ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໙ ກັນຍາ ໒໐໒໔

ການຍ່າງໃນອະກາດທີ່ເປັນປະຫວັດການນີ້ ເປັນເຈດຕະນາທີ່ຈະທົດລອງຊຸດອະວະກາດ ໃໝ່ຂອງ SpaceX


ພາລະກິດທີ່ເອີ້ນວ່າ Polaris Dawn ຂອງ SpaceX ໄດ້ຖືກສົ່ງຂຶ້ນໃນຕອນກ່ອນອາລຸນ ຂອງວັນອັງຄານ ຈາກສູນກາງອະວະກາດ ເຄນເນດີ ໃນລັດຟລໍຣິດາ, ໂດຍການເດີນທາງ ເຂົ້າໄປໃນຈັກກະວານທີ່ເລິກກວ່າ ມະນຸດໃດໆທີ່ເຂົ້າໄປ ໃນຮອບ 50 ປີຜ່ານມາ ນັບຕັ້ງແຕ່ໂຄງການ Appollo

ນັກລົງທຶນດ້ານເທັກໂນໂລຈີ ມະ​ຫາເສດຖີພັນລ້ານ ທ່ານຈາເຣດ ອາຍແຊັກແມນ ແລະນັກວິສະວະກອນຂອງ SpaceX ທ່ານນາງ ຊາຣາ ກີລລິສ ໄດ້ກາຍເປັນພົນ​ລະ​ເມືອງເອກະຊົນຜູ້ທຳອິດ ທີ່ໄດ້ທຳການຍ່າງຢູ່ໃນອະວະກາດ ໃນວັນພະຫັດວານນີ້ ຢູ່ເທິງຍານອະວະກາດຂອງ SpaceX ທີ່ລະດັບປະມານ 700 ກິໂລແມັດເໜືອໂລກ.

ພາລະກິດທີ່ເອີ້ນວ່າ Polaris Dawn ຂອງ SpaceX ໄດ້ຖືກສົ່ງຂຶ້ນໃນຕອນກ່ອນອາລຸນ ຂອງວັນອັງຄານ ຈາກສູນກາງອະວະກາດ ເຄນເນດີ ໃນລັດຟລໍຣິດາ, ໂດຍການເດີນທາງ ເຂົ້າໄປໃນຈັກກະວານທີ່ເລິກກວ່າ ມະນຸດໃດໆທີ່ເຂົ້າໄປ ໃນຮອບ 50 ປີຜ່ານມາ ນັບຕັ້ງແຕ່ໂຄງການ Appollo.

ໃນວັນພະຫັດວານນີ້ ພວກລູກເຮືອ 4 ຄົນຂອງຍານອະວະກາດ ມັງກອນ ຫຼື Dragon spacecraft ກໍໄດ້ເຫີນລົງສູ່ວົງໂຄຈອນທີ່ລະດັບປະມານ 700 ກິໂລແມັດ. ເນື່ອງຈາກ ຍານອະວະກາດບໍ່ມີລ໊ອກກັນອາກາດ ພວກລູກເຮືອທັງສີ່ຄົນຕ້ອງໃສ່ຊຸດອະວະກາດໃໝ່ ເພື່ອປົກປ້ອງພວກເຂົາເອງ ຈາກສູນຍາກາດໃນການຍ່າງຢູ່ໃນອະວະກາດນັ້ນ.

ນັກບິນຂອງພາລະກິດນີ້ ທ່ານສກັອດ ໂປທີຕ ແລະນັກວິສະວະກອນຂອງ SpaceX ທ່ານນາງ ອານນາ ເມນອນ ກໍໄດ້ນັ່ງຮັດສາຍເຂັມຂັດຢູ່ກັບບ່ອນນັ່ງຂອງພວກເຂົາ ເພື່ອຕິດຕາມເບິ່ງຢູ່ພາຍໃນຍານອະວະກາດ.

ໃນເວລາບໍ່ດົນຕໍ່ມາ ທ່ານ ອາຍແຊັກແມນ ໄດ້ເປີດປະຕຸຂອງຍານອະວະກາດ ແລະໄດ້ປີນ ອອກໄປ ໂດຍຈັບໂຄງສ້າງທີ່ຮູ້ຈັກກັນຄື “Skywalker” ທີ່ໄດ້ຖືກຕິດຕັ້ງດ້ວຍຮາວຈັບ ແລະຮາວຢຽບ. ສຽງຕົບມືຈາກພວກຜູ້ຊົມຢູ່ທີ່ພື້ນດິນ ອາດຈະໄດ້ຍິນໃນຂະນະທີ່ທ່ານໄດ້ ສ່ອງລົງໄປເບິ່ງໂລກ.

ຫຼັງຈາກປະມານ 10 ນາທີ ທີ່ທ່ານໄດ້ກັບຄືນເຂົ້າໄປໃນຍານອະວະກາດ, ທ່ານນາງກີລລິສ ກໍໄດ້ກ້າວອອກໄປຍ່າງແບບດຽວກັນນັ້ນ ໂດຍກາຍເປັນພົນລະເມືອງເອກະຊົນຜູ້ທີສອງ ທີ່ໄດ້ກະທຳການຍ່າງໃນອະວະກາດນັ້ນ.

ການຍ່າງໃນອະກາດທີ່ເປັນປະຫວັດການນີ້ ເປັນເຈດຕະນາທີ່ຈະທົດລອງຊຸດອະວະກາດ ໃໝ່ຂອງ SpaceX, ໃນການປົກປ້ອງພວກນັກບິນອະວະກາດຈາກກຳມັນຕະລັງສີ ແລະອຸນຫະພູມທີ່ຮ້າຍແຮງ. SpaceX ໄດ້ໃຊ້ເວລາຫຼາຍກວ່າສອງປີ ເພື່ອການພັດທະນາຊຸດຮັດຮ່າງແບບລຽບໆ ທີ່ແນໃສ່ເພື່ອອຳນວຍໃຫ້ມີການເຄື່ອນຕົວໄດ້ຢ່າງສູງສຸດ.

ພາລະກິດ Polaris Dawn ເປັນຖ້ຽວບິນທຳອິດ ໃນສາມຖ້ຽວບິນທີ່ໄດ້ຖືກວາງແຜນເອົາໄວ້ ໃນໂຄງການ ເອີ້ນວ່າ Polaris ນັ້ນ ທີ່ໄດ້ເລືອກ ທ່ານອາຍແຊັກແມນ ອາຍຸ 41 ປີ, ຜູ້ທີ່ເປັນຫົວໜ້າບໍລິຫານໃຫຍ່ ຫຼື CEO ແລະເປັນຜູ້ກໍ່ຕັ້ງບໍລິສັດປະ​ມ​ວນ​ຜົ​ນ ບັດເຄຣດິດ Shift4 ແລະບໍ່ມີສ່ວນກ່ຽວຂ້ອງກັບ ອົງການອະວະກາດຂອງສະຫະລັດ ຫຼື NASA. ທ່ານໄດ້ປະຕິເສດທີ່ຈະເວົ້າວ່າ ທ່ານໄດ້ລົງທຶນຫຼາຍເທົ່າໃດໃນໂຄງການນີ້.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG