ການຮຽນຕໍ່ໃນລະດັບອຸດົມສືກສາຂອງເຍົາວະຊົນລາວໃນສົກຮຽນປີ 2024-2025 ມີຈຳນວນ ທັ້ງຫມົດພຽງແຕ່ 3,860 ຄົນເທົ່ານັ້ນໃນທັ່ວປະເທດ ໂດຍຫຼຸດລົງເຖິງ 63.7% ທຽບໃສ່ສົກຮຽນ 2023-2024.
ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ວິກິດການທາງເສດຖະກິດ-ການເງິນ ໄດ້ສົ່ງຜົນກະທົບແລະເຮັດໃຫ້ສະຖານະພາບດ້ານການສຶກສາໃນລາວຕົກຕ່ຳລົງ ທັງດ້ານປະລິມານແລະຄຸນນະພາບ ຊຶ່ງເຫັນໄດ້ຈາກການປະລະ ຫຼື ການຢຸດຮຽນຂອງບັນດາເຍົາວະຊົນລາວທີ່ເພີ່ມຂຶ້ນນັບມື້ ໂດຍສະເພາະແມ່ນການຮຽນໃນລະດັບອຸດົມສຶກສານັ້ນ ກໍຄືລະດັບການສຶກສາທີ່ມີການປະລະຫຼືຢຸດຮຽນເພິ່ມຂຶ້ນຫລາຍທີ່ສຸດ ຊຶ່ງຈາກການສໍາຫຼວດ ພົບວ່າມີເຍົາວະຊົນລາວພຽງແຕ່ 3,860 ຄົນເທົ່ານັ້ນທີ່ລົງທະບຽນຮຽນຕໍ່ລະດັບອຸດົມສຶກສາໃນສົກຮຽນ 2024-2025 ຂະນະທີ່ມະຫາວິທະຍາໄລແລະວິທະຍາ ໄລຕ່າງໆໃນທົ່ວປະເທດສາມາດຮອງຮັບນັກສຶກສາໃໝ່ໄດ້ຫຼາຍກວ່າ 10,600 ຄົນ ຊຶ່ງໝາຍຄວາມວ່າອັດຕາການຮຽນຕໍ່ໃນລະດັບອຸດົມສຶກສາຂອງເຍົາວະຊົນລາວຫຼຸດລົງ ເຖິງ 63,7% ທຽບໃສ່ສົກຮຽນ 2023-2024 ທີ່ມີເຍົາວະຊົນລາວລົງທະບຽນເຂົ້າຮຽນຢ່າງຄົບຖ້ວນ ແລະບັນຫາດຽວກັນນີ້ ຍັງໄດ້ເກີດຂຶ້ນໃນລະດັບປະຖົມແລະມັດທະຍົມສຶກສາອີກດ້ວຍ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ
“ໂດຍສົມທຽບໃສ່ສົກຮຽນປີຜ່ານມາ, ອັດຕາການປະລະການຮຽນ-ການສອນແມ່ນເພີ່ມຂຶ້ນ ແລະການເຂົ້າຮຽນໃໝ່ ແມ່ນຫຼຸດລົງໃນທຸກຊັ້ນ ທຸກສາຍ ຮຽນລະດັບສູງເທົ່າໃດ? ຍິ່ງມີຈໍານວນຫຼຸດລົງຫຼາຍ ແລະຈຳນວນຄູ ກໍຫຼຸດລົງຢ່າງໜ້າເປັນຫ່ວງ ລັດຖະບານລາວໄດ້ວາງນະໂຍບາຍ ແຕ່ການຈັດຕັ້ງຜັນຂະຫຍາຍກໍ່ຍັງຊັກຊ້າ ບໍ່ທັນທົ່ວເຖິງ ຈຶ່ງເຮັດໃຫ້ນະໂຍບາຍ ແລະ ມາດຕະການແກ້ໄຂ ບໍ່ທັນໄດ້ດີເທົ່າທີ່ຄວນ ງົບປະມານພັດທະນາວຽກງານການສຶກສາແລະກີລາ ໄດ້ພຽງ 12% ແຕ່ກົດຫມາຍໄດ້ກຳນົດໄວ້18%, ຈຶ່ງເຮັດໃຫ້ການພັດທະນາການສຶກສາພົບຄວາມຫຍຸ້ງຍາກ.”
ທັ້ງນີ້ໂດຍວິກິດການທາງດ້ານເສດຖະກິດໃນລາວຍັງສືບຕໍ່ເຮັດໃຫ້ເດັກນ້ອຍໃນເຂດຊົນນະບົດຂອງລາວ ໄດ້ພາກັນປະລະການຮຽນເພິ່ມຂຶ້ນນັບມື້ ເພາະວ່າພໍ່ແມ່ແລະຜູ້ປົກຄອງບໍ່ສາມາດທີ່ຈະສົ່ງເສຍໃຫ້ລູກຫລານໄປໂຮງຮຽນໄດ້ຕາມປົກກະຕິ ນັບຈາກທີ່ໄດ້ເກິດວິກິດການທາງເສດຖະກິດ-ການເງິນໃນລາວ ໂດຍເຮັດໃຫ້ອັດຕາການປະລະການຮຽນຊັ້ນປະຖົມແລະມັດທະຍົມເພີ່ມຂຶ້ນຈາກ 2.9% ແລະ 12.9% ໃນປີ 2023 ເປັນ 9.7% ແລະ 18.8% ຕາມລຳດັບໃນປະຈຸບັນນີ້ ທັ້ງຍັງມີທ່າອ່ຽງທີ່ຈະເພີ່ມຂຶ້ນສູງອີກ ຖ້າຫາກວ່າລັດຖະບານລາວ ບໍ່ສາມາດທີ່ຈະໃຫ້ການຊ່ວຍເຫຼືອໄດ້ຢ່າງພຽງພໍຊຶ່ງລວມເຖິງການຊ່ວຍເຫຼືອດ້ານໂພຊະນາການ ແລະທຶນສະຫນັບສະຫນູນການສຶກສາດ້ວຍນັ້ນ ດັງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ທັດສະນະວ່າ
“ໃຫ້ລັດຖະບານສຸມໃສ່ສ້າງ ແລະ ປັບປຸງຫຼັກສູດການຮຽນ-ການສອນໃນສາຍສາມັນສຶກສາ ສາຍສາມັນວິຊາອາຊີບໃຫ້ມີຄຸນນະພາບດີຂຶ້ນ ຄົ້ນຄວ້າການສ້າງພື້ນຖານໂຄງລ່າງທາງດ້ານການສຶກສາ ສ້າງໂຮງຮຽນກິນນອນ ທີ່ພັກຢູ່ອາໄສສຳລັບນັກຮຽນຍູ່ເຂດຊົນນະບົດຫ່າງໄກສອກຫຼີກ ສະຫນອງວັດຖູແລະອຸປະກອນການຮຽນ-ການສອນ ອຸປະກອນກິລາແລະສິລະປະ ມີກິດຈະກຳສຳລັບໄວໜຸ່ມ ແລະສ້າງສະພາບແວດລ້ອມເພື່ອດຶງດູດນັກຮຽນໃຫ້ຢາກໄປໂຮງຮຽນ ເຮັດໃຫ້ອັດຕາການປະລະການຮຽນລົດລົງເທື່ອລະກ້າວ.”
ສ່ວນຄູອາສາສະໝັກແຂວງຜົ້ງສາລີ ເປີດເຜີຍວ່າການຊ່ວຍເຫຼືອດ້ານໂພຊະນາການແລະອາຫານທ່ຽງສໍາລັບເດັກນ້ອຍຊັ້ນປະຖົມ ຊຶ່ງລັດຖະບານສະຫະລັດ ໄດ້ໃຫ້ການຊ່ອຍເຫລືອແກ່ລາວ ນັບແຕ່ປີ 2006 ເປັນຕົ້ນມາ ໄດ້ມີບົດບາດຍ່າງສໍາຄັນໃນການຊ່ອຍຫລຸດຜ່ອນບັນຫາການປະລະການຮຽນຂອງເດັກນ້ອຍລາວໃນເຂດຊົນນະບົດ ເຖິງວ່າວິກິດການທາງເສດຖະກິດຈະສົ່ງຜົນກະທົບໜັກໜ່ວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວກໍຕາມ ແຕ່ກໍບໍ່ປາກົດວ່າມີເດັກນ້ອຍລາວຄົນໃດໃນຈຳນວນ 170,000 ກວ່າຄົນທີ່ໄດ້ຮັບການຊ່ວຍເຫລືອຈາກສະຫະລັດ ດັ່ງກ່າວນີ້ໄດ້ຢຸດເຊົາຈາກການຮຽນແຕ່ຢ່າງໃດ.
ຟໍຣັມສະແດງຄວາມຄິດເຫັນ