ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໖ ກັນຍາ ໒໐໒໔

ລາວ ຄາດໝາຍວ່າ ຈະມີນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວຫຼາຍກວ່າ 5 ລ້ານຄົນ ໃນປີ 2024


Tourist Party in Vangvieng Tourist Site, Vientiane Province, Laos
ບັນດານັກທ່ອງທ່ຽວ ພາກັນໄປທ່ຽວຫຼິ້ນນ້ຳຊອງຢູ່ເມືອງວັງວຽງ ແຂວງວຽງຈັນ

ທາງການລາວ ຄາດວ່າ ຈະມີນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວຫຼາຍກວ່າ 5 ລ້ານຄົນ ໃນປີ 2024 ແຕ່ບັນຫາໃຫຍ່ທີ່ສຸດ ກໍຄືລັດ​ຖະ​ບານ​ບໍ່​ມີ​ງົບ​ປະ​ມານ​ເພື່ອ​ສ້ອມ​ແປງພື້ນ​ຖານໂຄງລ່າງ​ທີ່​ເປ່ເພ​ຢ່າງ​ໜັກ.

ສະມາຊິກ ສະພາ ແຫ່ງຊາດລາວ ເປີດເຜີຍວ່າ ລັດຖະບານລາວໄດ້ເພີ່ມຕົວເລກຄາດໝາຍນັກທ່ອງທ່ຽວຕ່າງປະເທດທີ່ຈະເຂົ້າມາທ່ອງທ່ຽວລາວໃນປີທ່ອງທ່ຽວລາວ 2024 ຈາກເດີມ 4 ລ້ານ ຄົນ ເປັນເກີນກວ່າ 5 ລ້ານຄົນ, ໂດຍໃນນັ້ນ ຄາດວ່າ 70 ເປີເຊັນ ຈະເດີນທາງຜ່ານ ຂົວມິດຕະພາບລາວ-ໄທ ແຫ່ງທີ່ 1 ແລະ ຈໍານວນນັກທ່ອງທ່ຽວທີ່ຈະມາທ່ອງທ່ຽວລາວຫລາຍທີ່ສຸດ ຍັງຄົງເປັນນັກທ່ອງທ່ຽວຈາກໄທແລະບັນດາປະເທດໃນອາຊຽນດ້ວຍກັນ ຕິດ​ຕາມ​ດ້ວຍ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ສາ​ມາດ​ເດີນທາງມາລາວໄດ້ ທັງ​ໂດຍທາງ​ລົດຍົນ​, ລົດ​ໄຟ​, ແລະ​ເຮືອບິນ ແຕ່ບັນຫາກໍຄື ເມື່ອນັກທ່ອງທ່ຽວຕ່າງປະເທດເຂົ້າມາໃນລາວແລ້ວ ພວກເຂົາກະຕ້ອງປະສົບກັບຄວາມບໍ່ສະດວກໃນການເດີນທາງໃນລາວ ທັງນີ້ ກໍຍ້ອນວ່າ ເສັ້ນທາງສ່ວນໃຫຍ່ຢູ່ໃນສະພາບເປ່ເພຢ່າງໜັກໜ່ວງ ຍ້ອນການບັນທຸກນ້ຳໜັກເກີນ ຂອງລົດຂົນສົ່ງແຮ່ທາດຈາກລາວ ໄປຈີນ. ໃນຂະນະທີ່ ລັດຖະບານລາວ ກໍມີງົບປະມານຈໍາກັດ ສະນັ້ນ, ເສັ້ນທາງຫຼາຍສາຍໃນລາວຈຶ່ງບໍ່ເອື້ອອໍານວຍໃຫ້ແກ່ການທ່ອງທ່ຽວເລີຍ. ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ຢືນຢັນວ່າ:

“ບັນຫາເຄັ່ງຮ້ອນເຮົາຫຼາຍອັນເດ້ດຽວນີ້ນິ ກະທົບຈາກການຂຸດຄົ້ນແຮ່ທາດແດ່ ບັນຫາເສັ້ນທາງ ຖະໜົນຫົນທາງ, ປະຊາຊົນກະໄປຍາກ-ມາຍາກ. ແລະດຽວນີ້ ພວກເຮົາເວົ້າວ່າ ວຽກງານທ່ອງທ່ຽວເຮົານີ້ ເປັນແຫຼ່ງລາຍຮັບອັນໜຶ່ງທີ່ເປັນ​ພື້ນ​ຖານ​ຂອງ​ປະ​ເທດ​ຊາດພວກເຮາ ແຕ່ວ່າ ເວ້າເລື່ອງບັນຫາການພັດທະນາພື້ນຖານໂຄງລ່າງຂອງໄທເຮົານີ້ ກະຍັງບໍ່ທັນເປັນຂະບວນດີ. ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ຖະໜົນຫົນທາງດຽວນີ້ໄປຍາກ​-ມາຍາກ ອັນນີ້ ປະຊາຊົນກະຕັ້ງບັນຫາວ່າ ເສັ້ນທາງໄທເຮານີ້ຄືບໍ່ມີການສ້ອມແປງ. ສ້ອມ​ແປງ​ກະ​ສ້ອມ​ແປງ​ເລັກໆ​ນ້ອຍ​ໆ ລັກສະນະວ່າ ຕາບນັ້ນ ຕາບນີ້ໄປ ບໍ່ຮອດ 2 ເດືອນເພແລ້ວ."

ພາຍໃຕ້ສະພາວະການຂາດແຄນງົບປະມານດັ່ງກ່າວ ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງເພິ່ງພາການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫລັກ. ແຕ່ວ່າຕ່າງປະເທດ ກໍໄດ້ຈຳກັດການຊ່ວຍເຫລືອທີ່ໃຫ້ແກ່ລັດຖະບານລາວ ເພາະວ່າ ບໍ່ເຊື່ອໃນຄວາມໂປ່ງໃສໃນການໃຊ້ງົບປະມານຂອງລັດຖະບານລາວ ​ຈຶ່ງ​ເຮັດໃຫ້​ລັດຖະບານລາວ ປະສົບກັບການຂາດແຄນງົບປະມານຢ່າງຮ້າຍແຮງໃນປັດຈຸບັນ. ດັ່ງທີ່ ທ່ານນາງສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ ຢືນຢັນວ່າ:

“​ຕໍ່​ການພັດ​ທະ​ນາ​ເສັ້ນ​ທາງ​ເຂົ້າ​ແຫລ່ງ​ທ່ອງ​ທ່ຽວ​ຕ່າງໆ​ໃນ​ທົ່ວ​ປະ​ເທດນີ້ ພວກເຮາກະ​ເຫັນ​ບັນ​ຫາ. ທີ່ຜ່ານມາ ກະໄດ້ສະໜອງງົບທີ່ເກີນແຜນ 200 ຕື້ ເພື່ອສະໜັບສະໜູນໃນວຽກງານວັດທະນະທໍາ-ສັງຄົມ. ຂະແໜງຖະແຫຼງຂ່າວ-ວັດທະນະທຳ-ທ່ອງທ່ຽວ ກະໄດ້ 25 ຕື້ ແລະໃນນັ້ນ ພວກເຮົາກະໄດ້ເອົາໄປສຸມໃສ່ພັດທະນາເສັ້ນທາງເຂ້າແຫຼ່ງທ່ອງທ່ຽວ 2 ແຫ່ງ ສຳລັບງົບປະມານ​ທີ່​ລັດຖະບານ​ຈະ​ສະໜອງ​ໃຫ້ນັ້ນ​ ກະແມ່ນ​ຫຍຸ້ງຍາກ​ແທ້ໆ. ບໍ່ສະເພາະແຕ່ເສັ້ນທາງເຂົ້າແຫຼ່ງທ່ອງທ່ຽວເທົ່ານັ້ນເນ້າະ ກໍຄືເສັ້ນທາງໃນທົ່ວປະເທດ. ເບື້ອງກະຊວງຂອງພວກເຮົາຈະໄດ້ເອົາໃຈໃສ່ຊອກຫາງົບປະມານເຂົ້າມາສຸມໃສ່ໃນການພັດທະນາ.”

ທັງນີ້ໂດຍລັດຖະບານ​ລາວ ​ໄດ້​ວາງ​ເປົ້າ​ໝາຍ​ການ​ສົ່ງ​ເສີມ​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ ​ແລະດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໃຫ້​ໄດ້ 5 ລ້ານ​ເທື່ອ​ຄົນ​ເພື່ອ​ສ້າງ​ລາຍ​ຮັບ​ດ້ານ​ການ​ບໍລິການໃຫ້ໄດ້ 1 ຕື້​ໂດ​ລາ​ສະຫະລັດ ​ໃນປີ 2024, ​ແຕ່ວ່າ ຈະ​ບໍ່​ສາມາດ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວໄດ້ເລີຍ. ຖ້າຫາກວ່າ ​ບໍ່​ມີ​ງົບປະມານ​ທີ່​ຈະ​ນຳ​ໃຊ້​ເພື່ອ​ພັດທະນາ ​ແລະປັບປຸງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ​ທີ່​ຊຸດ​ໂຊມ​ລົງ​ຢ່າງ​ໜັກໜ່ວງ​ໃນ​ປະຈຸ​ບັນນີ້. ໂດຍສະເພາະເສັ້ນທາງຄົມມະນາຄົມຂົນສົ່ງ ແລະລະບົບພື້ນຖານໂຄງລ່າງເຊື່ອມຕໍ່ແຫຼ່ງທ່ອງທ່ຽວຕ່າງໆ ກໍແມ່ນບັນດາຂະແໜງການທີ່ຕ້ອງໄດ້ປັບປຸງຢ່າງຮີບດ່ວນທີ່ສຸດ. ແຕ່ວ່າ ກໍຍັງ​ບໍ່​ປາກົດ​ວ່າ​ ມີ​ການ​ສະໜັບສະໜູນດ້ານ​ງົບປະມານ​ຈາກ​ລັດຖະບານແຕ່ຍ່າງໃດ. ທັງຍັງຂາດການໂຄສະນາປີທ່ອງທ່ຽວຢູ່ຕ່າງປະເທດອີກດ້ວຍ.

ນອກຈາກນັ້ນ, ບັນດາຫົວໜ້າທຸລະກິດໃນຂະແໜງບໍລິການ ແລະ ການທ່ອງທ່ຽວໃນລາວ ກໍາລັງປະເຊີນກັບການຂາດແຄນແຮງງານຢ່າງໜັກໜ່ວງໃນເວລານີ້. ເຊິ່ງເປັນຍ້ອນ​ວິ​ກິດ​ການທາງ​ເສດຖະກິດ​ທີ່​ເຮັດໃຫ້​ເກີດ​ບັນຫາ​ເງິນ​ເຟີ້​ສູງ ສິນຄ້າລາຄາແພງ ແລະຄ່າເງິນກີບໄດ້ຫຼຸດລົງຢ່າງຫຼວງຫຼາຍ. ໃນຂະນະທີ່ອັດຕາຄ່າຈ້າງຂັ້ນຕໍ່າຂອງແຮງງານໃນລາວຍັງຢູ່ໃນອັດຕາ 1.6 ລ້ານກີບຕໍ່ເດືອນ. ແຕ່ການທີ່ຄົນລາວຄົນໜຶ່ງຈະຢູ່ລອດໄດ້ນັ້ນ ຈະຕ້ອງມີລາຍໄດ້ບໍ່ຕໍ່າກວ່າ 3.5 ລ້ານກີບຕໍ່ເດືອນ.

ດັ່ງນັ້ນ, ຈຶ່ງເຮັດໃຫ້ແຮງງານລາວສ່ວນໃຫຍ່ພາກັນໄປເຮັດວຽກຢູ່ໄທທີ່ໄດ້ຮັບຄ່າຈ້າງສູງກວ່າຍູ່ລາວເຖິງ 5 ເທົ່າ. ທັງນີ້ ໂດຍສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ຄາດ​ຄະ​ເນ​ວ່າ ຂະ​ແໜງ​ການ​ບໍລິການ ​ແລະທ່ອງ​ທ່ຽວ​ໃນ​ລາວ ໃນປະຈຸ​ບັນ​ ພວມ​ປະສົບ​ກັບ​ບັນຫາ​ຂາດ​ແຄນ​ແຮງ​ງານ​ຫຼາຍ​ກວ່າ 1 ລ້ານ​ຄົນ. ເຊິ່ງຍັງບໍ່ລວມເຖິງການຂາດແຄນແຮງງານໃນຂະແໜງການຜະລິດຕ່າງໆໃນລາວແຕ່ຢ່າງໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG