ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ປ​ຊ ກ່າວ​ວ່າ ​ພວກ​ຕາ​ລີ​ບານ ໄດ້​ປົດ​​ຄົນ​ງານແມ່​ຍິງ 600 ຄົນ ອອກ​ຈາກ​ວຽກ ຍ້ອນ​ລະ​ເມີດກົດ​ໝາຍ​ອິ​ສ​ລາມ


​ແຟ້ມ - ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ໃສ່​ຜ້າ​ປົກ​ໜ້າ ຢືນ​ເຂົ້າ​ແຖວ ລໍ​ຖ້າ​ການ​ແຈກ​ຢາຍ​ອາ​ຫານ ໂດຍ​ໂຄງ​ການ​ອາ​ຫານ​ໂລກ (WFP) ທີ່​ບ້ານ​ນາ​ວາ​ບັດ ກາ​ໂຕ ຊາ​ຮິບ ໃນ​ເຂດ​ເມືອງ​ບາ​ຣາ​ກີ ບາ​ຣັກ ແຂວງ​ໂລ​ກາ ເມື່ອ​ວັນ​ທີ 7 ມັງ​ກອນ 2024.
​ແຟ້ມ - ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ໃສ່​ຜ້າ​ປົກ​ໜ້າ ຢືນ​ເຂົ້າ​ແຖວ ລໍ​ຖ້າ​ການ​ແຈກ​ຢາຍ​ອາ​ຫານ ໂດຍ​ໂຄງ​ການ​ອາ​ຫານ​ໂລກ (WFP) ທີ່​ບ້ານ​ນາ​ວາ​ບັດ ກາ​ໂຕ ຊາ​ຮິບ ໃນ​ເຂດ​ເມືອງ​ບາ​ຣາ​ກີ ບາ​ຣັກ ແຂວງ​ໂລ​ກາ ເມື່ອ​ວັນ​ທີ 7 ມັງ​ກອນ 2024.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ລັດ​ຖະ​ບານຕາ​ລີ​ບານໃນປະ​ເທດອັ​ຟ​ກາ​ນິ​ສ​ຖານ​ທີ່​ທຸກ​ຍາກ ​ເມື່ອ​ໄວໆ​ມານີ້ ​ໄດ້​ບັງ​ຄັບ​ໃຫ້​ພວກ​ແມ່​ຍິງ​ຫຼາຍ​ຮ້ອຍ​ຄົນອອກ​ຈາກວຽກ​ການ​ຂອງ​ເຂົາ​ເຈົ້າ ຍ້ອນ​ຖືກ​ກ່າວ​ຫາ​ວ່າ ບໍ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ສ​ະ​ໜາ​ອິ​ສ​ລາມ ທີ່​ກຳ​ນົດ​ຂໍ້​ບັງ​ຄັບ​ຕ່າງໆ ​ຕໍ່​ພວກ​ແມ່​ຍິງ​ ໃນ​ທົ່ວ​ປະ​ເທດ.

ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ​ໃນ​ອັ​ຟ​ກາ​ນິ​ສ​ຖານທີ່​ເອີ້ນ​ຫຍໍ້​ວ່າ UNAMA ໄດ້​ຈົດ​ບັນ​ທຶກ​ກ່ຽວ​ກັບ​ການ​ປົດ​ແມ່​ຍິງ​ອອກ​ຈາກວຽກໃນ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ສິດ​ທິ​ມະ​ນຸດ​ສະ​ບັບ​ຫຼ້າ​ສຸດ ທີ່ກວມ​ເອົາ​ໄຕ​ຣ​ມາ​ດ​ສຸດ​ທ້າຍ ​ຂອງ​ປີ 2023 ຢູ່​ໃນ​ປະ​ເທດ ​ທີ່​ປະ​ຊາ​ຊົນ​ຫຼາຍໆ​ລ້ານ​ຄົນ ຍັງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ.

“ໃນ​ຄວາມ​ເປັນ​ຈິງ​ແລ້ວເຈົ້າ​ໜ້າ​ທີ່​ຍັງ​ສືບ​ຕໍ່​ບັງ​ຄັບແລະປະ​ກາດ​ໃຊ້​ຂໍ້​ຈຳ​ກັດ​ຕ່າງໆ ຕໍ່​ສິດ​ທິ​ໃນ​ການ​ເຮັດ​ວຽກ ການ​ສຶກ​ສາ ແລະ​ອິດ​ສະ​ຫຼະ​ພາບ​ໃນ​ການ​ເດີນ​ທາງ​ໄປ​ມາ​ຂອງ​ພວກ​ແມ່​ຍິງ” ອີງ​ຕາ​ມ​ບົດ​ລາຍ​ງານ.

ອົງ​ການ UNAMA ໃຫ້​ຂໍ້​ສັງ​ເກດ​ວ່າ ກະ​ຊວງເຜີຍ​ແຜ່​ສິນ​ທຳ​ແລະ​ປ້ອງ​ກັນ​ບາບ​ຂອງ​ກຸ່ມ​ຕາ​ລີ​ບານ ແມ່ນ​ເປັນ​ຜູ້​ມີ​ບົດ​ບາດ​ໃນ​ການ​ບັງ​ຄັບ​ໃຊ້ເພື່ອ​ຂັດ​ຂວາງ​ແມ່​ຍິງ​ບໍ່​ໃຫ້​ເຮັດ​ວຽກ ຫຼື​ເຂົ້າ​ເຖິງ​ການ​ບໍ​ລິ​ການ ຍ້ອນ​ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ແຕ່ງ​ງານ​ ຫຼື​ມີ​ຜູ້​ຊາຍ​ໃຫ້​ການ​ຄຸ້ມ​ຄອງ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG