ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ນັກລົງທຶນຕ່າງປະເທດຍັງເປັນຫ່ວງກ່ຽວກັບໜີ້ສິນສາທາລະນະຂອງລາວສູງເກີນໄປ


ເຂດເສດຖະກິດພິເສດບຶງທາດຫຼວງ ໃນນະຄອນຫຼວງວຽງຈັນ ທີ່ບໍລິສັດຈີນ ໄດ້ສ້າງເປັນຕຶກບ້ານພັກຫຼາຍຊັ້ນ.
ເຂດເສດຖະກິດພິເສດບຶງທາດຫຼວງ ໃນນະຄອນຫຼວງວຽງຈັນ ທີ່ບໍລິສັດຈີນ ໄດ້ສ້າງເປັນຕຶກບ້ານພັກຫຼາຍຊັ້ນ.

ບັນດານັກລົງທຶນຕ່າງປະເທດ ຍັງມີຄວາມກັງວົນໃຈກ່ຽວກັບລະດັບໜີ້ສິນສາທາລະນະຂອງລັດຖະບານລາວ ທີ່ສູງເກິນໄປ ຈຶ່ງຢ້ານວ່າ ລັຖບານລາວ ຈະມີລາຍໄດ້ບໍ່ພຽງພໍສຳລັບ ການຊໍາລະຄືນໜີ້ ໃນແຕ່ລະປີນັ້ນ.

ຜູ້ຊ່ຽວຊານດ້ານການເງິນ ແລະ ການທະນາຄານໃນອາຊຽນ ເປີດເຜີຍວ່າ ລັດຖະບານລາວມີພັນທະທີ່ຈະຕ້ອງຊໍາລະໜີ້ຕ່າງປະເທດ ຄິດເປັນມູນຄ່າສະເລີ່ຍ 1.5 ຕື້ໂດລາສະຫະລັດຕໍ່ປີ ໃນຊ່ວງປີ 2025-2027 ຫາກແຕ່ລັດຖະບານລາວ ຈະສາມາດຊໍາລະຄືນໄດ້ຄົບຫລືບໍ່ນັ້ນ ກໍຂຶ້ນຍູ່ກັບລະດັບປະສິດທິພາບໃນການເກັບລາຍຮັບພາສີອາກອນ ແລະຄ່າສໍາປະທານຈາກໂຄງການຕ່າງໆເປັນສໍາຄັນ ໂດຍສະເພາະແມ່ນການຂຸດຄົ້ນແຮ່ທາດ ການສົ່ງອອກໄຟຟ້າ ລວມທັງລາຍຮັບຈາກຄ່າເຊົ່າທີ່ດິນ ແລະຊັບສິນຂອງລັດ. ແຕ່ຖ້າຫາກຍັງບໍ່ພຽງພໍທີ່ຈະຊໍາລະໜີ້ສິນທັງຫໝົດດັ່ງກ່າວ ລັດຖະບານລາວກໍຍັງຈະຕ້ອງຂາຍຊັບສິນຂອງລັດຈຳນວນນຶ່ງ ໃຫ້ກັບພາກເອກະຊົນຢ່າງຫຼີກລ່ຽງບໍ່ໄດ້ ຖ້າ

ຫາກບໍ່ສະນັ້ນແລ້ວ ກໍຍິ່ງຈະເຮັດໃຫ້ລະດັບຄວາມໜ້າເຊື່ອຖືຂອງລັດຖະບານລາວໃນສາຍຕາຂອງຕ່າງປະເທດລົດລົງໄປອີກ ດັ່ງທີ່ຜູ້ຊ່ຽວຊານ ໃຫ້ການຍືນຍັນວ່າ “ທີ່ຈິງ ໜີ້ສິນລາວ ທີ່ຫຼາຍນັ້ນ ຖ້າເບິ່ງແລ້ວ ກະມາຈາກລົດໄຟຟ້າຄວາມໄວສູງ ປະມານ $6,000 ລ້ານໂດລາ ແຕ່ວ່າ ອັນນີ້ມັນກໍເປັນໜີ້ໄລຍະຍາວ ແລ້ວກະທາງລາວເອງ ກໍເປັນເຈົ້າຂອງ 30% ແຕ່ວ່າ ອາດຈະມີເອົາເງິນກູ້ມາສ່ວນນຶ່ງ ເພື່ອຈະຂໍເປັນເຈົ້າຂອງດ້ວຍ ແຕ່ວ່າ ອັນນີ້ ຖ້າເຮົາເປັນປະເທດລາວ ເຮົາກໍຈະເບິ່ງວ່າ ເຮົາບໍ່ມີຫຍັງທີ່ຈະສູນເສຍ ແມ່ນບໍ? ຂ້ອຍຄິດວ່າ ບັນຫາຂອງປະເທດລາວ ອາດຈະລົງທຶນຫຼາຍເກີນໄປ ແລະເມື່ອໜີ້ສິນມັນຫຼາຍ ມັນກະສ້າງຄວາມກັງວົນໃຫ້ແກ່ນັກລົງທຶນ.”

ທັງນີ້ ໂດຍຄາດໝາຍວ່າ ໜີ້ສິນສາທາລະນະຂອງລັດຖະບານລາວ ຈະເພີ່ມຂຶ້ນເປັນຫຼາຍກວ່າ 129% ຂອງຍອດຜະລິດຕະພັນພາຍໃນ (GDP) ໃນປີ 2024, ຕົ້ນຕໍແມ່ນມາຈາກການກູ້ຢືມຈາກຕ່າງປະເທດ ເພື່ອນຳໃຊ້ເຂົ້າໃນການພັດທະນາໂຄງລ່າງພື້ນຖານ ທີ່ກວມເອົາ 60% ຂອງໜີ້ສິນທັງໝົດ, ເຮັດໃຫ້ລັດຖະບານລາວ ມີພາລະທີ່ຈະຕ້ອງຈ່າຍຄືນເງິນກູ້ເພີ້ມຂື້ນນັບມື້ ໂດຍສະເພາະໜີ້ສິນທີ່ກູ້ຢືມຈາກລັດຖະບານຈີນ ມີມູນຄ່າຫຼາຍກວ່າ 9.8 ຕື້ໂດລາສະຫະລັດ ຫຼືຫຼາຍກວ່າ 50% ຂອງໜີ້ສິນຕ່າງປະເທດ ທັງໝົດຂອງລາວ ໃນເວລານີ້ ແຕ່ປັດໄຈສຳຄັນທີ່ຈະເຮັດໃຫ້ເກິດວິກິດການທາງການເງິນໃນລາວ ຫລາຍທີ່ສຸດກໍຄືການບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງຄ່າເງິນກີບ ທີ່ເກີດຈາກຄວາມດ້ອຍປະສິດທິພາບ ໃນການບໍລິຫານແລະຈັດການໃນພາກການເງິນ-ການທະນາຄານຂອງ ພັກແລະລັດຖະບານລາວນັ້ນເອງ ດັ່ງທີ່ຜູ້ຊ່ຽວຊານດ້ານການເງິນ-ການທະນາຄານໃນອາຊຽນ ໄດ້ໃຫ້ການຍືນຍັນວ່າ

“ສປປ ລາວ ເປັນລະບົບຄອມມິວນິດ, ເພາະສະນັ້ນ ເຂົາເຈົ້າມີພັກການເມືອງພຽງພັກດຽວ ຄືພັກປະຊາຊົນປະຕິວັດລາວ ເຊິ່ງໄດ້ປົກຄອງປະເທດນັບແຕ່ປີ 1975 ເປັນຕົ້ນມາ ສະນັ້ນ ຢູ່ໃນ ສປປ ລາວ ເຮົາຕ້ອງເຂົ້າໃຈວ່າ ຄົນດຽວທີ່ສາມາດໂຄ່ນລົ້ມລັດຖະບານລາວ ກໍຄືປະຊາຊົນລາວ ພັກ-ລັດຖະບານເອງກໍ່ບໍ່ສາມາດຕຳໜິຕິຕຽນຄົນອື່ນໃນສິ່ງທີ່ຜິດພາດ ວ່າເປັນຍ້ອນລັດຖະບານທີ່ຜ່ານມາ ເຮັດຜິດຫຼືອັນໃດໜຶ່ງ ຍ້ອນມີພັກດຽວ, ສະນັ້ນ, ພັກດຽວຈຶ່ງມີໜ້າທີ່ທີ່ຈະສ້າງນະໂຍບາຍເພື່ອສະໜອງຄວາມຕ້ອງການຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.”

ທັ້ງນີ້ໂດຍໜີ້ສິນພາກລັດຂອງລັດຖະບານລາວ ມີມູນຄ່າລວມຫຼາຍກວ່າ 17.9 ຕື້ໂດລາ ໃນໄຕມາດທີ 2 ປີ 2024 ແລະຄາດວ່າ ຍັງໄດ້ເພີ່ມຂຶ້ນເປັນຫຼາຍກວ່າ 18.55 ຕື້ໂດລາຫຼືເກີນກວ່າ 129% ຂອງ GDP ໃນທ້າຍປີ 2024 ຍ້ອນວ່າລັດຖະບານລາວ ຈຳຕ້ອງກູ້ຢືມເງິນຈາກຕ່າງປະເທດຫລາຍຂຶ້ນ ເພື່ອນຳໃຊ້ເຂົ້າໃນໂຄງການພັດທະນາຕ່າງໆ ແຕ່ດ້ວຍການທີ່ລາວກັບຈີນ ມີການພົວພັນກັນໃນຖານະຄູ່ຮ່ວມຊະຕາກຳ ໃນຍຸດທະສາດພັດທະນາຮອບດ້ານນັ້ນ ຈຶ່ງເຊື່ອວ່າ ໜີ້ສິນກູ້ຢືມຈາກຈີນ ຈະບໍ່ສ້າງບັນຫາວິກິດການເສດຖະກິດ ແລະການເງິນໃຫ້ແກ່ລາວແຕ່ຢ່າງໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG