ລິ້ງ ສຳຫລັບເຂົ້າຫາ

 
ການເຊື່ອມຕໍ່ທາງລົດໄຟລາວ-ຈີນ ເປັນປັດໄຈສໍາຄັນ ທີ່ເຮັດໃຫ້ບໍລິສັດທຸລະກິດຈີນໄດ້ຮັບຜົນປະໂຫຍດຫຼວງຫຼາຍ
ວັນເສົາ, ໑໕ ມີນາ ໒໐໒໕

ການເຊື່ອມຕໍ່ທາງລົດໄຟລາວ-ຈີນ ເປັນປັດໄຈສໍາຄັນ ທີ່ເຮັດໃຫ້ບໍລິສັດທຸລະກິດຈີນໄດ້ຮັບຜົນປະໂຫຍດຫຼວງຫຼາຍ


ນຶ່ງໃນສະຖານີລົດໄຟຄວາມໄວສູງ ຢູ່ໃນແຂວງອຸດົມໄຊ
ນຶ່ງໃນສະຖານີລົດໄຟຄວາມໄວສູງ ຢູ່ໃນແຂວງອຸດົມໄຊ

ການເຊື່ອມຕໍ່ທາງລົດໄຟລາວ-ຈີນ ເປັນປັດໄຈສໍາຄັນທີ່ເຮັດໃຫ້ບໍລິສັດທຸລະກິດຈີນໄດ້ຮັບຜົນປະໂຫຍດຈາກການລົງທຶນ ແລະ ການຂຸດຄົ້ນຊັບພະຍາກອນທໍາມະຊາດໃນລາວ ຫຼາຍຂຶ້ນນັບມື້.

ການເປັນຄູ່ຮ່ວມຊາຕາກຳໃນຍຸດທະສາດການພັດທະນາຮອບດ້ານ ຊຶ່ງລັດຖະບານ​ລາວ​ແລະ​ຈີນ ​ໄດ້​ຈັດຕັ້ງປະຕິບັດ​ແຜນ​ແມ່​ບົດ​ການ​ຮ່ວມ​ມືກັນ ນັບ​ແຕ່​ປີ 2016​ ເປັນ​ຕົ້ນ​ມາ ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ເຮັດ​ໃຫ້​ບໍລິສັດ​ຈີນ​ ເປັນ​ຂະ​ແໜງ​ການ​ທີ່​ມີ​ມູນ​ຄ່າ​ການ​ລົງທຶນ​ສູງ​ສຸດ​ຢູ່​ລາວ ​ແລະ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ໂດຍສະເພາະແມ່ນການເປີດເສັ້ນທາງລົດໄຟລາວ-ຈີນ ນັບແຕ່ປີ 2021 ເປັນຕົ້ນມານັ້ນ ພື້ນທີ່ລຽບຕາມເສັ້ນທາງລົດໄຟລາວ-ຈີນ ໃນລາວ ຍັງ​ໄດ້​ກາຍ​ເປັນ​ເຂດ​ທີ່​ການ​ລົງທຶນ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດດ້ວຍ ເນື່ອງຈາກວ່າ ລັດຖະບານລາວ ໄດ້ໃຫ້ສິດທິພິເສດແກ່ບໍລິສັດຈີນ ໃນການນຳໃຊ້ທີ່ດິນຕາມເສັ້ນທາງລົດໄຟລາວ-ຈີນ ຢ່າງເຕັມທີ່ ຈຶ່ງເຮັດໃຫ້ບັນດາບໍລິສັດຈີນ ສາມາດເຂົ້າຄອບຄອງທຸລະກິດຕ່າງໆ ດ້ວຍການຊື້ກິດຈະການຂອງບັນດານັກທຸລະກິດລາວ ທັງຂະຫຍາຍການລົງທຶນຕື່ມອີກດ້ວຍ ໂດຍສະເພາະແມ່ນທຸລະກິດຕ່າງໆ ທີ່ຍູ່ໃນແຂວງອຸດົມໄຊນັ້ນ ກໍໄດ້ຕົກເປັນຂອງນັກທຸລະກິດຈີນ ເປັນສ່ວນໃຫຍ່ແລ້ວ ໃນເວລານີ້ ດັ່ງທີ່ນັກທຸລະກິດລາວ ເຊິ່ງດຳເນີນທຸລະກິດການຄ້າແລະລົງທຶນຮ່ວມກັບນັກທຸລະກິດຈີນ ຢູ່ໃນແຂວງອຸດົມໄຊ ​ໄດ້ໃຫ້ການ​ຢືນຢັນ​ວ່າ “ດ້ານ​ອຸດ​ສາ​ຫະ​ກໍາ ກໍໄດ້ມີຫຼາຍດ້ານ ເຊັ່ນ ໂຮງງານຊີມັງ ກໍໄດ້ເລີ້ມຜະລິດແລ້ວ ໂຮງງານອຸດ​ສາ​ຫະ​ກໍາປຸງແຕ່ງແປ້ງມັນຕົ້ນ ໂຮງຂ້າສັດທີ່ທັນສະໄຫມ ກໍໄດ້ເລີ້ມຜະລິດ ໃນອະນາຄົດອັນໃກ້ນີ້ ຍັງກະກຽມເປີດໂຮງງານຜະລິດແຮ່ຊິລິຄອນ ແລະ ມັງການີສ ຊຶ່ງເປັນໂຮງງານຂະໜາດໃຫຍ່ ຢູ່ເມືອງນາໝໍ້ ​ແລະ​ກຳລັງ​ກະກຽມ​ເປີດ​ໂຮງງານ​ປຸງ​ແຕ່ງ​ອາຫານ​ສັດ ​ຢູ່​ເມືອງ​ໄຊ​ ນອກຈາກ​ນີ້ ກໍຍັງພວມຈັດຕັ້ງປະຕິບັດ​ໂຄງການ​ພັດທະນາປິ່ນອ້ອມ​ສະຖານີ​ລົດ​ໄຟເມືອງໄຊ.”

ສ່ວນນັກທຸລະກິດໃນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປີດເຜີຍວ່າ ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໄດ້ອະນຸຍາດສໍາປະທານທີ່ດິນໃຫ້ແກ່ບໍລິສັດຈາກຈີນແລະໄທ ຄິດເປັນ​ເນື້ອ​ທີ່ລວມກັນ​ຫຼາຍ​ກວ່າ 100,000 ​ເຮັກຕາ ລວມທັງ​ໂຄງການ​ພັດທະນາ​ນິຄົມ​ອຸດສາຫະກຳ​ໂດຍ​ບໍລິສັດ​ຈີນ ​ໃນ​ເນື້ອ​ທີ່​ກວ້າງກວ່າ 94.000 ​ເຮັກຕາ ​ຢູ່​ເມືອງ​ໄຊ​ ໂຄງການພັດທະນາຕົວເມືອງທັນສະໄໝ ທີ່ເປັນມິດກັບສິ່ງແວດລ້ອມໂດຍບໍລິສັດເອກະຊົນໄທແລະ​ໂຄງການ​ຜະລິດ​ໄຟຟ້າ​ຈາກ​ແສງຕາ​ເວັນ​ຂອງ​ບໍລິສັດ​ຈີນ​ ຢູ່​ເມືອງ​ນາ​ໝໍ້ ທີ່ກໍາລັງກະກຽມຊົດເຊີຍຄ່າທີ່ດິນແລະສິ່ງປຸກສ້າງໃຫ້ກັບປະຊາຊົນລາວ ໃນເຂດສໍາປະທານໃນປັດຈຸບັນ ດັ່ງທີ່ນັກທຸລະກິດລາວ ​ຢືນຢັນ​ວ່າ “ໂຄງການພັດທະນາຕັວເມືອງທັນສະໄໝເປັນມິດກັບສິ່ງແວດລ້ອມທຳມະຊາດຂອງກຸ່ມບໍລິສັດອຳມະຕະ ທີ່ມີເນື້ອທີ່ທັງໝົດ 3,150 ເຮັກຕາ ແລະມາຮອດປັດຈຸບັນນີ້ ໄດ້ສຳເລັດການສຳຫລວດແລ້ວ 1,200 ກວ່າເຮັກຕາ ໃນປະຈຸບັນນີ້ ແມ່ນຢູ່ໃນຂັ້ນຕອນກະກຽມດຳເນີນການຊົດເຊີຍໃຫ້ປະຊາຊົນ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນ CGN ຢູ່ເມືອງນາໝໍ້ ແມ່ນມີ​ເນື້ອ​ທີ່​ທັງ​ຫມົດ 30,000 ກວ່າ​ເຮັກຕາ ​ໃນ​ປັດ​ຈຸ​ບັນ ແມ່ນ​ຢູ່​ໃນ​ຂັ້ນຕອນການ​ກວດ​ກາ​ບັນດາພື້ນທີ່​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ.”

ສະຖານະການດັ່ງກ່າວ ຍັງມີທ່າອຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະຫຼັງຈາກການລະບາດຂອງພະຍາດໄວຮັດ COVID-19 ທີ່ເຮັດໃຫ້ບັນດາຫົວໜ່ວຍທຸລະກິດໃນລາວ ປະສົບກັບການຂາດທຶນຢ່າງໜັກໜ່ວງ ແລະ ປາກົດວ່າ ຫຼາຍຫົວໜ່ວຍທຸລະກິດຍັງບໍ່ສາມາດຟື້ນຟູທຸລະກິດໃຫ້ເປັນປົກກະຕິໄດ້ ຈົນເຖິງປັດຈຸບັນນີ້ ຈຶ່ງມີໂອກາດສູງທີ່ນັກທຸລະກິດຈີນ ຈະເຂົ້າມາຊື້ກິດຈະການເຫຼົ່ານີ້ ທັງນີ້ ກໍຍ້ອນວ່າ ລັດຖະບານລາວ ມີເງິນທຶນຢ່າງຈໍາກັດໃນການໃຫ້ເງິນກູ້ເພື່ອການຟື້ນຟູວິສາຫະກິດຈຸລະພາກ ແລະບັນດາວິສາຫະກິດຂະໜາດນ້ອຍແລະຂະໜາດກາງ (SME) ໃນລາວນັ້ນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG