ຊີວິດຂອງປະຊາຊົນເຜົ່າມົ້ງ ໄດ້ມີຄວາມຫຍຸ້ງຍາກລຳບາກມາແຕ່ດົນນານແລ້ວ, ຍ້ອນບັນຫາໃນອະດີດ, ຍ້ອນພວກເຂົາເຈົ້າໄດ້ເຂົ້າຮ່ວມໃນການສູ້ລົບແບບກອງໂຈນທີ່ເປັນພັນທະມິດກັບ ສະຫະລັດ ໃນສະໄໝສົງຄາມຫວຽດນາມ ແລະ ການຢູ່ອາໄສໃນເຂດຫ່າງໄກສອກຫຼີກຂອງເຂົາເຈົ້າ. ແຕ່ໃນປັດຈຸບັນນີ້, ຊີວິດຂອງປະຊາຊົນເຜົ່າມົ້ງແມ່ນກຳລັງດີຂຶ້ນ, ໂດຍມີການເຂົ້າຫາຂອງລັດຖະບານ ລາວ, ແລະ ປະຊາຊົນມົ້ງກໍໄດ້ຍ້າຍອອກຈາກພື້ນທີ່ແລ້ວເຂົ້າໄປອາໄສຢູ່ເຂດໃນຕົວເມືອງກັບຊົນເຜົ່າອື່ນໆຫຼາຍຂຶ້ນ. ພວກເຮົາມີລາຍງານມາສະເໜີທ່ານໃນອັນດັບຕໍ່ໄປ.
ປະຊາຊົນມົ້ງ ສ່ວນຫຼາຍແມ່ນດຳລົງຊີວິດຢູ່ເຂດຫ່າງໄກສອກຫລີກ, ໃນເຂດພູສູງ, ດ້ວຍເຫດນີ້ຊາວເຜົ່າມົ້ງຈຳນວນຫຼາຍຈຶ່ງຍັງພົບຄວາມຫຍຸ້ງຍາກຫລາຍ ປະການ ຍ້ອນຢູ່ຫ່າງຈາກຄວາມຈະເລີນກ້າວຫນ້າທາງດ້ານເສດຖະ ກິດ, ຖະຫນົນ ຫົນທາງທຽວໄປມາຫາສູ່ກັນກໍຫຍຸ້ງຍາກ, ໂຮງຮຽນໂຮງຫມໍຢູ່ຫ່າງໄກ, ເວລາເຈັບເປັນກໍພົບບັນຫາການເດີນທາງບໍ່ສະດວກ, ນອກຈາກນັ້ນເດັກນ້ອຍຫລາຍໆຄົນ ຢູ່ແຕ່ລະບ້ານ ກໍບໍ່ໄດ້ເຂົ້າໂຮງຮຽນຢ່າງທົ່ວເຖິງ ແລະ ການທຳມາຫາກິນຍັງພົບ ຄວມຫຍຸ້ງຍາກຫລາຍ.
ຖ້າທຽບໃສ່ກັບເມື່ອກ່ອນ, ກໍມີການພັດທະນາຢູ່, ລັດຖະບານໄດ້ມີການກໍ່ສ້າງຖະຫນົນຫົນທາງ ດ້ວຍການຊ່ວຍເຫຼືອຈາກຕ່າງປະເທດ.
ທ່ານ ຄຳໝັ້ນ ວ່າງ, ປະຊາຊົນຢູ່ບ້ານນາຊູ ເມືອງກາສີ ໄດ້ເວົ້າວ່າ:
ທີ່ຢູ່ປະຈຸບັນຖ້າທຽບໃສ່ແຕ່ກ່ອນ ແມ່ນຊິວິດການເປັນຢູ່ດີຂຶ້ນຫຼາຍ ໄດ້ມີການປ່ຽນແປງໄປແລ້ວເຖິງ 60 ກວ່າ% ຢູ່ບ້ານເກົ່າບໍ່ມີໂຮງຮຽນ, ບໍ່ມີໂຮງຫມໍ. ການທຳການຜະລິດກະສິກໍາ ແລະ ການຊອກຢູ່ຫາກີນກໍພົບຄວາມຫຍຸ້ງຍາກຫຼາຍປະການ.
ປະຊາຊົນເຜົ່າມົ້ງທີ່ຢູ່ເຂດຫ່າງໄກສອກຫລີກ ສ່ວນຫລາຍແມ່ນຍັງຢຶດຖືການຖາງປ່າເຮັດໄຮ່ແບບເລື່ອນລອຍ. ປີນີ້ເຮັດຢູ່ນີ້ ປີຫນ້າໄປຫາບ່ອນໃຫມ່. ປີໃດສະພາບ ອາກາດບໍ່ປົກກະຕິ, ເກີດມີສັດຕູພືດມາທຳລາຍຜົນຜະລິດຈະເຮັດໃຫ້ລາຍຮັບຂອງປະຊາຊົນຫລຸດລົງ, ເຂົ້າບໍ່ກູ້ມກິນຮອດປີ, ພ້ອມກັນນັ້ນການພັດທະນາທີ່ເຂົ້າເຖິງກໍຊັກຊ້າ, ລາຍໄດ້ແຕ່ລະຄອບຄົວຕົກຕໍ່າ. ການປູກຝັງລ້ຽງສັດໃຫຍ່ ສັດນ້ອຍ ແມ່ນເຮັດໄປຕາມທຳມະຊາດບໍ່ມີເຕັກນິກວິຊາການເຂົ້າມາຊ່ວຍ. ການສັກຢາປ້ອງກັນພະຍາດກໍບໍ່ທົ່ວເຖິງ, ຕໍ່ກັບບັນຫາດັ່ງກ່າວໄດ້ມີຫຼາຍໆຄອບຄົວພີ່ນ້ອງ ເຜົ່າມົ້ງ ຍົກຍ້າຍໄປຢູ່ເຂດໃກ້ຕົວເມືອງ ເຂົາເຈົ້າໄດ້ຮັບການພັດທະນາຫຼາຍຂຶ້ນ ລູກຫຼານໄດ້ເຂົ້າໂຮງຮຽນ, ຫຼັງຈາກຮຽນຈົບມາກໍໄດ້ປະກອບວິຊາຊີບຢູ່ຕາມອົງການຈັດຕັ້ງຕ່າງໆ.
ດຣ ອອງ ຢ່າງ, ພະນັກງານແພດ ຢູ່ໂຮງຫມໍແມ່ແລະເດັກເກີດໃຫມ່
ການເປັນພະນັກງານລັດ, ກໍ່ມີນະໂຍບາຍຫຼາຍຢ່າງ ໂດຍສະເພາະແມ່ນນະໂຍບາຍປະກັນສັງຄົມ ເວລາເຈັບເປັນໄປໂຮງຫມໍ ກໍ່ຊ່ວຍຫລຸດຄ່າໃຊ້ຈ່າຍ ແລະ ນະໂຍບາຍອື່ນໆອີກ. ການເປັນພະນັກງານລັດກໍພໍຢູ່-ພໍກິນ ແລະ ຊີວິດການເປັນຢູ່ກໍ່ດີຂຶ້ນ ຖ້າທຽບໃສ່ຫລາຍໆປີຜ່ານມາ.
ປັດຈຸບັນນີ້ການຈຳແນກຊົນຊາດຊົນເຜົ່າໃນປະເທດລາວ, ໂດຍສະເພາະກັບຊົນເຜົ່າມົ້ງນັ້ນ ແມ່ນໄດ້ຫຼຸດລົງຫຼາຍແລ້ວ ເຊິ່ງເຫັນໄດ້ຈາກການທີ່ຄົນເຜົ່າມົ້ງສ່ວນຫລາຍໄດ້ຍົກຍ້າຍອອກຈາກເຂດຫ່າງໄກສອກຫລີກ ເຂົ້າສູ່ໃນຕົວເມືອງເພື່ອພັດທະນາຊີວິດຂອງຕົນເຫມືອນກັບເຜົ່າອື່ນໆ. ເພາະໃນຕົວເມືອງມີຄວາມສະດວກຫລາຍກວ່າ ມີໂຮງຮຽນ-ໂຮງຫມໍ, ມີໄຟຟ້າ, ນ້ຳສະອາດ, ຖະຫນົນຫົນທາງ ການໄປມາຫາ ສູ່ສະດວກສະບາຍ, ລູກຫລານໄດ້ເຂົ້າໂຮງຮຽນໄປຕາມເກນອາຍຸ ແລະ ການຄ້າຂາຍ ສ້າງລາຍຮັບເຂົ້າຄອບຄົວ ໄດ້ນັບມື້ຫຼາຍຂຶ້ນ ເມື່ອທຽບໃສ່ກັບການອາໄສຢູ່ບ້ານເກີດຂອງເຂົາເຈົ້າໃນຊົນເຜົ່າມົ້ງ.
ນາງ ເນຍຢົງເຮີ່ ວ່າງ, ປະຊາຊົນຢູ່ບ້ານໂຊກຄຳ, ຂາຍຊຸດເຜົ່າມົ້ງ ຢູ່ຕະຫຼາດເຊົ້າ ວຽງຈັນ
“ຊຸດເຜົ່າມົ້ງມີຄົບ ໄດ້ມີລາຍຮັບນັບມື້ສູງຂຶ້ນ, ໄລຍະແຕ່ເດືອນ ຕຸລາ ຫາເດືອນ ພະຈິກ, ແມ່ນໃກ້ຍາມບູນກິນຈຽງຂອງເຜົ່າມົ້ງ ສາມາດຂາຍໄດ້ 5 ຫາ 6 ລ້ານກີບຕໍ່ມື້, ຮ້ານຂ້ອຍແມ່ນຂາຍແຕ່ຊຸດເຜົ່າມົ້ງ ລູກຄ້າສ່ວນຫລາຍເປັນ ຄົນເຜົ່າມົ້ງ.”
ນອກຈາກນັ້ນເຜົ່າມົ້ງຫຼາຍຄົນ ຍັງສາມາດລົງທືນເປີດຮ້ານຂາຍເຄື່ອງຕາຕະຫລາດໃຫຍ່ໆ ໃນນະຄອນຫລວງວຽງຈັນມີຫລາຍຄອບຄົວ ກາຍເປັນຄອບຄົວພົ້ນທຸກມີຢູ່ມີກິນ, ມີທືນຮອນສົ່ງລູກຫລານເຂົ້າໂຮງຮຽນ, ເຂົ້າມະຫາວິທະຍາໄລຕ່າງໆ, ມີຫລາຍໆຄົນ ໄດ້ເຂົ້າເປັນພະນັກງານທາງພາກລັດ ແລະເອກະຊົນແຕ່ຂັ້ນວິຊາ ການເຖິງຂັ້ນສູງ, ມີຫລາຍຄົນ ໄດ້ເຮັດວຽກນຳອົງການຈັດຕັ້ງສາກົນ, ເປັນປະ ທານບໍລິສັດ ມີເຮືອນຫລັງໃຫ່ຍຢູ່ມີລົດງາມງາມຂີ່ ແລະມີນັກທຸລະກິດທີ່ເປັນ ຊົນເຜົ່າຫລາຍໆທ່ານອີກດ້ວຍ.
ຟໍຣັມສະແດງຄວາມຄິດເຫັນ