ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼັງ​ຈາກ​ໄດ້​ຖືກ​ຈັບ ເປັນ​ເວ​ລາ​ຫຼາຍໆ​ປີ ອະ​ດີດ​ນັກ​ໂທດ 2 ຄົນ​ ຈາກກວນ​ຕາ​ນາ​ໂມ ກໍ​ໄດ້​ກັບ​ຄືນ​ບ້ານ


​ທ້າວ​ອັບ​ດຸນ ກາ​ຣິມ (ຊ້າຍ) ແລະ​ອັບ​ດຸນ ຊາ​ເຮຍ (ຂ) ອະ​ດີດ​ນັກ​ໂທດ 2 ຄົນ ທີ່​ຖືກ​​ຂັງ ຢູ່ສູນ​ຄຸມ​ຂັງ​ສະ​ຫະ​ລັດ ທີ່​ອ່າວກວນ​ຕາ​ນາ​ໂມ ກ່ອນ​​ຖືກມອບ​ໂຕ​ໃຫ້​ໂອ​ມານ ​ໃນ​ຮູບນີ້ ແມ່ນ​ເວ​ລາ​ທີ່​ພວກ​ເຂົາ​ເດີນ​ທາງ​ໄປ​ເຖິງ​ະ​ສ​ນະໜາມ​ບິນ​ກາ​ບູ​ລ ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 12 ກຸມ​ຖາ 2024.
​ທ້າວ​ອັບ​ດຸນ ກາ​ຣິມ (ຊ້າຍ) ແລະ​ອັບ​ດຸນ ຊາ​ເຮຍ (ຂ) ອະ​ດີດ​ນັກ​ໂທດ 2 ຄົນ ທີ່​ຖືກ​​ຂັງ ຢູ່ສູນ​ຄຸມ​ຂັງ​ສະ​ຫະ​ລັດ ທີ່​ອ່າວກວນ​ຕາ​ນາ​ໂມ ກ່ອນ​​ຖືກມອບ​ໂຕ​ໃຫ້​ໂອ​ມານ ​ໃນ​ຮູບນີ້ ແມ່ນ​ເວ​ລາ​ທີ່​ພວກ​ເຂົາ​ເດີນ​ທາງ​ໄປ​ເຖິງ​ະ​ສ​ນະໜາມ​ບິນ​ກາ​ບູ​ລ ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 12 ກຸມ​ຖາ 2024.

ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ປະ​ຊາ​ຊົນ​ຂອງ​ຕົນ 2 ຄົນ ທີ່​ໄດ້​ຖືກ​ຄຸມ​ຂັງ​ແລະ​ຮັບ​ໃຊ້​ໂທດ​ຢູ່​ໃນ​ຄຸກ ທີ່​ສະ​ຫະ​ລັດ​ຄວບ​ຄຸມໃນ​ອ່າວກວນ​ຕາ​ນາ​ໂມ ດົນ​ກວ່າ 20 ປີ​ແລ້ວນັ້ນ ໄດ້​ເດີນ​ທາງ​ກັບ​ຄືນ​ບ້ານ.

ໂຄ​ສົກ​ຄົນ​ນຶ່ງ​ຂອງ​ກະ​ຊວງ​ພາຍ​ໃນ ກ່າວ​ຜ່ານທາງ​ບັນ​ຊີ​ຕາ​ໜ່າງ​ສື່​ສັງ​ຄົມ X ​ວ່າ ທ້າວ​ອັບ​ດຸນ ກາ​ຣິມ ແລະ​ອັບ​ດຸນ ຊາ​ເຮຍ ໄດ້​ເດີນ​ທາງໄປ​ເຖິງ​ນະ​ຄອນ​ຫຼວງ​ກາ​ບູ​ລ ໃນ​ຕອນ​ເຊົ້າ ຈາກປະ​ເທດ​ໂອ​ມານ ​ບ່ອນ​ທີ່​ລາວ​ໄດ້​ຖືກ​ໄປ​ທີ່ນັ້ນໃນ​ປີ 2017 ແລະ​ຖືກ​ກັກ​ບໍ​ລິ​ເວນ​ຈົນ​ເທົ່າ​ເຖິງ​ເວ​ລານີ້.

ທ້າວ​ອັບ​ດຸນ ມາ​ຕີນ ກາ​ນີ ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ຕາ​ລີ​ບານ​ແມ່ນ​ຮວມ​ຢູ່​ໃນ​ບັນ​ດາ “ຜູ້​ທີ່​ໄປ​ສະ​ແດງ​ຄວາມ​ຍິນ​ດີ​ແລະ​ຕ້ອນ​ຮັບ” ຜູ້​ຊາຍ​ທັງ​ສອງ ທີ່​ສະ​ໜາມ​ບິນ​ສາ​ກົນ​ໃນ​ນະ​ຄອນ​ຫຼວງ​ອັ​ຟ​ກາ​ນິ​ສ​ຖານ.

“ບຸກ​ຄົນ​ທັງ​ສອງ​ໄດ້​ໃຊ້​ເວ​ລາ 20 ກວ່າປີ ​ຢູ່​ໃນ​ບັນ​ຫາ ແລະ​ເອ​ມີ​ເຣດ​ອິ​ສ​ລາມ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກ ໃນ​ການ​ກັບ​ຄືນ​ມາ​ຂອງ​ພວກ​ເຂົາ​ເຈົ້າ​” ທ້າວ​ກາ​ນີ​ກ່າວ​ຕື່ມ. ທັງ​ທ້າວ​ຊາ​ເຮຍ ແລະ​ທ້າວ​ກາ​ຣິມ ຕ່າງ​ກໍ​ໄດ້​ຢູ່​ພາຍ​ໃຕ້​ການ​ຕິດ​ຕາມ​ສອດ​ສ່ອງ​ດູ​ແລ ໂດຍ​ປາ​ສະ​ຈາກ​ສິດ​ໃນ​ການ​ເດີນ​ທາງ​ເປັນ​ເວ​ລາ 7 ປີ​ຢູ່​ທີ່​ຣາ​ຊະ​ອາ​ນາ​ຈັກ​ໃນ​ອ່າວ​ເປີ​ເຊຍ​ດັ່ງ​ກ່າວ.

ທ້າວ​ຊາ​ເຮຍ ຊຶ່ງ​ເປັນ​ຊາວ​ອັ​ຟ​ກາ​ນິ​ສ​ຖານຈາກ​ແຂວງ​ໂລ​ກາ ໄດ້​ຖືກ​ຈັບ​ໂດຍ​ກຳ​ລັງ​ສະ​ຫະ​ລັດ ຢູ່ນອກ​ນະ​ຄອນ​ຫຼວງ​ກາ​ບູ​ລ ເມືື່ອ​ເດືອນ​ພຶດ​ສະ​ພາ 2002 ກ່ອນ​ທີ່​ຈະ​ຖືກ​ສົ່ງ​ໄປ​ຍັງ​ກວນ​ຕາ​ນາ​ໂມ.

ສ່ວນ​ທ້າວ​ກາ​ຣິມ ຊຶ່ງ​ເປັນ​ປະ​ຊາ​ຊົນ​ຈາກ​ແຂວງ​ໂຄ​ສ​ທ໌ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ອັ​ຟ​ກາ​ນິ​ສ​ຖານ ໄດ້​ຖືກ​ສົ່ງ​ໄປ​ເຂົ້າ​ຄຸກ​ທີ່ນັ້​ນ​ໃນ​ປີ 2003 ຫຼັງ​ຈາກ​ຖືກ​ຈັບ​ຢູ່​ໃນ​ປາ​ກິ​ສ​ຖານ ໂດຍ​ເຈົ້າ​ໜ້າ​ທີ່​ກ່ອນ​ທີ່​ຈະ​ຖືກມອບ​ໂຕ​ໃຫ້​ຢູ່​ພາຍ​ໃຕ້​ການ​ດູ​ແລ​ຂອງ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG