ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ໂຄງການເຂື່ອນຜະລິດໄຟຟ້າ ເທິງແນວແມ່ນໍ້າຂອງ ທັງໃນ ຈີນແລະລາວ ໄດ້ເຮັດໃຫ້ເກິດຜົນກະທົບຂ້າມພົມແດນ ຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ


ເຂື່ອນໄຟຟ້ານ້ຳເທີນ-1 ຕັ້ງຢູ່ໃນເຂດຕອນລຸ່ມຂອງນ້ຳກະດິງ ທີ່ບ້ານໂພນສີ ເມືອງປາກະດິງ ແຂວງບໍລິຄຳໄຊ
ເຂື່ອນໄຟຟ້ານ້ຳເທີນ-1 ຕັ້ງຢູ່ໃນເຂດຕອນລຸ່ມຂອງນ້ຳກະດິງ ທີ່ບ້ານໂພນສີ ເມືອງປາກະດິງ ແຂວງບໍລິຄຳໄຊ

ໂຄງການເຂື່ອນຜະລິດໄຟຟ້າ ເທິງແນວແມ່ນໍ້າຂອງ ທັງໃນ ຈີນ ແລະ ລາວ ໄດ້ເຮັດໃຫ້ເກິດຜົນກະທົບຂ້າມພົມແດນ ຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຕອນລຸ່ມຂອງແມ່ນໍ້າຂອງຫລາຍຂຶ້ນນັບມື້.

ເຈົ້າໜ້າທີ່ໃນສຳນັກງານສິດທິມະນຸດແຫ່ງຊາດໄທ ເປີດເຜີຍວ່າ ການສຶກສາວິໄຈໂດຍສໍານັກງານຊັບພະຍາກອນນໍ້າແຫ່ງຊາດໄທ ໃນຊ່ວງປີ 2014-2024 ພົບວ່າ ການກັກເກັບນໍ້າ ແລະການປ່ອຍນໍ້າ ໂດຍໂຄງການເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງ ທັງໃນ ຈີນແລະລາວ. ຊຶ່ງລວມເຖິງ ໂຄງການເຂື່ອນ ໄຊຍະບູລີໃນລາວດ້ວຍນັ້ນ ໄດ້ເຮັດໃຫ້ເກິດຜົນກະທົບຂ້າມພົມແດນຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນເຂດຕອນລຸ່ມຂອງເຂື່ອນຫລາຍຂຶ້ນນັບມື້ ເນື່ອງຈາກວ່າ ການກັກເກັບຮັກສາ ແລະ ການປ່ອຍນ້ຳ ທີ່ມີປະລິມານຢ່າງຫລວງຫລາຍໂດຍບັນດາເຂື່ອນເທິງແນວແມ່ນ້ຳຂອງ ທັງໃນ ຈີນແລະລາວ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ສິ່ງແວດລ້ອມທຳມະຊາດ ໃນເຂດລຸ່ມຂອງໂຄງການເຂື່ອນ. ໂດຍສະເພາະແມ່ນບັນຫາຕາຝັ່ງເຈື່ອນ ແລະ ແຫຼ່ງອາຫານ ແຫຼ່ງປະສົມພັນຂອງສັດນ້ຳຖືກທຳລາຍນັ້ນ ກໍຄືຜົນກະທົບທີ່ປະກົດຢ່າງຊັດເຈນທີ່ສຸດ ໃນເວລານີ້. ດັ່ງເຈົ້າໜ້າທີ່ຂັ້ນສູງຂອງໄທ ຢືນຢັນວ່າ
“ຈາກການສຶກສາ ແລະ ຕິດຕາມ ກວດສອບຜົນກະທົບດ້ານສິ່ງແວດລ້ອມຂ້າມພົມແດນ ຈາກໂຄງການໄຟຟ້າພະລັງນ້ຳໃນແມ່ນ້ຳຂອງ ສາຍປະທານ ຊຶ່ງລວມເຖິງການຜະລິດໄຟຟ້າຈາກໂຄງການເຂື່ອນໄຊຍະບຸລີ ພົບວ່າ ການປ່ອຍນ້ຳຈາກເຂື່ອນໃນແນວແມ່ນ້ຳຂອງສາຍປະທານ ເຮັດໃຫ້ການໄຫລຂອງນ້ຳມີຄວາມໄວ ແລະແຮງ ລະດັບນ້ຳມີຄວາມຜັນຜວນ ປ່ຽນແປງຢ່າງໄວວາ ຊຶ່ງເຮັດໃຫ້ຕາຝັ່ງຖືກກັດເຊາະຫຼາຍຂຶ້ນ, ສົ່ງຜົນກະທົບຕໍ່ລະບົບນິເວດໃນແມ່ນ້ຳຂອງ ກະທົບຕໍ່ປາຂະຫນາດໃຫຍ່ ຈຳນວນຫຼາຍ ແລ້ວກະປາທ້ອງຖິ່ນທີ່ຈະບໍ່ສາມາດວາງໄຂ່ໄດ້.”

ນອກຈາກນີ້ ການສຶກສາວິໄຈໃນໄລຍະທີ່ຜ່ານມາ ກໍຍັງພົບດ້ວຍວ່າ ເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງ ທັງໃນ ຈີນແລະລາວ. ໄດ້ກັກດິນຕະກອນສ່ວນໃຫຍ່ໄວ້ ຈຶ່ງໄດ້ສົ່ງຜົນກະຕໍ່ສິ່ງແວດລ້ອມທໍາມະຊາດໃນເຂດຕອນລຸ່ມຂອງເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງຢ່າງໜັກໜ່ວງເພີ້ມຂຶ້ນອີກ ເພາະວ່າ ຕະກອນທີ່ຫຼຸດລົງໄດ້ສົ່ງຜົນກະທົບໂດຍກົງ. ທັງຕໍ່ປະລິມານນ້ໍາ ແລະຄຸນນະພາບຂອງນ້ຳໃນເຂດຕອນລຸ່ມແມ່ນ້ຳຂອງ ດັ່ງທີ່ສາດສະດາຈານ Ian Baird ຜູ້ຊ່ຽວຊານດ້ານພູມສາດ ແລະ ສິ່ງແວດລ້ອມທຳມະຊາດມະຫາວິທະຍາໄລ Wisconsin-Madison ທີ່ໄດ້ສຶກສາວິໄຈກ່ຽວກັບສິ່ງແວດລ້ອມທຳມະຊາດ ໃນແມ່ນ້ຳຂອງ ຍາວນານກວ່າ 10 ປີມາແລ້ວນັ້ນ, ໄດ້ໃຫ້ການອະທິບາຍວ່າ “ຕະກອນດຽວ​ນີ້ ຍັງ​ເຫຼືອ​ໜ້ອຍ ກະປະມານອາດຈະ​ກວ່າ 90% ນະທີ່ມັນຫາຍໄປແລ້ວ ອັນນີ້ ມັນບໍ່ແມ່ນເລື່ອງທຳມະດາ ເຮົາຕ້ອງເຂົ້າໃຈວ່າ ເປັນຫຍັງ? ສີຂອງນ້ໍາປ່ຽນເນ້າະ, ເພາະວ່າຕະກອນມັນຫາຍໄປແລ້ວ ມັນຖືກເຂື່ອນກັກໄວ້ ມັນກໍ່ເປັນເຂື່ອນຢູ່ຈີນທີ່ກັກເອົາຕະກອນໄວ້. ເພາະວ່າມັນມີ 12 ເຂື່ອນແລ້ວ ທີ່ວ່າເຂົາເຈົ້າກັກຕະກອນເນ້າະ ແລ້ວກະຢູ່ໃນລາວຍັງມີເຂື່ອນຫລາຍເຂື່ອນທີ່ກັກຕະກອນຄືກັນ ບໍ່ແມ່ນສະເພາະແຕ່ຢູ່ຈີນຢ່າງດຽວເນ້າະ. ເພາະວ່າເວລາເຂົາປ່ອຍນໍ້າອອກຈາກເຂື່ອນ ມັນບໍ່ມີຕະກອນຢູ່ໃນນັ້ນ. ແລ້ວກະເລື່ອງການດູດຊາຍ ກະສິຕື່ມໃສ່ອີກ. ອັນນີ້ກະບວກໃສ່ກັນ. ແຕ່ວ່າ ບັນຫາໃຫຍ່ກະສິເປັນເຂື່ອນນີ້ຫລະ.”

ຊຶ່ງດ້ວຍຜົນ​ຂອງ​ການ​ສຶກສາວິໄຈດັ່ງກ່າວ ກໍເຮັດໃຫ້ ຄະນະ​ກຳມະການ​ສິດທິ​ມະນຸດ​ແຫ່ງ​ຊາດ​ໄທ ​ໄດ້​ສົ່ງ​ຈົດໝາຍ​ໄປ​ເຖິງນາຍົກລັດຖະມົນຕີ​ໄທ ເມື່ອບໍ່ດົນມານີ້ ເພື່ອຂໍໃຫ້ມີການຊະລໍແຜນການທີ່ຈະຊື້ ໄຟຟ້າຈາກທຸກໂຄງການເຂື່ອນໄຟຟ້າທີ່ຈະສ້າງເທິງແນວແມ່ນ້ຳຂອງໃນລາວ. ທັ້ງ​ຍັງ​ໄດ້​ຮຽກຮ້ອງຂໍ​ໃຫ້​ນາຍົກລັດຖະມົນຕີ​ໄທ ມີຄໍາສັ່ງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ກໍຄື ຄະນະກຳມາທິການແມ່ນ້ຳຂອງແຫ່ງຊາດ ກະຊວງພະລັງງານ ແລະ ບໍລິສັດເອກະຊົນຂອງໄທ ທີ່ຮ່ວມລົງທຶນໃນໂຄງການກໍ່ສ້າງເຂື່ອນ ໄຟຟ້າໃນລາວນັ້ນ ຕ້ອງໃຫ້ຄວາມສຳຄັນກັບການ​ປົກ​ປ້ອງ​ສິດທິ​ມະນຸດ​ເປັນບຸລິມະສິດ ຫມາຍຄວາມວ່າ ຈະຕ້ອງບໍ່ມີການຕົກລົງຊື້ໄຟຟ້າຈາກທຸກໆໂຄງການໃນລາວ ທີ່ສົ່ງຜົນກະທົບຕໍ່ສິດທິມະນຸດນັ້ນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG