ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໙ ກັນຍາ ໒໐໒໔

ລາວ ຕ້ອງຫຼຸດການເພິ່ງພາແຕ່ຈີນພຽງປະເທດດຽວ ຈຶ່ງອາດຈະສາມາດຫຼຸດພົ້ນອອກຈາກວິກິດການທາງເສດຖະກິດໄດ້


ກອງປະຊຸມ ລາວ-ຈີນ ປີ 2016.
ກອງປະຊຸມ ລາວ-ຈີນ ປີ 2016.

ເສດຖະກິດລາວຕ້ອງການການປະຕິຮູບໂຄງສ້າງ ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ດ້ວຍການ​ຫຼຸດ​ລະດັບ​ການ​ເພິ່ງພາ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ຈາກ​ຈີນ​ພຽງປະເທດ​ດຽວ.

ຜູ້ຊ່ຽວຊານດ້ານເສດຖະກິດໃນອາຊຽນ ​ໃຫ້​ທັດສະນະ​ວ່າ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ເສດຖະກິດ​ແລະ​ການ​ເງິນ​ໃນ​ລາວ​ຢ່າງ​ແທ້​ຈິງ, ຈະ​ຕ້ອງດຳເນິນການ​ປະຕິ​ຮູບ​ໂຄງສ້າງເສດຖະກິດ​ມະຫາ​ພາກ​ທັງລະບົບ​ ​ດ້ວຍ​ການ​ຫຼຸດ​ລະດັບ​ການ​ເພິ່ງພາທາງ​ເສດຖະກິດ​ການຄ້າ ແລະ​ການ​ເງິນ​ຈາກ​ຈີນພຽງ​ດ້ານ​ດຽວ​ໃຫ້ເປັນການ​ສ້າງ​ຄວາມ​ດຸ່ນດ່ຽງທາງດ້ານ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃນ​ລາວ ກໍຄື​ການ​ຊຸກຍູ້​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃຫ້​ດຸນດ່ຽງ​ກັບ​ການ​ລົງທຶນ​ຂອງ​ຈີນ​ໃນ​ລາວໃຫ້ໄດ້ ​ເພື່ອ​ຈະເຮັດໃຫ້​ເສດຖະກິດ​ມະຫາ​ພາກ​ຂອງ​ລາວ​ບໍ່​ຕ້ອງ​ຜູກ​ມັດ​ກັບ​ເສດຖະກິດ​ຂອງ​ຈີນ​ຢ່າງ​ດຽວ ​ດ້ວຍການດຸນດ່ຽງ​ຍ່າງ​ເໝາະ​ສົມ, ຈືງຈະເຮັດໃຫ້​ເສດຖະກິດ​ມະຫາ​ພາກ​ຂອງ​ລາວ ບໍ່ຕ້ອງປະເຊີນກັບວິກິດການຄືເວລານີ້, ຊຶ່ງ​ເປັນ​ຍ້ອນ​ຜົນ​ກະທົບ​ຈາກ​ບັນຫາ​ເສດຖະກິດ​ພາຍ​ໃນ​ຈີນ ເປັນສຳຄັນ ດັງທີ່ຜູ້ຊ່ຽວຊານ ໃຫ້ການຢືນຢັນວ່າ:
“​ຕອນນີ້, ປະ​ເທດ​ລາວ​ແມ່ນເຊື່ອມ​ໂຍງ​ເສດ​ຖະ​ກິດ​ຂອງ​ຕົນ​ກັບ​ເສດ​ຖະ​ກິດ​ຈີນ ​ມັນເບິ່ງ​ຄື​ວ່າ​ເປັນການ​ວິ​ເຄາະ​ສະ​ຖາ​ນະ​ການ​ທີ່​ຜິດ​ພາດ. ຫຼັງ​ຈາກໂຄ​ວິດ​ໄດ້ 3 ປີ, ຈີນ​ໄດ້​ເປີດ​ປະ​ເທດ ກໍຄາດ​ຫວັງວ່າ​ນັກ​ທ່ອງ​ທ່ຽວ​ຈີນ​ຈະ​ມາ. ປະເທດລາວກໍມີທາງລົດ ໄຟລາວ-ຈີນ. ແຕ່​ວ່າ​ເສດ​ຖະ​ກິດ​ຈີນ​ມີ​ບັນ​ຫາ​ໃນ​ປັດ​ຈຸ​ບັນ ທີ່​ເຂົາ​ບອກ​ວ່າ​ເສດ​ຖະ​ກິດ​ຈີນ​ຈະ​ຂະ​ຫຍາຍ​ຕົວ​ 5 ເປີເຊັນນັ້ນ, ແຕ່ຂ້າພະເຈົ້າຄິດວ່າບໍ່ເຖິງດອກ ຍູ່ໃນກອບ 4.5 ເປີເຊັນ ເຖິງ 4.8 ເປີເຊັນ. ສະ​ນັ້ນ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ມາ​ກໍບໍ່​ໄດ້ຕາມ​ເປົ້າ​ໝາຍ.​ ​ສອງ, ​ເສດຖະກິດ​ຈີນ​ບໍ່​ດີ, ​ແຕ່​ວ່າ​ຫຼາຍ​ໆກິດຈະກຳ​ຢູ່ໃນປະເທດ​ລາວນັ້ນ ແມ່ນ ລົງທຶນໂດຍຈີນ, ສະນັ້ນ ເງິນກໍບໍ່ມາອີກ."

ແຕ່ຢ່າງໃດກໍ່ຕາມ ການຈະ​ດຸນດ່ຽງການ​ລົງທຶນ​ຂອງ​ປະ​ເທດ​ຕ່າງໆ​ ກັບ​ຈີນ​ຢູ່ໃນ​ລາວໃຫ້ໄດ້​ຢ່າງ​ແທ້​ຈິງນັ້ນ ກໍບໍ່ແມ່ນເລື່ອງງ່າຍ. ເນື່ອງຈາກວ່າໃນປັດຈຸບັນນີ້ ບໍລິສັດຈາກຈີນ ຍັງເປັນອັນດັບ 1 ຂອງການລົງທຶນໃນລາວ. ມີຈຳນວນເຖິງ 933 ໂຄງ​ການ​ ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 18 ຕື້​ໂດ​ລາ​ສະ​ຫະ​ລັດ ​ແລະ​ເປັນ​ການ​ລົງ​ທຶນ​ໃນ​ທຸກ​ດ້ານ ໂດຍສະເພາະໃນຂົງເຂດພະລັງງານ ການຂຸດຄົ້ນແຮ່ທາດ ການຜະລິດກະສິກຳ ການຄ້າ ແລະການບໍລິການທີ່ສົມບູນແບບ. ສະນັ້ນ, ບໍລິສັດຈີນທີ່ລົງທຶນ ແລະ ດຳເນີນທຸລະກິດຢູ່ລາວ ຈືງສາມາດກຳນົດລາຄາສິນຄ້າແລະບໍລິການຕ່າງໆ ​ເປັນເງິນ​ຢວນໄດ້ດ້ວຍ​ ​ເມື່ອສົມ ທົບ​ກັບການ​ຂັດ​ແຍ້​ງດ້ານ​ການ​ຄ້າ​ລະຫວ່າງ​ອາ​ເມຣິ​ກາ​ກັບ​ຈີນ ແລະບໍ່ວ່າຜົນການເລືອກຕັ້ງປະທານາທິບໍດີສະຫະລັດຈະເປັນອັນໃດກໍ່ຕາມ. ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ການ​ລົງທຶນ​ຂອງ​ຈີນ​ໃນ​ລາວແລະ​ໃນ​ອາ​ຊຽນ​ແຕ່​ຢ່າງ​ໃດ. ດັງທີ່ຜູ້ຊ່ຽວຊານດ້ານເສດຖະກິດ ການຄ້າ ແລະ ການລົງທຶນໃນອາຊຽນ ຢືນຢັນວ່າ:

“ບໍ່​ວ່າ​ຜູ້​ໃດຈະ​ຊະນະ​ການ​ເລືອກ​ຕັ້ງ, ໂອກາດ​ທີ່​ຈະ​ປະ​ເຊີນ​ໜ້າກັນ​, ຂັດແຍ້ງກັນ​ລະຫວ່າງ​ອາ​ເມ​ຣິ​ກາ​ກັບ​ຈີນ ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​. ແນວໃດກໍຕາມ, ທັງສອງ​ປະ​ເທດ​ນີ້ຍັງ​ຈະ​ສືບ​ຕໍ່​ເປັນ​ຄູ່ແຂ່ງ​ທາງ​ຍຸດ​ທະ​ສາດກັນຕໍ່ໄປ. ສະນັ້ນແລ້ວນິ້, ຈີນກໍຄົງຈະ​ຕ້ອງ​ຊອກ​ຫາ​ທາງອອກແລ້ວວ່າຕອນນີ້ນິ, ຄວາມ​ຕ້ອງການ​ເງິນ​ຢວນມັນເກິດຂື້ນແລ້ວ ​ທ່າມກາງການ​ຮ່ວມ​ມື​ຂອງ​ຈີນ​ກັບ​ປະ​ເທດ​ອື່ນໆ​. ເລີ້ມຕົ້ນດ້ວຍ ​ໜຶ່ງ​ແລວ​ທາງ-​ໜຶ່ງ​ເສັ້ນ​ທາງນັ້ນ ແລະທຸກປະເທດໃນກຸ່ມໂລກໃຕ້, ເຊິ່ງເປັນປະເທດສ່ວນໃຫຍ່ໃນໂລກ, ສະ​ນັ້ນ ມັນ​ຈຶ່ງ​ເພີ່ມ​ກາ​ລະ​ໂອ​ກາດ​ໃນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ກຳລັງ​ພັດ​ທະ​ນາທັງຫຼາຍ. ມັນກໍເທົ່າກັບເປັນການນໍາພາໃຫ້ເງິນຢວນພົ້ນ​ເດັ່ນ​ຂຶ້ນ​ຢ່າງ​ງ່າຍ​ດາຍ​ ແລະ​ຫລາຍຂື້ນ.”

ຜູ້ຊ່ຽວຊານ ຄາດວ່າ ລັດຖະບານລາວ ອາດຈະຕ້ອງຂໍການຊ່ວຍເຫລືອ ແລະ ກູ້ເງິນ ຈາກກອງທຶນການເງິນສາກົນ (IMF) ເພື່ອຊ່ວຍປະເທດລາວໃຫ້ຟື້ນຕົວຈາກວິກິດການທາງເສດຖະກິດ ແລະ ການເງິນ. ເພາະຖ້າຫາກວິກິດການດັ່ງກ່າວຍັງດຳເນີນຕໍ່ໄປ ມັນຈະສົ່ງຜົນໃຫ້ເສດຖະກິດລາວລົ້ມລະລາຍຢ່າງຫລີກລ່ຽງບໍ່ໄດ້ ແລະເງິນກີບຈະຫຼຸດລົງຈົນກ່ວາມັນບໍ່ມີຄ່າ. ສ່ວນຄົນລາວກໍຈະຕ້ອງປະເຊີນກັບໄພເງິນເຟີ້ສູງ. ແລະສິນຄ້າກໍ່ແພງຂຶ້ນເມື່ອລວມກັບອັດຕາສ່ວນໜີ້ສາທາລະນະທີ່ສູງ ແລະ ຄວາມສາມາດໃນການເກັບລາຍຮັບທີ່ຈຳກັດ. ດັ່ງນັ້ນ, ລັດຖະບານລາວ ຈະຕ້ອງຂໍຄວາມຊ່ວຍເຫຼືອຈາກ IMF ນັ່ນເອງ.

ແຕ່ຢ່າງໃດກໍ່ຕາມ ຖ້າລັດຖະບານລາວສາມາດຄວບຄຸມ ແລະ ຫລຸດຜ່ອນອັດຕາເງິນເຟີ້ໄດ້. ທັງສາມາດສ້າງຄວາມເຊື່ອໝັ້ນໃນມູນຄ່າຂອງເງິນກີບໄດ້ຢ່າງແທ້ຈິງ, ເຊື່ອວ່າເສດຖະກິດລາວຈະດີຂຶ້ນໃນໄລຍະຍາວ ທັງນີ້ ກໍຍ້ອນວ່າ ຜ່ານມາ ລັດຖະບານລາວ ໄດ້ລົງທຶນ ຫລາຍດ້ານ ໃນການພັດທະນາ ພື້ນຖານໂຄງລ່າງ. ໂດຍ​ສະ​ເພາະ​ແມ່ນ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ກັບ​ຈີນ​ແລະ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ໄຟ​ຟ້າ ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ, ນຳ​ໄປ​ສູ່​ການ​ລົບ​ລ້າງ​ຄວາມທຸກ​ຍາກ​ຢ່າງ​ຄົບ​ຖ້ວນ​ໃນ​ປີ 2025 ແຕ່ລາຍຮັບສະເລ່ຍຂອງພົນລະເມືອງລາວໃນປັດຈຸບັນມີພຽງແຕ່ 28.97 ລ້ານກີບ ຫຼື ເທົ່າກັບ 1,353 ໂດລາຕໍ່ຄົນຕໍ່ປີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG