ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ແລະ ອີ​ຣ່ານ ຕົກ​ລົງ​ທີ່​ຈະ​ຂະ​ຫາຍ​ການ​ຮ່ວມ​ມື​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ ຫຼັງ​ຈາ​ກການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ


ໃນ​ພາບນີ້​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ປາ​ກິ​ສ​ຖານ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣ່ານ, ທ່ານ ຮອ​ສ​ເຊນ ອາ​ເມຍ-ອັບ​ດອ​ລ​ລາ​ຮຽນ, ຊ້າຍ, ຈັບ​ມື​ກັບ​ຄູ່​ຮ່ວມ​ຕ່າ​ແໜ່ງ ປາ​ກິ​ສ​ຖານ, ທ່ານ ຈາ​ລິ​ລ ອັບ​ບາ​ສ ຈີ​ລາ​ນີ, ໃນ​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ​ດ 29 ມັງ​ກອນ 2024.
ໃນ​ພາບນີ້​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ປາ​ກິ​ສ​ຖານ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣ່ານ, ທ່ານ ຮອ​ສ​ເຊນ ອາ​ເມຍ-ອັບ​ດອ​ລ​ລາ​ຮຽນ, ຊ້າຍ, ຈັບ​ມື​ກັບ​ຄູ່​ຮ່ວມ​ຕ່າ​ແໜ່ງ ປາ​ກິ​ສ​ຖານ, ທ່ານ ຈາ​ລິ​ລ ອັບ​ບາ​ສ ຈີ​ລາ​ນີ, ໃນ​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ​ດ 29 ມັງ​ກອນ 2024.

ປາ​ກິ​ສ​ຖານ ແລະ ອີ​ຣ່ານ ໄດ້​ຕົກ​ລົງ​ກັນ ​ໃນ​ວັນ​ຈັນ​ວານນີ້​ເພື່ອ​ຂະ​ຫຍາຍ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ ແລະ ຄວາມ​ປອດ​ໄພ​ເພື່ອ​ປະ​ເຊີນ​ກັບ​ລັດ​ທິ​ກໍ່​ການ​ຮ້າຍ ຫຼັງ​ຈາກ​ໄດ້​ທຳ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ໃສ່​ກັນ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຕົ້ນ​ເດືອນນີ້​ ຕໍ່​ສິ່ງ​ທີ່​ຖືກ​ກ່າວ​ວ່າ​ ເປັນ​ຖານ​ທັບ​ຕ່າງໆ​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ເຂດ​ແດນ​ຂອງ​ແຕ່​ລະ​ປະ​ເທດ​ນັ້ນ.

ຂໍ້​ຕົກ​ລົງ​ດັ່ງ​ກ່​າ​ວ​ໄດ້​ເກີດ​ມາ​ຈາກ​ການ​ປະ​ຊຸມ​ທີ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ປາ​ກິ​ສ​ຖານ ທ່ານ ຈາ​ລິ​ລ ອັບ​ບາ​ສ ຈີ​ລາ​ນີ ໄດ້​ຈັດ​ຂຶ້ນ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ ອີ​ຣ່ານ, ທ່ານ ຮອ​ສ​ເຊນ ອາ​ເມຍ-ອັບ​ດອ​ລ​ລາ​ຮຽນ, ໃນ​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ.

ທ່ານ ຈີ​ລາ​ນີ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ຄຽງ​ຂ້າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣ່ານ ວ່າ “ມັນ​ໄດ້​ມີ​ຂໍ້​ຕົກ​ລົງ​ທີ່​ຈະ​ຮ່ວມ​ມື​ເພື່ອ​ຕໍ່​ສູ້​ກັບ​ລັດ​ທິ​ກໍ່​ການ​ຮ້າຍ​ໃນ​ແຕ່​ລະ​ເຂ​ດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຕ້ອງ​ແກ້​ໄຂ ແລະ ບັນ​ເທົາ​ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ ກ່ຽວ​ກັບ ລັດ​ທິ​ກໍ່​ການ​ຮ້າຍ.”

ທ່ານ​ໄດ້​ກ່າວ​ວ່າ ປາ​ກິ​ສ​ຖານ ແລະ ອີ​ຣ່ານ ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ສົ່ງ “ບັນ​ດາ​ເຈົ້າ​ໜ້າ​ທີ່​ປະ​ສານ​ງານ” ໄປ​ເມືອງ ເທີ​ບັດ ແລະ ຊາ​ເຮ​ດານ ຢູ່​ເຂ​ດ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າ​ໃນ​ທັນ​ທີ​ເພື່ອ “ເສີ​ມ​ຂະ​ຫຍາຍ​ການ​ຮ່ວມ​ມື​ຮັກ​ສາ​ຄວາມ​ປອດ​ໄພ ແລະ ການ​ສື​ບ​ລັບ​ຕໍ່​ໄປ.”

ອາ​ເມຍ-ອັບ​ດອ​ລ​ລາ​ຮຽນ ໄດ້​ກ່າວ​ວ່າ ອີ​ຣ່ານ ແລະ ປາ​ກິ​ສ​ຖານ “ມີ​ຄວາມ​ເຄົາ​ລົບ” ຕໍ່​ອຳ​ນາດ​ອະ​ທິ​ປ​ະ​ໄຕ ແລະ ​ຜືນ​ແ​ຜ່ນດິນອັນ​ຄົບ​ຖ້ວນ” ຂອງ​ກັນ​ແລະ​ກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG