ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ຈະເລີ້ມເນລະເທດ ຊາວອັຟການິສຖານ 1 ລ້ານ 7 ແສນຄົນ ໃນ​ວັນ​ທີ 1 ພະ​ຈິກ


ຊາວອົບພະບົບອັຟການິສຖານ ຂີ່ລົດບັສ ຈາກກາຣາຈີ ປາກິສຖານ ໄປອັຟກາສິນຖານ ວັນທີ 21, 2023 ກັນຍາ
ຊາວອົບພະບົບອັຟການິສຖານ ຂີ່ລົດບັສ ຈາກກາຣາຈີ ປາກິສຖານ ໄປອັຟກາສິນຖານ ວັນທີ 21, 2023 ກັນຍາ

ປາກິສຖານໄດ້ສັ່ງໃຫ້​ພວກຄົນເຂົ້າເມືອງທີ່ບໍ່​ມີ​ເອກ​ກະ​ສານທັງໝົດ ຮວມທັງຊາວອັຟການິສຖານ 1 ລ້ານ 7 ແສນຄົນ ອອກຈາກປະເທດໃນວັນທີ 1 ພະ ຈິກຈະມາເຖິງນີ້ ໂດຍປະກາດທີ່ຈະເນລະເທດ ບັນດາຜູ້ທີ່ບໍ່​ຍອມ​ອອກ​ໄປ.

ຜູ້ຮັກສາການນາຍົກລັດຖະມົນຕີຊົ່ວຄາວ ທ່ານອັນວາ-ອູລ-ຮັກ-ກາກາ ໄດ້ອະ ນຸມັດແຜນການ​ດັ່ງ​ກ່າວ ໃນວັນອັງຄານານນີ້ຢູ່ກອງປະຊຸມລະດັບສູງສຸດຂອງພວກເຈົ້າໜ້າທີ່ພົນລະເຮືອນ ແລະທະຫານ ໃນອິສລາມາບັດ.

“ຄົນເຂົ້າເມືອງທີ່ຜິດກົດໝາຍທັງໝົດ ທີ່ຢູ່ໃນປາກິສຖານ ມີເວລາເຖິງວັນທີ 1ເດືອນພະຈິກ ໃຫ້ອາສາສະໝັກກັບຄືນສູ່ບັນດາປະເທດເຂົາເຈົ້າ” ລັດຖະມົນຕີກະຊວງພາຍໃນ ທ່ານຊາຟາຣາສ ບັດຕີ ໄດ້ກ່າວຫລັງຈາກກອງປະຊຸມນັກຂ່າວ. “ແລະຖ້າຫາກເຂົາເຈົ້າບໍ່ຍອມ​ອອກໜີໂດຍກຳນົດເສັ້ນຕາຍ ກົດໝາຍທັງໝົດຂອງອົງການຕ່າງໆປະເທດເຮົາຈະອອກປະຕິບັດງານດ້ວຍກຳລັງຢ່າງເຕັມທີ່ ເພື່ອເນລະເທດເຂົາເຈົ້າ.”

ທ່ານບັກກີ ບໍ່ໄດ້ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບຈຳນວນໃດໆຂອງຄົນເຂົ້າເມືອງທີ່ຜິດກົດໝາຍໃນປາກິສຖານ ແຕ່ທ່ານໄດ້ຄາດຄະເນວ່າ ຊາວອັຟການິສຖານ ຫລາຍກວ່າ 1 ລ້ານ 7 ແສນ ແມ່ນຮວມຢູ່ໃນຈຳ​ນວນນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG