ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມຕາລີບານ ຈະ​ຍົກ​ຍ້າຍ​ອົບ​ພະ​ຍົບ ​ອອກ​ຈາກ​ເຂດ​ຊາຍ​ແດນ ເພື່ອ​ແກ້​ໄຂ​ຂໍ້​ຂ້ອງ​ໃຈຂອງ​ປາ​ກິ​ສ​ຖານ​ ກ່ຽວ​ກັບການກໍ່​ການ​ຮ້າຍ​ຂ້າມ​ຊາຍ​ແດນ


ແຜນ​ທີ່​ປາ​ກິ​ສ​ຖານ, ອັ​ຟ​ກາ​ນິ​ສ​ຖານ ແລະ​ອິນ​ເດຍ
ແຜນ​ທີ່​ປາ​ກິ​ສ​ຖານ, ອັ​ຟ​ກາ​ນິ​ສ​ຖານ ແລະ​ອິນ​ເດຍ

ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ປະ​ກາດ​ແຜນ​ການ​ຂອງ​ເຂົາ​ເຈົ້າ ​ໃນ​ວັນ​ອາ​ທິດ​ວານນີ້ ວ່າ​ຈະ​ຍ້າຍ​ຊາວ​ອົບ​ພະ​ຍົບ​ປາ​ກິ​ສ​ຖານ​ຫລາຍ​ພັນ​ຄົນ​ອອກ​ໄປ​ຈາກ​ແຂວງທີ່​ຢູ່​ຕາມ​ຊາຍ​ແດນ ທ່າມກາງ​ການ​ກ່າວ​ຫາ​ຢ່າງ​ບໍ່​ຢຸດ​ຢັ້ງ​ວ່າ ພົນ​ລະ​ເມືອງ​ຊາວ​ອົບ​ພະ​ຍົບນັ້ນ​ ເປັນ​ແຫລ່ງ​ທີ່​ມາ​ຂອງ​ການ​ກໍ່​ການ​ຮ້າຍ ​ທີ່​ເພີ່ມ​ຂຶ້ນ​ຢູ່​ໃນ​ປາ​ກິ​ສ​ຖານທີ່​ເປັນ​ປະ​ເທດເພື່ອນ​ບ້ານນັ້ນ.

ທ່ານຊາ​ບີ​ຮູ​ລາ ມູຈາ​ຮິດ (Zabihullah Mujahid) ຫົວໜ້າ​ໂຄສົກ​ຂອງ​ກຸ່ມ​ຕາ​ລີ​ບານ ກ່າວ​ຕໍ່​ວີ​ໂອ​ເອ​ທາງ​ໂທລະສັບ​ວ່າ ພວກ​ອົບ​ພະຍົບ​ໃນ​ປັດຈຸບັນ​ນີ້​ອາ​ໄສ​ຢູ່​ໃນ​ເມືອງ​ໂຄ​ສ​ທ໌ (Khost) ແຂວງ​ຄູ​ນາ (Kunar) ​ແລະ​ບາງ​ແຂວງທີ່​ມີ​ຊາຍ​ແດນ​ຕິດ​ກັບ​ອັຟກາ​ນິສຖານ.

"ລັດອິສລາມເອ​ມີເຣດ ມີແຜນທີ່ຈະຍົກຍ້າຍພວກເຂົາເຈົ້າໄປຢູ່ແຂວງທີ່ຢູ່ຫ່າງໄກ (ເຂົ້າ​ໄປໃນອັຟການິສຖານ) ເພື່ອຮັບປະກັນວ່າ ພວກເຂົາເຈົ້າບໍ່ມີຊ່ອງ​ທາງ​ເຂົ້າ​ເຖິງເສັ້ນ (ຊາຍແດນ) ແລະບໍ່​ໃຫ້ເຂົາເຈົ້າມີສ່ວນພົວ​ພັນໃນການໂຈມຕີ ຫຼືການກໍ່ຄວາມ ຮຸນແຮງອື່ນໆ ທີ່ເກີດຂື້ນຢູ່ໃນປາກີສຖານ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ມູ​ຈາ​ຮິດ ​ໂດຍ​ໃຊ້​ຊື່​ທາງ​ການ​ຂອງ​ລັດຖະບານ​ຕາ​ລີ​ບານ. ທ່ານບໍ່ໄດ້ໃຫ້​ລາຍລະອຽດ​ໃດໆ​.

ແຜນການດັ່ງກ່າວ ມີຂຶ້ນທ່າມກາງການບຸກໂຈມຕີ ຂອງພວກຫົວຮຸນແຮງຂ້າມຊາຍ ແດນຢູ່ໃນປາກິສຖານ ນັບຕັ້ງແຕ່ກຸ່ມຕາລີບານໄດ້ຍຶດອຳນາດໃນນະ​ຄອນ​ຫລ​ວງກາ ບູລ ເກືອບ 22 ເດືອນກ່ອນໜ້ານີ້. ການກໍ່ຄວາມ​ຮຸນ​ແຮງ​ໄດ້​ສັງຫານ​ຫລາຍ​ຮ້ອຍ​ຄົນ ​ຊຶ່ງສ່ວນ​ໃຫຍ່​ແມ່ນ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປາ​ກິ​ສຖານ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ເມືອງທີ່​ຢູ່​ໃກ້​ກັບ​ຊາຍ​ແດນ​ອັຟກາ​ນິສຖານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG