ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ ຄານ ກ່າວ​ຫາ​ການ​ດຳ​ເນີນ​ຄະ​ດີ​ທໍ​ລະ​ຍົດ​ຊາດ ຖືກ​ອອກ​ແບບ​ເພື່ອ​ປົກ​ປ້ອງ​ອະ​ດີດຜູ້​ບັນ​ຊາ​ການ​ກອງ​ທັບ ແລະ ນັກ​ການ​ທູດ ສະ​ຫະ​ລັດ


ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ປາ​ກິ​ສ​ຖານ ທ່ານ ອິມ​ຣານ ຄານ ທີ່ຖືກ​ຄຸ້ມ​ກັນ​ໂດຍ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ເດີນ​ທາງ​ຮອດ​ສານ​ໃນ​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ, ປາ​ກິ​ສ​ຖານ, 12 ພຶດ​ສະ​ພາ 2023.
ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ປາ​ກິ​ສ​ຖານ ທ່ານ ອິມ​ຣານ ຄານ ທີ່ຖືກ​ຄຸ້ມ​ກັນ​ໂດຍ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ເດີນ​ທາງ​ຮອດ​ສານ​ໃນ​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ, ປາ​ກິ​ສ​ຖານ, 12 ພຶດ​ສະ​ພາ 2023.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ທີ່​ຖືກ​ຂັງ​ຄຸກ ທ່ານ ອິມ​ຣານ ຄານ ໄດ້​ກ່າວ​ຫາ​ວ່າ​ ທ່ານ​ຖືກ​ປະ​ຫັດ​ປະ​ຫານ​ໃນ​ຂໍ້​ກ່າວ​ຫາ “ຫຼອກ​ລວງ” ກ່ຽວ​ກັບ ການ​ເປີດ​ເຜີຍ​ຄວາມ​ລັບ​ເພື່ອ​ປົກ​ປ້ອງ​ອະ​ດີດ​ຫົວ​ໜ້າ​ກອ​ງ​ທັບ ປາ​ກິ​ສ​ຖານ ແລະ ນັກ​ການ​ທູດ ສະ​ຫະ​ລັດ.

ຄອບ​ຄົວຂອງ​ທ່ານ ຄານ ໃນ​ວັນ​ພະ​ຫັດ​ວານນີ້​ໄດ້​ເປີດ​ເຜີຍ​ສິ່ງ​ທີ່​ເຊື່ອ​ວ່າ​ຈະ​ເປັນ​ຖະ​ແຫຼງ​ການ​ອັນ​ທຳ​ອິດ​ຂອງ​ທ່ານ ​ນັບຕັ້ງ​ແຕ່​ທ່ານ​ຖືກ​ຕັດ​ສິນວ່າ​ ມີ​ຄວາມ​ຜິດ ກ່ຽວ​ກັບການ​ສໍ້​ໂກງ ແລະຖືກ​ຕັດ​ສິນ​ຂັງ​ຄຸກ​ສາມ​ປີ​ໃນ​ວັນ​ທີ 5 ສິງ​ຫາ​ທີ່​ຜ່ານ​ມາ.

ຖະ​ແຫຼງ​ການ​ດັ່ງ​ກ່າວ, ທີ່​ໄດ້​ເອົາ​ລົງ​ໃນ​ບັນ​ຊີ X (ແຕ່​ກ່ອນ​ແມ່ນ ທວິ​ດ​ເຕີ), ໄດ້​ຖືກ​ເປີດ​ເຜີຍ​ກ່ອນ​ການ​ຟ້ອງ​ຮ້ອງ​ທ່ານໃນ​ຂໍ້​ຫາ​ຄວາມ​ລັບ​ຂອງ​ປະ​ເທດ​ທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ອາ​ທິດ​ໜ້າ. ການ​ໃຫ້​ການ​ປິດ​ລັບ​ແມ່ນ​ຖືກ​ດຳ​ເນີນ​ການ​ຢູ່​ໃນ​ຄຸກ​ພາຍ​ໃຕ້​ກົດ​ໝາຍ​ຄວາມ​ລັບ​ທາງ​ການ.

ທ່ານ ຄານ ຖືກ​ກ່າວ​ຫາ​ວ່າ​ໄດ້​ປ່ອຍ​ເນື້ອ​ຫາ​ໃນ​ໂທ​ລະ​ເລກ​ທາງ​ການ​ທູດ, ເຊິ່ງ​ພາຍ​ໃນ​ຮູ້​ຈັກ​ກັນ​ວ່າ​ເປັນລະ​ຫັດ​ລັບ​ນັ້ນ, ຕໍ່​ສາ​ທາ​ລະ​ນະ​ເພື່ອ​ຜົນ​ປະ​ໂຫຍດ​ທາງ​ການ​ທູດ.

ອະ​ດີດ​ຜູ້​ນຳ ປາ​ກິ​ສ​ຖານ ອາ​ຍຸ 70 ປີ ​ດັ່ງ​ກ່າວ​ໄດ້​ເວົ້າ​ ໃນ​ຖະ​ແຫຼງ​ການ​ວ່າ “​ຕາບ​ໃດ​ທີ່​ກໍ​ລະ​ນີ​ລະ​ຫັດ​ລັບ​ຍັງ​ກ່ຽວ​ຂ້ອງ, ຄະ​ດີ​ທີ່​ສໍ້​ໂກງນີ້​ແມ່ນ​ຖືກ​ອອກ​ແບບ​ມາ​ເພື່ອ​ປົກ​ປ້ອງ​ອະ​ດີດ​ຫົວ​ໜ້າ​ກອງ​ທັບ ນາຍ​ພົນ ບາ​ຈ​ວາ ແລະ ດໍ​ໂນ​ລ ລູ.” ທ່ານ​ໄດ້​ອ້າງ​ເຖິງ​ນາຍ​ພົນ​ ກາ​ມາ ຈາ​ເວັດ ບາ​ຈ​ວາ ທີ່​ອອກ​ບຳ​ນານ​ແລ້ວ, ພ້ອມ​ກັບ​ທ່ານ ລູ, ຮອງ​ລັດ​ຖະ​ມົນຕີການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ຫ້ອງ​ການ​ເອ​ເຊຍ​ໃຕ້ ແລະ ກາງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG