ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໖ ກັນຍາ ໒໐໒໔

ເຈົ້າໜ້າທີ່ລາວດຳເນີນຊອກຫາສົບຜູ້ເສຍຊີວິດຈາກເຫດການເຮືອຫຼົ້ມທີ່ ສາມຫຼ່ຽມຄຳ


ທີມງານກູ້ໄພ ແບະເຈົ້າໜ້າທີ່ ທໍາການເກັບກູ້ຮ່າງຂອງຜູ້ເຄາະຮ້າຍ ຈາກເຫດການເຮືອຫຼົ້ມບໍລິເວນສາມຫຼ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ທາງພາກເໜືອຂອງປະເທດລາວ.
ທີມງານກູ້ໄພ ແບະເຈົ້າໜ້າທີ່ ທໍາການເກັບກູ້ຮ່າງຂອງຜູ້ເຄາະຮ້າຍ ຈາກເຫດການເຮືອຫຼົ້ມບໍລິເວນສາມຫຼ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ທາງພາກເໜືອຂອງປະເທດລາວ.

ເຫດການເຮືອຫລົ້ມໃນຂັ້ນເສດຖະກິດພິເສດສາມຫຼຽມຄຳໃນວັນຈັນທີ່ຜ່ານມານີ້ເຮັດ ໃຫ້ເເຮງງານສັນຊາດມຽນມາ ຈຳນວນໜຶ່ງເສຍຊີວິດ ເຊິ່ງທາງເຊິ່ງເຈົ້າໜ້າໜ້າທີ່ລາວ ກໍຍັງດຳເນີນຊອກຫາຜູ້ເສຍຊີວິດເພີ່ມຕື່ມ.

ສຳນັກງານຂ່າວຊ່ອງ 7 ໃນປະເທດໄທໄດ້ລາຍງານວ່າ ເຮືອດັ່ງກ່າວໄດ້ບັນທຸກ ເເຮງງານ ມຽນມາ ປະມານ 40 ຄົນອອກຈາກທ່າເຮືອຢູ່ເຂດເສດຖະກິດສາມຫຼ່ຽມ ຄຳ ໄປທ່າເຮືອເມືອງພົງ ໃນປະເທດມຽນມາ ກ່ອນຈະຖືກກະເເສນ້ຳເເຮງພັດ ໃຫ້ເຮືອປິ້ນ.

ທາງເຈົ້າໜ້າທີ່ລາວໄດ້ກູ້ຮ່າງຂອງຜູ້ເສຍຊີວິດເພີ່ມຕຶ່ມອີກຄົນ 1 ໃນຕອນສວາຍຂອງ ວັນພຸດວານນີ້ຢູ່ເຂດບ້ານຫ້ວຍທຸຍ ເມືອງຫ້ວຍຊາຍ ເເຂວງບໍ່ເເກ້ວ ຍ້ອນກະເເສນ້ຳ ໄດ້ພັດຮ່າງຂອງຜູ້ກ່ຽວເຂົ້າຝັ່ງ.

ທາງເຈົ້າໜ້າທີ່ກູ້ໄພຢູ່ເເຂວງບໍ່ເເກ້ວໃຫ້ສຳພາດວ່າ: ເເມ່ນເເຫລະໆເຈົ້າກໍພໍດີມັນໄຫຼນຳມາທາງຕຳຫຼວດທາງໄອຍະການເພິ່ນເເຈ້ງມາເນາະ. ເຮືອນີ້ອອກຈາກລາວໄປນະເຈົ້າ ມີເເຕ່ຄົນມຽນມ້າເເມ່ນເເຫລະ. ເຂົາເຈົ້າກັບບ້ານ ເຈົ້າບໍ່ມີວຽກເຮັດເດ. ເຮືອປີ້ນຍ້ອນກະເເສນ້ຳເຈົ້າ”

ທາງສະຖານທູດມຽນມ້າໃນ ສປປ ລາວຍັງບໍ່ມີການຖະເເຫຼ່ງຂ່າວຢ່າງເປັນທາງການ ຫຼື ຕອບຄຳຖາມຈາກນັກຂ່າວຫຼັກຈາກທີ່ໄດ້ສອບຖາມໄປ.

ເລີ່ມເເຕ່ວັນທີ 26 ເດືອນ ສິງຫາ ທາງຕຳຫຼວດເຂດເສດຖະກິດເສດສາມຫຼຽມຄຳ ໄດ້ບຸກຈັບກຸມເເກ້ງຄໍເຊັນເຕີໃນ ເເລະ ນຳໃຊ້ກຳລັງເຈົ້າໜ້າທີ່ 250 ລົງເຄື່ອນໄຫວ ກວດກາ ເເລະ ປະຕິບັດການລົບລ້າງ 16 ບໍລິສັດເປົ້າໝາຍທີ່ເປັນບໍລິສັດສໍ້ໂກງ ທາງໂທລະຄົມ. ຈາກມາດຕະການດັ່ງກ່າວ, ເຮັດໃຫ້ມີການຈັບກຸມເເກ້ງຄໍເຊັນເຕີ ໄດ້ຫຼາຍກວ່າ 700 ກວ່າຄົນເຊິ່ງມີຄົນມາຈາກປະເທດມຽນມ້າ ຫຼາຍກວ່າໝູ່ຮອງ ຈາກສັນຊາດລາວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG