ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ​ກຸ່ມຕາລິບານ ກ່າວວ່າ ການປະຕິຮູບ​ຍຸ​ຕິການປູກຝິ່ນ ໃນອັຟການິສຖານ


ສະມາຊິກຕາລິບານ ທຳລາຍທົ່ງຢາຝິ່ນ ໃນເມືອງວາເຊີລ ຂອງແຂວງແຮລແມນ ອັຟການິສຖານ ວັນທີື 29 ພຶດສະພາ 2022.
ສະມາຊິກຕາລິບານ ທຳລາຍທົ່ງຢາຝິ່ນ ໃນເມືອງວາເຊີລ ຂອງແຂວງແຮລແມນ ອັຟການິສຖານ ວັນທີື 29 ພຶດສະພາ 2022.

ຜູ້ນຳສູງສຸດ​ຂອງ​ກຸ່ມຕາລິບານ​ໃນອັຟການິສຖານ ໄດ້ປະກາດໃນວັນອາທິດວານນີ້ວ່າ ການ​ປຸກ​ລະ​ດົມ​ຕໍ່ຕ້ານການຜະລິດຢາເສບຕິດ​ທີ່ຜິດກົດໝາຍ ຢູ່ໃນປະເທດໄດ້​ລຶບ​ລ້າງການປູກຝິ່ນ ​ເພື່ອໃຊ້​ໃນເຮັດຢາມໍ​ຟີນ ແລະເຮໂຣອິນ.

ການປະກາດ​ ຂອງທ່ານຮີບາຕູລລາ ອາກຸນຊາດາ ມີ​ຂຶ້​ນ​ລຸນ​ຫຼັງ​ການ​ລາຍ​ງານ​ຂອງ​ສື່ມວນ​ຊົນ ຫວ່າງມໍໆມານີ້ ແລະຮູບພາບຈາກດາວທຽມ ທີ່ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນໂດຍອົງການສະຫະປະຊາຊາດ ແລະສະຫະລັດ ສະຫລຸບວ່າ ລາຍ​ງານການປູກຝິ່ນປະຈຳປີ ໄດ້ຫ​ລຸດລົງ “ຢ່າງຫລວງຫລາຍ” ຢູ່ໃນປະ​ເທດ​ທີ່ຜະ ລິດຢາຝິ່ນ ທີ່ໃຫຍ່ສຸດຂອງໂລກ.

ການຫລຸດລົງດັ່ງ​ກ່າວແມ່ນ​ເປັນ​ຍ້ອນດຳລັດທີ່ໄດ້ອອກໂດຍຫົວໜ້າ​ກຸ່ມຕາລິບານ​ທີ່​ໂດດ​ດ່ຽວ ໃນເດືອນເມສາ 2022 ຊຶ່ງໄດ້ຫ້າມຢ່າງເຄັ່ງຂັດຢ່າງ​ເຄັ່ງ​ຄັດ​ຕໍ່ການປູກ ຜະລິດ ໃຊ້ ຂົນສົ່ງ ຄ້າຂາຍ ສົ່ງອອກ ແລະນຳເຂົ້າ ຢາເສບຕິດ​ທີ່ຜິດກົດໝາຍດັ່ງ​ກ່າວຢູ່ໃນອັຟການິສຖານ. ການຫ້າມນີ້ໄດ້ອະນຸຍາດໃຫ້ໜ່ວຍ​ຕໍ່ຕ້ານຢາເສບຕິດຂອງ​ຕາ​ລີ​ບານ ລຶ​ບລ້າງການປູກຝິ່ນຢູ່ທົ່ວປະເທດທຸກຈົນ ຊຶ່ງ​ປະ​ສົບ​ກັບ ໄພ​ສົງ​ຄາມ ທີ່​ປະ​ກອບ​ເປັນ 85 ເປີເຊັນ ຂອງການຜະລິດຝິ່ນ​ຢູ່​ໃນທົ່ວໂລກຈົນຮອດປີກາຍນີ້ ອີງຕາມການຄາດຄະເນຂອງອົງການສະຫະປະຊາຊາດ.

“ຍ້ອນຜົນຂອງການສືບຕໍ່​ດຳ​ເນີນ​ຄວາມພະຍາຍາມຂອງເອເມີເຣັດອິສລາມ ການປູກຝິ່ນ ຈຶ່ງ​ໄດ້​ຖືກ​ລຶບ​ລ້າງຢູ່ໃນປະເທດ” ຫົວໜ້າ​ກຸ່ມຕາລິບານໄດ້ກ່າວ ຢູ່ໃນຖະ ແຫລງການຂອງທ່ານ ທີ່ເຊື່ອມໂຍງກັບບຸນປະຈຳປີອິສລາມ Eid al Adha ທີ່ຈະມີຂຶ້ນ​ໃນທ້າຍອາທິດນີ້. ທ່ານໄດ້ໃຊ້ຊື່ທາງການຂອງ​ລັດ​ຖະ​ບານຕາລິບານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG