກິ​ສ​ຖານ ຕິດ​ກັບ​ອັ​ຟ​ກາ​ນິ​ສ​ຖານ. ການ​ບຸກ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ ໃນ​ຕອນ​ເຊົ້າ​ມືດ​ຂອງວັນ​ທີ 6 ກັນ​ຍາ ແນ​ໃສ່​ດ່ານ​ຊາຍ​ແດນປາ​ກິ​ສ​ຖານ ໃນ​ເຂດ​ຮ່ອມ​ພູ​ກາ​ລາ​ສ.
ແຟ້ມ - ທະ​ຫານ​ປາ​ກິ​ສ​ຖານ ສັງ​ເກດ​ການ​ເບິ່ງ​ບໍ​ລິ​ເວນ​ອ້ອມ​ຄ້າຍ ທີ່​ຕັ້ງ​ຢູ່​ເທິງ​ພູ ໃນ​ເຂດ​ຊາຍ​ແດນ​ປາ​ກິ​ສ​ຖານ ຕິດ​ກັບ​ອັ​ຟ​ກາ​ນິ​ສ​ຖານ. ການ​ບຸກ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ ໃນ​ຕອນ​ເຊົ້າ​ມືດ​ຂອງວັນ​ທີ 6 ກັນ​ຍາ ແນ​ໃສ່​ດ່ານ​ຊາຍ​ແດນປາ​ກິ​ສ​ຖານ ໃນ​ເຂດ​ຮ່ອມ​ພູ​ກາ​ລາ​ສ.

ປາ​ກິ​ສ​ຖານ ກ່າວ​ໃນ​ວັນ​ພຸດ​ນີ້​ວ່າ “ພວກ​ກໍ່​ການ​ຮ້າຍ​ຂະ​ໜາດ​ໃຫຍ່​ຈຸ​ນຶ່ງ” ໄດ້​ບຸກ​ໂຈມ​ຕີ​ດ່ານ​ຂອງ​ຕົນ ໃກ້​ກັບ​ຊາຍ​ແດນ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ໄດ້​ພາ​ໃຫ້​ເກີດ​ມີ​ການ​ປະ​ທະ​ກັນ​ຢ່າງ​ໜັກ​ຂຶ້ນ ທີ່​ເຮັດ​ໃຫ້​ມີ​ທະ​ຫານ​ເສຍ​ຊີ​ວິດ 4 ຄົນແລະ​ພວກ​ບຸກ​ໂຈມ​ຕີ​ຖືກ​ຂ້າ​ຕາຍ 12 ຄົນ.

ການ​ບຸກ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ຕອນ​ເຊົ້າ​ມືດ ໄດ້​ແນ​ເປົ້າ​ໝາຍ​ໃສ່​ດ່ານ ​ປາ​ກິ​ສ​ຖານ 2 ແຫ່ງ ໃນ​ເຂດຊາຍ​ແດນ​ທີ່​ເປັນ​ພູ​ຜາ ຢູ່ຮ່ອມ​ພູ​ກາ​ລາ​ສ ຊຶ່ງ​ຕັ້ງ​ຢູ່​ສູງ 1,670 ແມັດ.

ຖະ​ແຫຼງ​ການ​ຂອງກອງ​ທັບ​ປາ​ກິ​ສ​ຖານກ່າວ​ວ່າ ທະ​ຫານ​ຂອງ​ຕົນ​ໄດ້​ຂັບ​ໄລ່​ພວກ​ບຸກ​ໂຈມ​ຕີ​ໃຫ້​ແຕກ​ຖອຍ​ໄປ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ພວກ​ບຸກ​ໂຈມ​ຕີ “ມີ​ອາ​ວຸດ​ຊະ​ນິດ​ຫຼ້າ​ສຸດ.” ກອງ​ທັບ​ປາ​ກິ​ສ​ຖານສະ​ເໜີແນະ​ໃຫ້​ເຫັນວ່າ ພວກ​ຫົວ​ຮຸນ​ແຮງ ໄດ້ ຂ້າມ​ຊາຍ​ແດນ​ມາ​ຈາກອັ​ຟ​ກາ​ນິ​ສ​ຖານ.

ກຸ່ມ​ຕາ​ຣິກ-ຕາ​ລີ​ບານ ​ອັ​ຟ​ກາ​ນິ​ສ​ຖານ ຫຼື TTP ທີ່​ທາງ​ການ​ຫ້າມ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບໃນ​ການ​ບຸກ​ໂຈມ​ຕີ​ກ່ອນ​ໜ້ານີ້. ພວກ​ຫົວ​ຮຸ​ນ​ແຮງ​ດັ່ງ​ກ່າວ​ເວົ້າ​ວ່າ ນັກ​ລົບ​ຂອງ​ຕົນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ທະ​ຫານ​ປາ​ກິ​ສ​ຖານ ແລະ​ຢຶດ​ໄດ້​ອາ​ວຸດ​ຂອງ​ພວກ​ເຂົາ​ເຈົ້າ​ຈຳ​ນວນ​ນຶ່ງ​ນຶ່ງ ໃນ​ຂະ​ນະ​ທີ່​ທຳ​ການ​ໂຈມ​ຕີ​ຄ້າຍ​ທັງ​ສອງ​ແຕກ.

ກຸ່ມ TTP ມັກ​ອອກ​ຖະ​ແຫຼງ​ການ​ທີ່​ເວົ້າ​ໂຍກ​ເກີນ​ຄວາມ​ເປັນ​ຈິງ ກ່ຽວ​ກັບ​ກິດ​ຈະ​ກຳ​ກໍ່​ຄວາມ​ຮຸນ​ແຮງ​ຂອງ​ຕົນ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG