ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໗ ກັນຍາ ໒໐໒໔

ຄວາມທຸກຍາກ ເຮັດໃຫ້ເປີເຊັນການປູກຝິ່ນໃນລາວ ເພີ້ມຂຶ້ນຫຼາຍກວ່າ 29 ເປີເຊັນ


ທົ່ງປູກຢາຝິ່ນແຫ່ງນຶ່ງໃນລາວ.
ທົ່ງປູກຢາຝິ່ນແຫ່ງນຶ່ງໃນລາວ.

ປະຊາຊນລາວພາກັນລັກລອບປູກຝິ່ນເພີ້ມຂຶ້ນຫລາຍກວ່າ 29% ຍ້ອນວ່າພວກເຂາເຈ້າກຳລັງປະເຊີນກັບບັນຫາຄວາມທຸກຍາກທີ່ຮ້າຍແຮງຫລາຍຂຶ້ນ. ໂດຍທີ່ທາງການລາວ ບໍ່ໄດ້ໃຫ້ການຊ່ວຍເຫລືອແຕ່ຍ່າງໃດ.

ເຈົ້າໜ້າທີ່ປະສານງານຕ່າງປະເທດດ້ານການປາບປາມການຄ້າຢາເສບຕິດຂອງລາວ ເປີດເຜີຍວ່າ ການລັກລອບປູກຝິ່ນຂອງປະຊາຊນລາວຍູ່ໃນເຂດແຂວງພາກເໜືອມີແນວໂນ້ມທີ່ຈະເພີ້ມຂຶ້ນ ໃນປີ 2024. ໂດຍຄາດວ່າ ໄດ້ມີການລັກລອບປູກຝິ່ນ ໃນລາວ ໄປແລ້ວ ໃນເນື້ອທີ່ 6,000 ກວ່າເຮັກຕາແລະ ຄາດຫມາຍວ່າຍັງຈະເພີ່ມຂຶ້ນເປັນກວ້າງ ກວ່າ 8,800 ເຮັກຕາພາຍໃນ 2 ເດືອນຂ້າງໜ້ານີ້ ເຊິງຈະເຮັດໃຫ້ການຜະລິດຝິ່ນດິບໃນລາວມີນໍ້າໜັກລວມເກິນກວ່າ 80 ໂຕນ ຫຼື ເພີ່ມຂຶ້ນຫຼາຍກວ່າ 29% ເມື່ອທຽບໃສ່ປີ 2023. ໂດຍມີສາເຫດມາຈາກບັນຫາຄວາມທຸກຍາກຂອງປະຊາຊົນ ທີ່ໜັກໜ່ວງເພີ່ມຂຶ້ນນັບມື້ ໂດຍທີ່ທາງການລາວບໍ່ໄດ້ໃຫ້ການຊ່ວຍເຫລືອແຕ່ຍ່າງໃດ. ຈືງມີ​ພຽງ​ແຕ່​ການ​ຊ່ວຍ​ເຫຼືອ​ຈາກ​ລັດ​ຖະ​ບານ​ຈີນ​ທີ່​ເປັນ​ສ່ວນ​ໃຫຍ່​ໃຫ້​ທຶນ​ແກ່​ການ​ປາບປາມເປັນດ້ານຫລັກ ດັງທີ່ຜູ້ປະສານງານຕ່າງປະເທດຂອງລາວ ໄດ້ຢືນຢັນວ່າ:

“ພື້ນທີ່ລັກສະນະກ້ວາງຂວາງ ແລ້ວກະປະຊາຊົນດຳລງຊີວິດແບບກະແຈກກະຈາຍມັນບໍ່ໄດ້ຢູ່ໃກ້ຕັວເມືອງ ພາກສ່ວນທີ່ຜະລິດຝິ່ນນີ້ຫນະ. ອັນທີສອງມາຫລະແມ່ນເຮາຊອກຫາຍາກ. ພື້ນທີ່ມັນກວ້າງເນ້າະ ໄທເຮາຍ່າງໄປເດ້. ມັນກາຍບ່ອນທີ່ປູກຝິ່ນ. ອັນ​ທີ​ສາມມາລ່ະ​ແມ່ນ​ປະຊາຊົນກະ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ ມັນບໍ່ທັນ​ເຂົ້າ​ໃຈ​ລະບຽບ​ກົດໝາຍ. ແລ້ວກະຜົນຮ້າຍຂອງຢາເສບຕິດ. ​ແລ້ວກະ​ລັດຖະບານ​ຈີນ​ກັບ​ລັດຖະບານ​ລາວ ກໍ​ໄດ້​ຮ່ວມມື​ກັນ​ຕໍ່ຕ້ານ. ສະກັດກັ້ນການລັກລອບປູກຝິ່ນ ສະກັດກັ້ນການຂົນ ສົ່ງສິ່ງເສບຕິດ ໃນໄລຍະຜ່ານມາ ກະສາມາດມ້າງລາຍຄະດີໄດ້ຫຼາຍລາຍ.”

ທັ້ງນີ້ ການພົວພັນແລກປ່ຽນຂໍ້ມູນ-ຂ່າວສານ ດ້ານຢາເສບຕິດ ລະຫວ່າງ ລາວ-ຈີນ-ມຽນມາແລະໄທ ໃນໄລຍະ 2 ປີຜ່ານມາ ໄດ້ເຮັດໃຫ້ທາງການລາວ ສາມາດສະກັດກັ້ນ ແລະ ປາບປາມການລັກລອບຄ້າຂາຍຢາເສບຕິດ ໃນເຂດຊາຍແດນລາວ-ຈີນ-ມຽນມາ-ໄທ ໄດ້ເພີ່ມຂຶ້ນ ຊື່ງເຫັນໄດ້ຈາກວ່າການທີ່ຕໍາຫຼວດລາວສາມາດຈັບຜູ້ຄ້າຢາເສບຕິດໄດ້ 17,900 ກວ່າຄົນ ໃນນັ້ນ, ຫຼາຍກວ່າ 55% ເປັນຜູ້ຕ້ອງຫາທີ່ມີອາຍຸລະຫວ່າງ 18-25 ປີ ທີ່ພົວພັນກັບການຄ້າຢາເສບຕິດ ທັ້ງ​ຍັງ​ມີ​ສ່ວນ​ກ່ຽວຂ້ອງ​ກັບອາດຊະຍາ​ກຳ​ທີ່ພັວພັນ​ກັບ​ນັກ​ຄ້າ​ຢາ​ເສບ​ຕິດ​ຊາວຕ່າງຊາດກວ່າ 2,800 ​ຄົນ ໃນ​ນັ້ນ​ລວມທັງ​ພວກ​ຄ້າ​ຢາ​ເສບ​ຕິດ​ຫວຽດນາມດ້ວຍ​ນັ້ນ ຈືງເຮັດໃຫ້ທາງການຫວຽດນາມ ປາດ​ຖະໜາ​ຢາກຈະ​ຫຼຸດຜ່ອນ​ອາດຊະຍາ​ກຳ​ດັ່ງກ່າວ ​ໂດຍ​ໃຫ້​ການ​ຊ່ວຍ​ເຫຼືອ​ລັດຖະບານລາວ ໃນການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ ແລະ ພັດທະນາອາຊີບໃຫ້ແກ່ນັກໂທດໃນຄະດີຢາເສບຕິດທີ່ກຳລັງດຳເນິນການກໍ່ສ້າງຍູ່ລາວໃນເວລານີ້ ດັງທີ່ ພົນເອກວິໄລ ລ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຄວາມສະຫງົບ ​ຢືນ​ຢັນ​ວ່າ​:

“ດຽວ​ນີ້ເຮາກະໄດ້​ໄປ​ຂໍທຶນ​ຫວຽດ​ນາມ ເພິ່ນຕົກລົງວ່າສິມາສ້າງສູນທົດລອງໃຫ້ພວກເຮາເປັນສູນຂະຫນາດໃຫຍ່ ແລ້ວເຮາກໍໄດ້ຊອກດິນໃຫ້ປະມານ 10 ປາຍເຮັກຕາເພິ່ນຈະເຮັດເປັນທັ້ງສູນຜະລິດ. ທັ້ງເປັນສູນບຳບັດ ທັ້ງເປັນສູນຝຶກອົບຮົມອີຫຍັງຕ່າງໆຍູ່ຫັ່ນຫມດ ເພິ່ນຈະມີລະບບຄັກແນ ແລ້ວກະຟື້ນຟູສຸກຂະພາບ ອອກ​ໄປແລ້ວ​ໃຫ້​ມີ​ວຽກ​ເຮັດງານທຳ. ຫຼາຍຄົນກະເວ້າຫັ່ນແຫລະ ເປັນຫຍັງ? ເມື່ອອອກໄປແລ້ວມັນຈັ່ງກິນຄືນ ເປັນຫຍັງ? ອອກ​ໄປ​ແລ້ວຈັ່ງເຮັດວຽກບໍ່ເປັນ ​ເປັນຫຍັງ? ອອກໄປແລ້ວຈັ່ງບໍ່ມີວຽກເຮັດ ກະຄືຮູ້ຫັ່ນຫລະ ນັກໂທດຫັ່ນນ່ະໄດ້ອອກໄປແລ້ວ ໃຜສິຈ້າງເຂົ້າມາເຮັດວຽກ ເຂາກະຍ່ານພໍແຮງແລ້ວ."

ສ່ວນຢາເສບຕິດ ແລະ ສານເຄມີ ທີ່ເຈົ້າໜ້າທີ່ລາວ ຍຶດໄດ້ ໃນໄລຍະ 18 ເດືອນຜ່ານມາມີນໍ້າໜັກລວມເກີນກວ່າ 100 ໂຕນ ໃນນີ້ມີຢາບ້າທີ່ຍືດໄດ້ 300 ລ້ານກວ່າເມັດ, ຜງຢາບ້າ 90 ກວ່າກິໂລກຣາມ, ຍາໄອສ໌ 8,519 ກິໂລກຣາມ. ເຮໂລອິນ 670 ກິໂລກຼາມ, ກັນຊາແຫ້ງ 40 ໂຕນ, ຝິ່ນ 487 ກິໂລ, ເຄຕາມີນກວ່າ 3 ໂຕນ, ຢາອີ 67 ກິໂລ, ຄາເຟອີນກວ່າ 286 ກິໂລ, ໂຄເຄນກວ່າ 100 ກິໂລກຼາມ, ສານເຄມີກວ່າ 91 ໂຕນ. ພ້ອມດ້ວຍອາວຸດປືນ, ຍານພາຫະນະ, ແລະອຸປະກອນສື່ສານທີ່ທັນສະໄໝກວ່າ 36,000 ລາຍການ.
ສ່ວນການກໍ່ອາຊະຍາກຳທີ່ພັວພັນກັບການຄ້າຢາເສບຕິດ ທີ່ສົ່ງຜົນກະທົບຢ່າງແຜ່ຫຼາຍໃນສັງຄົມລາວໃນປັດຈຸບັນ ກໍແມ່ນ​ອາດຊະຍາກຳ​ທີ່​ເກີດ​ຂຶ້ນ​ຢູ່ທີ່​ສະຖານບັນ​ເທິງ​ຕ່າງໆ ​ທີ່​ນັກທຸລະກິດ​ຈີນ​ເປັນ​ເຈົ້າ​ຂອງ. ​ແລະ ​ລູກຄ້າ​ທີ່​ມາ​ໃຊ້​ສະຖານບັນ​ເທິງເຫລ່າ​ນີ້​ສ່ວນ​ຫລາຍກໍ​ແມ່ນ​ລູກ​ຄ້າ​ຊາວ​ຈີນນັ່ນເອງ.

ຍິ່ງໄປກວ່ານັ້ນ, ການກະທໍາຜິດເກີ່ຍວກັບຢາເສບຕິດ ຍັງເປັນຄະດີອາຍາທີ່ຖືກດໍາເນີນຄະດີຕໍ່ສານ ປະຊາຊົນລາວຫລາຍທີ່ສຸດ. ທັງນີ້ ກໍຍ້ອນວ່າມີການຈັດຕັ້ງແລະເຄື່ອນໄຫວຜິດກົດໝາຍທີ່ມີລັກສະນະຂ້າມຊາດ ແລະ ມີເຄືອຂ່າຍກວ້າງຂວາງ ທັ້ງໃນລາວ-ມຽນມາ ແລະ ໄທ. ທັງນີ້ ເຖິງແມ່ນວ່າ ຣັຖບານລາວ ໄດ້ປະກາດເປັນວາລະແຫ່ງຊາດ ວ່າຈະປາບປາມການລັກລອບຄ້າຢາເສພຕິດໃຫ້ໄດ້ຢ່າງສິ້ນເຊິງໃນປີ 2023 ກໍຕາມ ແຕ່ວ່າກະເປັນໄປບໍ່ໄດ້ ລັດຖະບານລາວຈຶ່ງໄດ້ປະກາດເລື່ອນເປົ້າໝາຍດັ່ງກ່າວໄປຮອດປີ 2025.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG