ພວກຫົວຮຸນແຮງທີ່ມີອາວຸດຢ່າງຫຼວງຫຼາຍ ໄດ້ໂຈມຕີຄ້າຍຮັກສາຄວາມປອດໄພ ຂອງ ປາກິສຖານ ໃກ້ເຂດຊາຍແດນຕິດກັບ ອັຟການິສຖານ ໃນຊ່ວງຕອນເຊົ້າ ວັນຈັນມື້ນີ້ ສົ່ງຜົນໃຫ້ມີທະຫານ 5 ຄົນ ແລະຜູ້ໂຈມຕີ 5 ຄົນ ເສຍຊີວິດ ໃນການຍິງຕໍ່ສູ້ກັນທີ່ຕິດຕາມມາ.
ເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ຢືນຢັນການເສຍຊີວິດຕໍ່ວີໂອເອ ໂດຍກ່າວວ່າ ການໂຈມຕີໄດ້ເກີດຂຶ້ນຢູ່ຮ່ອມພູ ຕິຣາ (Tirah) ທີ່ຫ່າງໄກສອກຫຼີກ ໃນແຂວງ ໄຄເບີ ປັກຕຸນຄວາ (Khyber Pakhtunkhwa) ທາງພາກຕາເວັນຕົກສຽງເໜືອ ແລະ ຍັງໄດ້ເຮັດໃຫ້ທະຫານ 6 ຄົນບາດເຈັບ.
ຝ່າຍສື່ມວນຊົນຂອງກອງທັບ ປາກິສຖານ ບໍ່ໄດ້ຕອບໃນທັນທີຕໍ່ການຂໍຄຳເຫັນຂອງວີໂອເອ ກ່ຽວກັບການໂຈມຕີໃນອະດີດທີ່ໝັ້ນຂອງພວກຫົວຮຸນແຮງ ທີ່ຢູ່ຊາຍແດນ ອັຟການິສຖານ.
ພວກຫົວຮຸນແຮງທີ່ເປັນພັນທະມິດກັບພວກ ຕາລີບານ ໃນ ປາກິສຖານ ທີ່ຜິດກົດໝາຍ, ທີ່ຮູ້ຈັກຢ່າງເປັນທາງການໃນຊື່ວ່າ ກຸ່ມເຕຣິກ-ໄອ-ຕາລີບານ ປາກິສຖານ (Tehrik-i-Taliban Pakistan) ຫຼື TTP, ໄດ້ອອກຖະແຫຼງການ ໂດຍອ້າງເອົາຄວາມຮັບຜິດຊອບໃນການໂຈມຕີໃນເມືອງ ຕິຣາ (Tirah).
ການໂຈມຕີທີ່ຮ້າຍແຮງດັ່ງກ່າວ ໄດ້ມີຂຶ້ນນຶ່ງມື້ຫລັງຈາກກອງທັບ ປາກິສຖານ ໄດ້ລາຍງານວ່າການໂຈມຕີຕໍ່ຕ້ານການກໍ່ການຮ້າຍໃກ້ເມືອງຫຼວງຂອງແຂວງ ເປຊາວາ (Peshawar) ໄດ້ສັງຫານທະຫານ ປາກິສຖານ 2 ຄົນ ແລະ "ພວກກໍ່ການຮ້າຍ" 5 ຄົນທີ່ຖືກເຊື່ອວ່າພົວພັນກັບກຸ່ມ TTP.
ຟໍຣັມສະແດງຄວາມຄິດເຫັນ