ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ພວມ​ລໍ​ຖ້າ​ຜົນ​ການ​ເລືອກ​ຕັ້ງ ທີ່​ເປັນ​ບັນ​ຫາ​ໂຕ້​ແຍ້ງ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງ​ ທີ່​ເພີ້ມ​ທະ​ວີ​ຂຶ້ນ

ຜູ້​ຄົນ​ອ່ານ​ໜັງ​ສື​ພິມ ​ອອກ​ໃນ​ຕອນ​ເຊົ້າ ທີ່​ລາຍ​ງານ​ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ທີ່​ເມືອງ​ເພ​ຊາ​ວາ ໃນ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 9 ກຸມ​ພາ 2024.
ຜູ້​ຄົນ​ອ່ານ​ໜັງ​ສື​ພິມ ​ອອກ​ໃນ​ຕອນ​ເຊົ້າ ທີ່​ລາຍ​ງານ​ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ທີ່​ເມືອງ​ເພ​ຊາ​ວາ ໃນ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 9 ກຸມ​ພາ 2024.

ຜົນ​ການ​ເລືອກ​ຕັ້ງສະ​ພາ​ແຫ່ງ​ຊາດຂອງ​ທາງ​ການ​ໃນ​ຂັ້ນ​ຕົ້ນ ຄ່ອຍໆ​ເປີດ​ເຜີຍ​ໃຫ້​ຊາບ​ຢ່າງ​ຊ້າໆ ໃນ​ວັນ​ສຸກມື້ນີ້ ຫຼັງ​ຈາກ​ໄດ້​ມີ​ການ​ລໍ​ຖ້າ​ດົນ​ນານ​ ແລະ​ການ​ກ່າວ​ຫາ​ວ່າມີ​ການ​ສໍ້​ໂກງຍ​ຄ​ະ​ແນນ​ ເພື່ອ​ຊ່ວຍບັນ​ດາ​ພັກ​ ທີ່​ນິ​ຍົມ​ທະ​ຫານ.

ການ​ປ່ອນ​ບັດ​ໄດ້​ມີ​ຂຶ້ນ ​ໃນ​ວັນ​ພະ​ຫັດ​ວານນີ້ ທ່າມ​ກາງ​ທີ່​ມີ​ການ​ສັ່ງ​ໃຫ້​ໂຈະ ​ການ​ໃຊ້​ໂທ​ລະ​ສັບ​ມື​ຖື ແລະ​ອິນ​ເຕີ​ແນັດ​ໃນ​ທົ່ວ​ປະ​ເທດ ແລະ​ໄດ້​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ​ຢ່າງ​ກະ​ຈັດ​ກະ​ຈາຍ ຊຶ່ງ​ໄດ້​ພາ​ໃຫ້​ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ​ ແລະ​ຄວາມ​ໜ້າ​ເຊື່ອ​ຖື ຂອງ​ການ​ເລືອກ​ຕັ້ງ ​ທີ່ເປັ​ນ​ບັນ​ຫາ​ຖົກ​ຖຽງ​ໂຕ້​ແຍ້ງ​ກັນ​ຢູ່​ແລ້ວນັ້ນ.

ພະ​ນັກ​ງານ​ໂທ​ລະ​ພາບ​ກະ​ກຽມ​ຢູ່​ຕໍ່​ໜ້າ​ຈໍ ທີ່​ສະ​ແດງ​ໃຫ້​ເຫັນ​ຜົນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ປາ​ກິ​ສ​ຖານ ຢູ່​ສຳ​ນັກ​ງານ ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ປາ​ກິ​ສ​ຖານ ໃນ​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 9 ກຸມ​ພາ 2024.

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງຂອງ​ປາ​ກິ​ສ​ຖານໄດ້​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ຈຳ​ນວນ​ນຶ່ງ ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ 12 ຊົ່ວ​ໂມງ ຫຼັງ​ຈາກ​ການ​ປ່ອນ​ບັດ​ໃນ​ທົ່ວ​ປະ​ເທດ ທີ່​ມີ​ປະ​ຊາ​ຊົນ 241 ລ້ານ​ຄົນ ​ໄດ້​ປິດ​ລົງ. ກຳ​ມາ​ທິ​ການ​ໄດ້ປະ​ກາດຜົນ​ການ​ເລືອກ​ຕັ້ງແຕ່​ພຽງ 24 ເປີ​ເຊັນເທົ່າ​ນັ້ນ ມາ​ຮອດ​ຕອນ​ບ່າຍ​ຂອງມື້ນີ້.

ຜົນ​ຂອງ​ການ​ເລືອກ​ຕັ້ງ​ ສະ​ແດງ​ໃຫ້​ເຫັນ​ວ່າ ກຸ່ມ​ຂອງ​ບັນ​ດາ​ຜູ້​ສະ​ໝັກ​ອິດ​ສະ​ຫຼະ ທີ່ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກພັກປາ​ກິ​ສ​ຖານ​ ຕາ​ຣິກ-ອີ-ອິນ​ຊາ​ຟ ຫຼື PTI ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ອິມ​ຣານ ຄານ ທີ່​ຖືກ​ຄຸກ​ຢູ່ນັ້ນ ໄດ້​ຮັບ​ຄະ​ແນນ​ດີກວ່າ​ທີ່​ຄາດ​ກັນ​ໄວ້ ທັງໆ​ທີ່​ໄດ້​ຕົກ​ເປັນ​ເປົ້າ​ ໃນ​ການ​ປາບ​ປາມ ​ຂອງ​ລັດ​ຖະ​ບານ​ກ່ອນ​ການ​ເລືອກ​ຕັ້ງ. ການ​ແຂ່ງ​ຂັນດັ່ງ​ກ່າວ​ແມ່ນ​ເພື່ອ​ເລືອກ​ເອົາ​ບ່ອນ​ນັ່ງ 266 ບ່ອນ​ຢູ່​ໃນ​ສະ​ພາ​ແຫ່ງ​ຊາດ​ຫຼື​ສະ​ພາ​ຕ່ຳ​ຂອງ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG