ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ລາຍ​ງານ​ການ​ປູກ​ຝິ່ນ ໃນ ອັ​ຟ​ກາ​ນິ​ສ​ຖານ ຫຼຸດ​ລົງ 95 ເປີ​ເຊັນ


ພາບ​ຈາກ​ແຟ້ມ​ໃນ​ວັນ​ທີ 11 ເມ​ສາ 2016 ນີ້, ສະ​ແດງ​ໃຫ້​ເຫັນຊາວ​ນາມ ເກັບ​ກ່ຽວ ຝິ່ນ​ດິບ ຢູ່​ທົ່ງ​ຝິ່ນ​ໃນ​ເມືອງ ຊາ​ຣີ, ແຂວງ ການ​ດາ​ຮາ, ອັ​ຟ​ກາ​ນິ​ສ​ຖານ.
ພາບ​ຈາກ​ແຟ້ມ​ໃນ​ວັນ​ທີ 11 ເມ​ສາ 2016 ນີ້, ສະ​ແດງ​ໃຫ້​ເຫັນຊາວ​ນາມ ເກັບ​ກ່ຽວ ຝິ່ນ​ດິບ ຢູ່​ທົ່ງ​ຝິ່ນ​ໃນ​ເມືອງ ຊາ​ຣີ, ແຂວງ ການ​ດາ​ຮາ, ອັ​ຟ​ກາ​ນິ​ສ​ຖານ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ, ການ​ຫ້າມ​ຕໍ່​ຢາ​ເສບ​ຕິດ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ຂອງ​ກຸ່ມ​ຕາ​ລີ​ບານ ໄດ້​ສົ່ງ​ຜົນ​ໃຫ້​ມີ​ການ​ປູກ​ຝິ່ນ ອັ​ຟ​ກາ​ນິ​ສ​ຖານ ຫຼຸດ​ລົງ 94 ເປີ​ເຊັນ, ເຊິ່ງ​ຖືກ​ໃຊ້​ເພື່ອ​ເຮັດ​ຢາ​ແກ້​ປວດ ແລະ ເຮ​ໂຣ​ອິນ.

ຫ້ອງ​ການ​ຢາ​ເສບ​ຕິດ ແລະ ອາ​ຊະ​ຍາ​ກຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ຫຼື UNODC ໄດ້​ບັນ​ທຶກ “ການຫົດ​ຕົວ​ລົງເກືອບ​ທັງ​ໝົດ” ຂອງ​ເສດ​ຖະ​ກິດທີ່​ປະ​ກອບ​ມີ​ຝິ່ນ​ນັ້ນ​ໃນ​ການ​ສຳ​ຫຼວດ​ປະ​ຈຳ​ປີ​ຄັ້ງຫຼ້າ​ສຸດ ກ່ຽວ​ກັບ ການ​ປູກ​ຝັງ​ຝິ່ນ ອັ​ຟ​ກາ​ນິ​ສ​ຖານ.

ອົງ​ການ UNODC ຄາດ​ວ່າ​ຊາວ​ນາ ອັ​ຟ​ກາ​ນິ​ສ​ຖານ ໄດ້​ສູນ​ເສຍ​ລາຍ​ໄດ້ຫຼາຍ ກວ່າ 1 ຕື້​ໂດ​ລາ ​ຈາກ​ການ​ຂາຍ​ຝິ່ນ ຍ້ອນ​ການຫຼຸດ​ລົງ​ຢ່າງຫຼວງຫຼາຍດັ່ງ​ກ່າວ, ເຊິ່ງ​ອາດ​ນຳ​ໄປ​ສູ່​ຜົນ​ຕາມ​ມາ​ທີ່​ເປັນ​ຕາ​ຢ້ານ​ທາງ​ເສດ​ຖະ​ກິດ ແລະ ມະ​ນຸດ​ສະ​ທຳ​ສຳ​ລັບ​ປະ​ເທດ​ທີ່​ທຸກ​ຍາກ​ນັ້ນ.

ລັດ​ຖະ​ບານ​ຕາ​ລີ​ບານ​ໄດ້​ຫ້າມ​ການ​ປູກ​ຝິ່ນ, ເຊິ່ງ​ແມ່ນ​ປະ​ເທດ​ທີ່​ຜະ​ລິດ​ຢາ​ເສບ​ຕິດ ເຮ​ໂຣ​ອິນ ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ໃນ​ເດືອນ​ເມ​ສາ​ປີ​ກາຍນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG