ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປົກຄອງຕາລີບານ ສັ່ງໃຫ້ປິດຮ້ານເສີມສວຍ ທີ່ແມ່ຍິງເປັນເຈົ້າຂອງໃນ ອັ​ຟ​ກາ​ນິ​ສ​ຖານ


(ພາບ​ໃນ​ແຟມ) ແມ່​ຍິງ​ຄົນ​ນຶ່ງ​ທີ່​ໃສ່​ຜ້າ​ຄຸມ​ໜ້າ​​ກຳ​ລັງ​ຍ່າງ​ເຂົ້າ​ໄປ​ໃນ​ຮ້ານ​ເສີມ​ສວຍ​ແຫ່ງ​ນຶ່ງ ບ່ອນ​ທີ່​ໃບ​ໜ້າ​ຂອງ​ແມ່​ຍິງ​ໃນ​ຮູບ​ໂຄ​ສະ​ນາ​ຖືກ​ລຶບ​ໄປ​ສ່ວນ​ໃດ​ສ່ວນ​ນຶ່ງ ໂດຍ​ເຈົ້າ​ຂອງ​ຮ້ານ​ ເພື່ອບໍ່​ໃຫ້​ຮູ້​ວ່າ​ແມ່ນ​ໃຜໃນນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 6 ຕຸ​ລາ, 2021
(ພາບ​ໃນ​ແຟມ) ແມ່​ຍິງ​ຄົນ​ນຶ່ງ​ທີ່​ໃສ່​ຜ້າ​ຄຸມ​ໜ້າ​​ກຳ​ລັງ​ຍ່າງ​ເຂົ້າ​ໄປ​ໃນ​ຮ້ານ​ເສີມ​ສວຍ​ແຫ່ງ​ນຶ່ງ ບ່ອນ​ທີ່​ໃບ​ໜ້າ​ຂອງ​ແມ່​ຍິງ​ໃນ​ຮູບ​ໂຄ​ສະ​ນາ​ຖືກ​ລຶບ​ໄປ​ສ່ວນ​ໃດ​ສ່ວນ​ນຶ່ງ ໂດຍ​ເຈົ້າ​ຂອງ​ຮ້ານ​ ເພື່ອບໍ່​ໃຫ້​ຮູ້​ວ່າ​ແມ່ນ​ໃຜໃນນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 6 ຕຸ​ລາ, 2021

ອຳນາດການປົກຄອງຕາລີບານ​ຂອງອັຟການິສຖານ ໄດ້ສັ່ງໃຫ້ຮ້ານເສີມສວຍທີ່ແມ່​ຍິງ ເປັນເຈົ້າ​ຂອງ​ ຫຼາຍຮ້ອຍແຫ່ງໃຫ້ປິດພາຍໃນ 1 ເດືອນ, ເຊິ່ງເປັນການ ປິດລ້ອມຄັ້ງ ຫລ້າສຸດທີ່ກີດຂວາງການໄປເຮັດວຽກ ແລະການ​ເຂົ້າ​ເຖິງສະຖານທີ່ສາທາລະນະ ຂອງແມ່ຍິງ ໃນປະເທດທີ່ທຸກຍາກແຫ່ງນັ້ນ.ກະຊວງ​ປ້ອງ​ກັນ​ຄວາມ​ເສື່ອມ​ເສຍ ແລະ​ເຜີຍ​ແຜ່ຈາ​ຣິ​ຍະ​ທຳຂອງ​ຕາ​ລີ​ບານ ​ໄດ້​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ນະຄອນຫຼວງກາ​ບູລ ​ແລະບັນດາ​ແຂວງຕ່າງໆ ​ໃຫ້ປະຕິບັດ​ຄຳ​ສັ່ງ​ຫ້າມ ​ດັ່ງ​ກ່າວນີ້ ແລະຍົກ​ເລີກ​ໃບ​ອະນຸຍາດ​ ທີ່​ໄດ້​ອອກໃຫ້​ຮ້ານ​ເສີມ​ສວຍແລ້ວນັ້ນ​ທັງ​ໝົດ ເລີຍ. ກະ​ກະ​ຊວງນີ້​ເວົ້າວ່າ​ ຄໍາ​ສັ່ງ​ດັ່ງ​ກ່າວ​ໄດ້​ເກີດມາ​ຈາກ​ດໍາ​ລັດ​ທີ່ສັ່ງ​ອອກ​ມາໂດຍ​ຜູ້​ນໍາ​ສູງ​ສຸດ​ຂອງກຸ່ມ​ຕາ​ລີ​ບານ​ທີ່​ສັນ​ໂດດ, ທ່ານ​ຮີ​ບາ​ຕູ​ລ​ລາ ອັກ​ຮຸນ​ຊາດາ (Hibatullah Akhundzada)​.

(ພາບ​ໃນ​ແຟມ) ພວກ​ແມ່​ຍິງ​ອັ​ຟ​ການິ​ສ​ຖານຢືນ​ຢູ່ນອກ​ສວນ​ສະ​ໜຸກໃນ​ນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 10 ພະ​ຈິກ, 2022
(ພາບ​ໃນ​ແຟມ) ພວກ​ແມ່​ຍິງ​ອັ​ຟ​ການິ​ສ​ຖານຢືນ​ຢູ່ນອກ​ສວນ​ສະ​ໜຸກໃນ​ນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 10 ພະ​ຈິກ, 2022

ໂຄ​ສົກ​ກະ​ຊວງ​ສິນລະ​ທຳ​ໄດ້​ຢືນ​ຢັນ​ແຈ້ງ​ການ​ດັ່ງ​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້ ແລະ​ບໍ່​ໄດ້​ໃຫ້​ຮູ້​ຂໍ້​ມູນ​ເພີ່ມ​ເຕີມແຕ່​ຢ່າງ​ໃດ.

ທ່ານໂມ​ຮຳ​ມັດ ຊາ​ດິກ ອາ​ຄິ​ຟ (Mohammad Sadiq Akif) ກ່າວໃນຂໍ້ຄວາມອັນ ສັ້ນໆ ຕໍ່ນັກຂ່າວວ່າ "ກໍານົດເວລາປິດຮ້ານເສີມສວຍສໍາລັບແມ່ຍິງແມ່ນນຶ່ງເດືອນ." ກະຊວງ​ເຕືອນ​ວ່າ​ຈະ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ​ຕໍ່​ຜູ້​ລະ​ເມີດຄຳ​ສັ່ງ​ນີ້ ​ແຕ່​ບໍ່​ໄດ້​ອະ​ທິ​ບາຍ​ເຖິງລາຍ​ລະ​ອຽດ​ໃຫ້​ຊາບ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

Afghanistan's Taliban administration has ordered hundreds of female-run beauty salons to close within a month, the latest in a series of curbs blocking women's access to work and public spaces in the poverty-stricken country.

The Taliban Ministry for the Prevention of Vice and Propagation of Virtue has notified authorities in the capital, Kabul, and provinces to immediately enforce the ban and cancel the licenses of all the salons. It said that the directive had stemmed from a decree issued by the reclusive Taliban supreme leader, Hibatullah Akhundzada.

The morality ministry spokesman confirmed the notice Tuesday and did not share more information.

"The deadline for the closing of beauty parlors for women is one month," Mohammad Sadiq Akif said in a brief text message to journalists. The ministry warned of legal action against violators but did not elaborate.

Since reclaiming power in Afghanistan nearly two years ago, the Taliban have prohibited girls from pursuing education beyond the sixth grade, ordered many female government workers to stay home, and barred the United Nations and other aid groups from employing women.

Public places like parks, gyms, and bathhouses are closed to female visitors.

Makeup artists working in beauty salons said the latest ban would render thousands of women jobless amid Afghanistan's dire economic crisis and threaten the survival of their families because there are no jobs for male family members.

"When men cannot support their families due to unemployment, women are forced to work in a beauty salon to earn a livelihood," Raihan Mubariz, a female makeup artist, said while talking to the Afghan TOLO news channel. "What are we going to do if they shut down parlors,” she asked.

“We don't need to leave our homes if our men can find jobs. Do they want us to starve to death?" asked another woman working in a Kabul beauty salon.

XS
SM
MD
LG