ເຈົ້າໜ້າທີ່ປາກິສຖານ ກ່າວໃນວັນອັງຄານວານນີ້ວ່າ “ການຍົກຍ້າຍເພື່ອເປັນການປ້ອງກັນລ່ວງໜ້າ” ປະຊາຊົນຫຼາຍພັນຄົນອອກຈາກເສັ້ນທາງຂອງ “ລົມ ພາຍຸໄຊໂຄລນຮ້າຍແຮງ” ທີ່ພວມຫຍັບໃກ້ເຂົ້າມາຈາກພາກຕາເວັນອອກສຽງເໜືອຂອງທະເລອາຣັບ.
ລົມພາຍຸເຂດຮ້ອນ ທີ່ມີຊື່ວ່າ ບາຍພາຈອຍ (Biparjoy) ແມ່ນຢູ່ຫ່າງຈາກເມືອງທ່າກາຣາຈີໄປທາງທິດໃຕ້ 470 ກິໂລແມັດແລະ 460 ກິໂລແມັດຢູ່ທາງທິດໃຕ້ຂອງເມືອງທາດຕາ (Thatta.)
ກົມອຸຕິນິຍົມຂອງປາກິສຖານກ່າວວ່າ ພາຍຸບາຍພາຈອຍພວມເຄື່ອນທີ່ 150 ກິໂລແມັດຕໍ່ຊົ່ວໂມງ ແລະລົມແຮງເຖິງ 170 ກິໂລແມັດຕໍ່ຊົ່ວໂມງ ໂດຍຈະມີຄື້ນຟອງສູງເຖິງ 9 ແມັດ.
ອົງການສະຫະປະຊາຊາດກ່າວວ່າ ການພະຍາກອນອາກາດຫຼ້າສຸດແນະວ່າ ລົມພາຍຸໄຊໂຄລນຫົວນີ້ຄາດວ່າຈະພັດຂຶ້ນຝັ່ງໃນຕອນບ່າຍວັນພະຫັດລະຫວ່າງນະຄອນກາຣາຈີ ແລະເຂດແຄມຝັ່ງທະເລຂອງລັດກຸດຈະຣາດໃນອິນເດຍທີ່ເປັນປະເທດເພື່ອນບ້ານ. ຫ້ອງການປະສານງານດ້ານມະນຸດສະທຳ ຂອງສະຫະປະຊາຊາດ ກ່າວຢູ່ໃນຖະແຫຼງການວ່າ “ມີການກະປະມານ ຈະມີ 9,000 ຄົວເຮືອນ (ລະຫວ່າງ 55,000 ຄົນ) ຕົກຢູ່ໃນຄວາມສ່ຽງ ທີ່ຈະໄດ້ຮັບຜົນກະທົບໂດຍກົງ. ມີຄວາມເປັນໄປໄດ້ສູງທີ່ຈະເກີດນ້ຳຖ້ວມຢູ່ໃນຫຼາຍໆເມືອງຂອງເຂດແຄມຝັ່ງທະເລໃນຂະນະທີ່ລົມພາຍຸໄຊໂຄລນພັດເຂົ້າຖະຫຼົ່ມແລະໄປເຖິງແຄມຝັ່ງ.”
ອົງການດັ່ງກ່າວຍັງໃຫ້ຂໍ້ສັງເກດວ່າ ລົມພາຍຸໄຊໂຄລນຫົວນີ້ ຈະມີຜົນກະທົບຕໍ່ຊຸມຊົນຕ່າງໆ ຢູ່ໃນເຂດ 10 ຫົວເມືອງຂອງປາກິສຖານ.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ