ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ປາກິສຖານ ເປີດສາກການບຸກໂຈມຕີຕອບໂຕ້ທາງທະຫານ ໃສ່ “ບ່ອນຫຼົບລີ້ ຂອງພວກກໍ່ການຮ້າຍ” ຢູ່ໃນອີຣ່ານ


ແຟ້ມພາບ - ທຸງຊາດປາກິສຖານ ໂບກສະບັດ ຢູ່ທີ່ຈຸດເບິ່ງວີວທິວທັດ ໃນນະຄອນອິສລາມາບັດ, ປະເທດປາກິສຖານ,​ ໃນວັນທີ 27 ກໍລະກົດ 2022.
ແຟ້ມພາບ - ທຸງຊາດປາກິສຖານ ໂບກສະບັດ ຢູ່ທີ່ຈຸດເບິ່ງວີວທິວທັດ ໃນນະຄອນອິສລາມາບັດ, ປະເທດປາກິສຖານ,​ ໃນວັນທີ 27 ກໍລະກົດ 2022.

ປາກິສຖານກ່າວໃນວັນພະຫັດວານມື້ນີ້ວ່າ ກອງທັບຂອງຕົນໄດ້ທຳການໂຈມຕີໃສ່ “ບ່ອນຫຼົບລີ້ຂອງພວກກໍ່ການຮ້າຍ” ຢູ່ໃນອີຣ່ານ ທີ່ເປັນປະເທດເພື່ອນບ້ານ ສອງມື້ ຫຼັງຈາກເຕຫະຣ່ານ ໄດ້ຖິ້ມລະເບີດ ໃສ່ອັນທີ່ຕົນເວົ້າວ່າເປັນ “ພວກກໍ່ການຮ້າຍຂອງອີຣ່ານ” ທີ່ຫຼົບລີ້ ຢູ່ໃນດິນແດນປາກິສຖານ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ປາ​ກິ​ສ​ຖານ ກ່າວ​ວ່າ ການ​ບຸກ​ໂຈມ​ຕີ​ທາງທະ​ຫານທີ່ “​ມີ​ການ​ປະ​ສານ​ງານ​ສູງ ແລະ​ກຳນົດ​ເປົ້າ​ໝາຍ​ຢ່າງແນ່ນອນ” ໄດ້​ສັງຫານ “ພວກ​ກໍ່​ການ​ຮ້າຍ​ຈຳ​ນວນນຶ່ງ” ຢູ່ໃນ​ແຂວງ ຊິສຖານ-ບາລູຈິສຖານ (Sistan-Baluchistan) ​ເຊິ່ງເປັນແຂວງຊາຍ​ແດນ​ຂອງ​ອີ​ຣ່ານ​ ພາຍ​ໃຕ້​ລະ​ຫັດທີ່​ມີຊື່ວ່າ “ການເສຍຊີວິດຂອງພວກກໍ່​ການ​ຮ້າຍ.”

“ປາ​ກິ​ສຖານ​ ເຄົາລົບ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ສາທາ ລະນະ​ລັດ​ອິສ​ລາມ​ອີຣ່ານ ຢ່າງເຕັມສ່ວນ. ຈຸດປະສົງດຽວຂອງການກະທຳ ໃນມື້ນີ້ ແມ່ນເພື່ອສະແຫວງຫາຄວາມໝັ້ນຄົງຂອງປາກິສຖານແລະຜົນປະໂຫຍດແຫ່ງຊາດ ເຊິ່ງເປັນສິ່ງທີ່ສຳຄັນທີ່ສຸດ ແລະບໍ່ສາມາດປະນີປະນອມໄດ້,” ກະຊວງ ກ່າວ.

ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ໝັ້ນຄົງ ທ່ານ​ນຶ່ງ ​ໄດ້​ບອກ​ວີ​ໂອ​ເອ​ ໂດຍ​ບໍ່​ເປີດ​ເຜີຍຊື່ ​ວ່າ ເຮືອ​ບິນ​ລົບ​ໄດ້​ທໍາ​ການ​ໂຈມ​ຕີ​ໂດຍ​ບໍ່​ໄດ້​ເຂົ້າ​ສູ່​ເຂດ​ນ່ານ​ຟ້າ​ຂອງ​ອີ​ຣ່ານ ແລະ​ໄດ້​ແນ​ເປົ້າ​ໃສ່​ຄ້າຍ​ຂອງ​ກອງ​ທັບ​ປົດ​ປ່ອຍ​ປາ​ກິ​ສ​ຖານ ຫຼື BLA ຊຶ່ງສະຫະລັດ ກຳນົດໃຫ້ເປັນອົງການກໍ່ການຮ້າຍລະດັບໂລກ.

ສື່​ມວນ​ຊົນ​ລັດ​ຖະ​ບານ​ອີ​ຣ່ານ ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ຄວາມໝັ້ນຄົງ ທີ່​ວ່າ ການ​ໂຈມ​ຕີ​ຂອງ​ປາ​ກິ​ສຖານ​ ໄດ້​ສັງຫານ “ພົນລະເຮືອນທີ່ບໍ່ແມ່ນຊາວອີຣ່ານ” ຢ່າງນ້ອຍ 7 ຄົນ ໃນເມືອງ​ຊາຣາ​ວັນ (Saravan), ເມືອງຊາຍແດນທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້. ມີລາຍ​ງານ​ວ່າ ຜູ້​ເສຍ​ຊີ​ວິດ​ລວມມີເດັກນ້ອຍ 4 ຄົນ ແລະ ແມ່ຍິງ 3 ຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG