ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມີ​ການ​ຮຽກ​ຮ້ອງ ບໍ່​ໃຫ້ປາ​ກິ​ສ​ຖານ​ ​ດຳ​ເນີນຄະ​ດີຕໍ່​ພົນ​ລະ​ເຮືອນ ​ຢູ່​ໃນ​ສານ​ທະ​ຫານ


ພວກທະ​ຫານ​ຍາມປ້ອງ​ກັນອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣານ ຄານ ຂະ​ນະ​ທີ່​ທ່ານ​ຍ່າງອອກໄປ​ຈາກ​ສານສູງ​ໃນ​ນະ​ຄອນ​ຫລວງ​ອິ​ສ​ລາ​ມາ​ບັດ ໃນ​ວັນ​ທີ 31 ພຶດ​ສະ​ພາ, 2023
ພວກທະ​ຫານ​ຍາມປ້ອງ​ກັນອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣານ ຄານ ຂະ​ນະ​ທີ່​ທ່ານ​ຍ່າງອອກໄປ​ຈາກ​ສານສູງ​ໃນ​ນະ​ຄອນ​ຫລວງ​ອິ​ສ​ລາ​ມາ​ບັດ ໃນ​ວັນ​ທີ 31 ພຶດ​ສະ​ພາ, 2023

ບັນດານັກປຸກ​ລະ​ດົມ​ດ້ານສິດທິມະນຸດຂອງໂລກ ແລະໃນທ້ອງຖິ່ນຢູ່ປາກິສຖານ ໃນວັນພຸດວານນີ້ ໄດ້ຮ້ອງຂໍໃຫ້ລັດຖະບານໂອນພວກນັກເຄື່ອນໄຫວດ້ານການເມືອງ ທີ່ກຳນົດວ່າ ຈະຖືກດຳເນີນຄະດີຢູ່ໃນສານທະຫານໃນຂໍ້ຫາຈູດເຜົາສະ​ຖານ​ທີ່​ຕ່າງໆ​ນັ້ນ ໄປໃຫ້ລະບົບຍຸຕິທຳຂອງພົນລະເຮືອນ.

ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ ໄດ້​ສົ່ງມອບຕົວ​ຜູ້​ສະ​ໜັບ​ສະ​ໜຸນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣານ ຄານ ຫລາຍ​ສິບ​ຄົນ​ໃຫ້​ແກ່​ກອງ​ທັບ​ເມື່ອ​ບໍ່​ດົນ​ມາ​ນີ້ ເພື່ອໃຫ້​ດຳ​ເນີນ​ຄະ​ດີ​ໃນ​ສານ​ທະ​ຫານ. ພວກເຂົາເຈົ້າຖືກກ່າວຫາວ່າ ໄດ້ໂຈມຕີສະຖານທີ່ສາ​ທາ​ລະ​ນະ ແລະຂອງ​ກະ​ຊວງປ້ອງກັນປະເທດ ໃນໄລຍະທີ່​ມີການປະທ້ວງຫຼາຍມື້ ທີ່ເກີດມາ​ຈາກ ການຈັບກຸມທ່ານ​ຄານ ຢ່າງວ່ອງໄວ ແລະ​ຖ່າຍ​ທອດ​ສົດ​ອອກ​ເປັນ​ເວ​ລາ​ສັ້ນໆ ໃນວັນ​ທີ 9 ພຶດສະພາຜ່ານ​ມາ ໃນຂໍ້ຫາສໍ້ລາດບັງຫຼວງ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຫຼື HRW ກ່າວໃນຖະ ແຫຼງການສະບັບນຶ່ງວ່າ ການໄຕ່​ສວນ​ຄະ​ດີຂອງທະຫານຕໍ່ພົນລະເຮືອນ ຈະລະເມີດພັນທະຂອງປາກິສຖານ ພາຍໃຕ້ກົດໝາຍສິດທິມະນຸດສາກົນ.

​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣານ ຄານ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ນະ​ຄອນ​ລາ​ຮໍ, ວັນ​ທີ 18 ພຶດ​ສະ​ພາ, 2023
​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣານ ຄານ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ນະ​ຄອນ​ລາ​ຮໍ, ວັນ​ທີ 18 ພຶດ​ສະ​ພາ, 2023

"ສານທະຫານຂອງປາກິສຖານ ທີ່ນໍາໃຊ້ຂັ້ນຕອນລັບ ທີ່ປະຕິເສດສິດທິໃນ ຂະ ບວນການຍຸ​ຕິ​ທຳ​ນັ້ນ ບໍ່ຄວນຖືກນໍາໃຊ້ເພື່ອດໍາເນີນຄະດີພົນລະເຮືອນ, ແມ່ນແຕ່ເປັນການກໍ່ອາຊະຍາກໍາຕ້ານການທະຫານກໍ​ຕາມ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ປາ​ທ​ຣີ​ເຊຍ ກອ​ສ​ແມນ (Patricia Gossman), ຮອງຜູ້ອໍານວຍການ ​ຂົງ​ເຂດ​ເອ​ເຊຍ​ ຂອງກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ HRW ທີ່​ຕັ້ງ​ຢູ່​ໃນສະຫະລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG