ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປາ​ກິ​ສ​ຖານ ກົດ​ດັນ​ເພີ້ມ​ຕື່ມ ກ່ຽວ​ກັບ​ການ​ໂຈມ​ຕີ​ຂ້າມ​ຊາຍ​ແດນ ຈາກ​ອັ​ຟ​ກາ​ນິ​ສ​ຖານ


ແຟ້ມ - ບ່ອນ​ສັງ​ເກດ​ການ​ຂອງ​ທະ​ຫານ​ປາ​ກິ​ສ​ຖານ ເທິງຈອມ​ພູ​ໃນ​ເຂດ​ຊາຍ​ແດນ​ປາ​ກິ​ສ​ຖານ ຕິດ​ກັບ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 3 ສິງ​ຫາ 2021.
ແຟ້ມ - ບ່ອນ​ສັງ​ເກດ​ການ​ຂອງ​ທະ​ຫານ​ປາ​ກິ​ສ​ຖານ ເທິງຈອມ​ພູ​ໃນ​ເຂດ​ຊາຍ​ແດນ​ປາ​ກິ​ສ​ຖານ ຕິດ​ກັບ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 3 ສິງ​ຫາ 2021.

ນັກ​ການ​ທູດ​ອະ​ວຸ​ໂສ​ຄົນ​ນຶ່ງ​ ຂອງ​ປາ​ກິ​ສ​ຖານ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ໃນ​ຂະ​ນະ​ທີ່​ກຸ່ມ​ຕາ​ລີ​ບານ​ໄດ້​ນຳ​ເອົາ​ສັນ​ຕິ​ພາບ ​ແລະ​ຄວາມ​ໝັ້ນ​ຄົງ​ມາ​ສູ່​ອັ​ຟ​ກາ​ນິ​ສ​ຖານ ແຕ່​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ດັ່ງ​ກ່າວ ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສະ​ຖຽນ​ລະ​ພາບ​ໃນ​ປາ​ກິ​ສ​ຖານ ເຮັດ​ໃຫ້​ຄວາມ​ສຳ​ພັນ​ສອງ​ຝ່າຍ ​ທີ່​ປະ​ສົບ​ບັນ​ຫາ​ຫຍຸ້​ງ​ຍາກ​ຢູ່​ແລ້ວນັ້ນ ຊຸດ​ໂຊມ​ລົງ​ຕື່ມ.

“ບໍ່​ເປັນ​ຈັ່ງ​ໂຊກ ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ເສດ​ຖະ​ກິດ ​ທີ່​ພວກ​ເຮົາ​ໄດ້​ຮັບ​ມານັ້ນ ແມ່ນ​ຫາຍ​ສາບ​ສູນ” ທ່ານ​ອາ​ຊີ​ຟ ດູ​ຣາ​ນີ (Asif Durrani) ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ປາ​ກິ​ສ​ຖານ​ຮັບ​ຜິດ​ຊອບ​ເລື້ອງ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ຕໍ່​ກອງ​ປະ​ຊຸມ​ສຳ​ມະ​ນາ​ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ.

ທ່ານ​ກ່າວ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ ໄດ້​ທຳ​ການ​ພົວ​ພັນ​ໃນ​ການ​ເຈ​ລະ​ຈາ​ແບບ​ຍືນ​ຍົງ​ກັບ​ກຸ່ມ​ຕາ​ລີ​ບານ ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ຍຸ​ຕິ​ການ​ໂຈມ​ຕີ​ຂ້າມ​ຊາຍ​ແດນ​ຂອງ​ພວກ​ກໍ່​ການ​ຮ້າຍ ທີ່​ບົງ​ການ​ໂດຍ​ພວກ​ຜູ້​ນຳ​ຫຼົບ​ລີ້​ໜີ​ກົດ​ໝາຍ​ແລະ​ພວກ​ຫົວ​ຮຸນ​ແຮງ​ຈາກ​ກຸ່ມ​ເຕ​ຣິກ-ອີ-ຕາ​ລີ​ບານ​ປາ​ກິ​ສ​ຖານ ຫຼື TTP ຊຶ່ງ​ໄດ້​ຖືກ​ລະ​ບຸຊື່​ໃຫ້​ເປັນ​ອົງ​ການ​ກໍ່​ການ​ຮ້າຍ​ຂອງ​ໂລກ.

“​ກຸ່ມ TTP ໄດ້​ທຳ​ການ​ໂຈມ​ຕີ​ປາ​ກິ​ສ​ຖານ​ເລາະ​ຕາມ​ບໍ​ລິ​ເວ​ນ​ຊາຍ​ແດນ​ເພີ້ມ​ຂຶ້ນ. ພວກ​ເຂົາ​ໄດ້​ເຂົ້າ​ໄປຫຼົບ​ລີ້​ຢູ່​ໃນ​ດິນ​ແດນ​ຂອງ​ອັ​ຟ​ກາ​ນິ​ສ​ຖານ” ທູ​ດ​ພິ​ເສດ​ດູ​ຣາ​ນີ ກ່າວ.

“ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຖິ້ມ​ໂທດ​ໃສ່​ລັດ​ຖະ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ ເວ​ລານີ້” ທ່ານ​ດູ​ຣາ​ນີ​ກ່າວ​ຢ້ຳ. “ແຕ່​ພວກ​ເຮົາ ໃນ​ຖາ​ນະ​ປະ​ເທດ​ປາ​ກິ​ສ​ຖານ ຄາດ​ຫວັງ​ວ່າ​ສັນ

​ຕິ​ພາບ​ທີ່​ພວກ​ເຂົາ​ນຳ​ມາ​ສູ່​ດິນ​ແດນ​ຂອງ​ພວກ​ເຂົາ​ນັ້ນ ຄວນ​ຈະ​ປະ​ກອບ​ສ່ວນ​ຕໍ່​ການ​ມີ​ສັນ​ຕິ​ພາບ​ໃນ​ເຂ​ດ​ຊາຍ​ແດນ​ຂອ​ພວກ​ເຮົາແລະ​ພວກ TTP ທີ່​ພາ​ກັນ​ເຂົ້າ​ໄປຫ​ລົບ​ລີ້ ​ຢູ່​ໃນ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ຄວນ​ຈະ​ຖືກ​ສົ່ງ​ມອບ​ໃຫ້​ແກ່​ອັ​ຟ​ກາ​ນິ​ສ​ຖານ​ຫຼື​ບໍ່​ກໍ​ຄວນ​ຖືກ​ປົດ​ອາ​ວຸດ” ທ່ານ​ກ່າວ​ຕື່ມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG