ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ປົກປ້ອງບັນທຶກກ່ຽວກັບ ແມ່ຍິງອັຟການິສຖານ ແລະ ປະຕິເສດການແຊກແຊງຈາກພາຍນອກ


ແຟ້ມພາບ - ແມ່ຍິງອັຟການິສຖານ ຖືກປ້າຍໃນຂະນະທີ່ພວກເຂົາ ເດີນຂະບວນປະທ້ວງໃນນະຄອນຫຼວງ ກາບູລ ວັນທີ 29 ເມສາ 2023 ເພື່ອປະທ້ວງຕໍ່ຕ້ານຕ່າງຊາດ ທີ່ຍອມຮັບລັດຖະບານຕາລີບານ ຢ່າງເປັນທາງການ ກ່ອນກອງປະຊຸມສຸດຍອດຂອງສະຫະປະຊາຊາດ.
ແຟ້ມພາບ - ແມ່ຍິງອັຟການິສຖານ ຖືກປ້າຍໃນຂະນະທີ່ພວກເຂົາ ເດີນຂະບວນປະທ້ວງໃນນະຄອນຫຼວງ ກາບູລ ວັນທີ 29 ເມສາ 2023 ເພື່ອປະທ້ວງຕໍ່ຕ້ານຕ່າງຊາດ ທີ່ຍອມຮັບລັດຖະບານຕາລີບານ ຢ່າງເປັນທາງການ ກ່ອນກອງປະຊຸມສຸດຍອດຂອງສະຫະປະຊາຊາດ.

ລັດຖະບານ​ຕາ​ລີ​ບານ​ຂອງ​ອັຟກາ​ນີສຖານ ​ໄດ້​ບອກ​ອົງການ​ສະຫະ​ປະຊາ​ຊາດ​ວ່າ​ ຕົນຈະ​ພິຈາລະນາ​ຄຸນຄ່າ​ທາງ​ສາສະໜາແລະ​ປະຕິ​ເສດ​ການ​ແຊກ​ແຊງກິດ​ຈະ​ການພາຍໃນຂອງປະເທດ ​ຈາກ​ພາຍ​ນອກ​ ເມື່ອຕ້ອງ​ຮັບ​ມື​ກັບ​ໂລກ.

ຖະ​ແຫຼງການ​ດັ່ງກ່າວ​ ໄດ້​ຖືກ​ສົ່ງໄປທີ່​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ອາທິດ​ນີ້ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ປະ​ເມີນ​ໂດຍ​ຄະນະ​ກຳມະການ​ຄວາມ​ໝັ້ນຄົງ ຊຶ່ງ​ຮວມທັງ​ຂໍ້​ສະ​ເໜີ​ແນະ ​ກ່ຽວ​ກັບແນວທາງຂອງ​ສາກົນ ​ໃນ​ການ​ຮັບ​ມື​ກັບ ອັຟກາ​ນິສຖານທີ່ໄດ້ຮັບຜົນກະທົບຈາກວິກິດການ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ກຸ່ມ​ຕາ​ລີ​ບານ.

ການປະເມີນແບບອິດ​ສະ​ຫຼະ, ເຊິ່ງຂຽນໂດຍນັກການທູດເທີກີ ທ່ານເຟຣິດຸນ ຊິເນຍລິໂອກູລ (Feridun Sinirlioglu) ໃນບົດບາດຂອງຜູ້ປະສານງານພິເສດຂອງອົງການສະຫະປະຊາຊາດຂອງທ່ານ, ສ່ວນໃຫຍ່ ແມ່ນມາຈາກການຮຽກ ຮ້ອງຂອງກຸ່ມຕາລີບານ ທີ່ຕ້ອງການໃຫ້ໂລກຮັບຮູ້ວ່າພວກເຂົາເປັນຜູ້ມີອໍານາດປົກຄອງ ທີ່ຖືກຕ້ອງຕາມກົດຫມາຍຂອງອັຟການິສຖານ.

ບົດ​ລາຍ​ງານດັ່ງກ່າວ ​ໄດ້​ເຊື່ອມ​ໂຍງ​ກັບ​ບັນຫາ​ການ​ໃຫ້ສິດ ທີ່ຖືກຕ້ອງຕາມກົດໝາຍໃຫ້ກັບ​ກຸ່ມ​ຕາ​ລີ​ບານ ​ແລະການ​ໃຫ້​ບ່ອນ​ນັ່ງ​ ຂອງ​ອັຟກາ​ນິສຖານ ​ໃນ​ອົງ ການ​ສະຫະ​ປະຊາ​ຊາດ ໃຫ້ພວກເຂົາ ໃນການ​ປະຕິບັດ​ຕາມ​ພັນທະ​ສົນທິສັນຍາ​ສາກົນ​ຂອງ​ປະ​ເທດ ​ທີ່ຮຽກຮ້ອງໃຫ້ພວກເຂົາ ລົບ​ລ້າງ​ຂໍ້​ຈຳກັດ ​ກ່ຽວ​ກັບ​ສິດ​ຂອງ​ແມ່ຍິງ​ໃນ​ການ​ສຶກສາ ​ແລະ​ໂອກາດໃນ​ການ​ຈ້າງ​ງານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG