ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ປາ​ກິ​ສ​ຖານ ຍົກ​ເລີກ​ການ​ດຳ​ເນີນ​ຄະ​ດີ​ຂັງ​ຄຸກ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄານ


ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ທ່ານ ອິມ​ຣານ ຄານ, ລົມ​ກັບ​ສະ​ມາ​ຊິກ​ຂອງ​ສື່ມວ​ນ​ຊົນ​ຢູ່​ເຮືອນ​ພັກ​ຂອງ​ທ່ານ​ໃນ​ເມືອງ ລາ​ຮໍ, ປາ​ກິ​ສ​ຖານ, 18 ພຶດ​ສະ​ພາ 2023.
ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ກິ​ສ​ຖານ ທ່ານ ອິມ​ຣານ ຄານ, ລົມ​ກັບ​ສະ​ມາ​ຊິກ​ຂອງ​ສື່ມວ​ນ​ຊົນ​ຢູ່​ເຮືອນ​ພັກ​ຂອງ​ທ່ານ​ໃນ​ເມືອງ ລາ​ຮໍ, ປາ​ກິ​ສ​ຖານ, 18 ພຶດ​ສະ​ພາ 2023.

ສານ​ລັດ​ຖະ​ບານ​ກາງ​ໃນ ປາ​ກິ​ສ​ຖານ ໄດ້​ຕັດ​ສິນ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ການ​ດຳ​ເນີນ​ຄະ​ດີ​ຂັງ​ຄຸກແບບ​ປິດ​ລັບ ກ່ຽວ​ກັບ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣານ ຄານ ໃນ​ຂໍ້​ກ່າວ​ຫາການເປີດ​ເຜີຍ​ຄວາມ​ລັບ​ລັດ​ຖະ​ບານ​ນັ້ນແມ່ນ​ບໍ່​ຖືກ​ກົດ​ໝາຍ.

ສານ​ພິ​ເສດ​ທີ່​ມີ​ຜູ້​ພິ​ພາກ​ສາ​ຄົນ​ດຽວ ໄດ້​ດຳ​ເນີນ​ການ​ພິ​ຈາ​ລະ​ນາ​ຄະ​ດີ​ຢູ່​ໃນ​ຄຸກ​ໃກ້​ກັບ​ນະ​ຄອນຫຼວງ ອິ​ສ​ລາ​ມາ​ບັດ, ບ່ອນ​ທີ່​ທ່ານ ຄານ ຖືກ​ຕັດ​ສິນ​ມີ​ຄວາມ​ຜິດ​ໃນ​ຂໍ້​ກ່າວ​ຫາ​ຕ່າງ​ໆເມື່ອ​ເດືອນ​ແລ້ວນີ້.

ແຕ່​ທ່ານ ຄານ ໄດ້​ຄັດ​ຄ້ານ​ຕໍ່​ການ​ຕັດ​ສິນ​ດັ່ງ​ກ່າວ​ໃນ​ສານ​ສູງ​ສຸດ​ລັດ​ຖະ​ບານ​ກາງ, ໂດຍ​ໂຕ້​ແຍ້ງວ່າ​ການ​ດຳ​ເນີນ​ຄະ​ດີ​ທັງ​ໝົດ​ໄດ້​ລະ​ເມີດ​ສິດ​ທິ​ທີ່​ຖືກ​ຮັບ​ປະ​ກັນ​ໂດຍ​ລັດ​ຖະ​ທຳ​ມະ​ນູນ​ ຕໍ່​ການ​ດຳ​ເນີນ​ຄະ​ດີ​ທີ່​ເປັນ​ທຳ ແລະ ເປີດ​ເຜີຍ.

ສານ​ໄດ້​ກ່າວ​ໃນ​ການ​ຕັດ​ສິນ​ຂອງ​ເຂົາ​ເຈົ້າ​ເມື່ອ​ວັນ​ອັງ​ຄານ​ວານ​ນີ້​ວ່າ “ດ້ວຍ​ເຫດນີ້… ການ​ດຳ​ເນີນ​ຄະ​ດີ​ທີ່​ໄດ້​ດຳ​ເນີນຂຶ້ນ​…ໃນ​ສະ​ຖານ​ທີ່​ຂອງ​ຄຸກ ໃນ​ແງ່​ທີ່ບໍ່​ສາ​ມາດ​ເອີ້ນ​ວ່າ ​ການ​ດຳ​ເນີນ​ຄະ​ດີ​ທີ່​ເປີດ​ເຜີຍ​ແມ່ນບໍ່​ຖືກ​ຕ້ອງ.”

ບັນ​ດາ​ທະ​ນາຍ​ຄວາມ​ຂອງ​ທ່ານ ຄານ ໄດ້​ກ່າວວ​ວ່າ​ການ​ດຳ​ເນີນ​ຄະ​ດີ​ແມ່ນ​ຖືກ​ຈັດ​ຂຶ້ນ​ໃນ​ຫ້ອງ​ນ້ອຍໆຢູ່​ຄຸກ ພ້ອມ​ກັບ​ສະ​ມາ​ຊິກ​ຂອງ​ກຸ່ມ​ນັກ​ກົດ​ໝາຍ​ຂອງ​ທ່ານ​ພຽງ​ສອງ​ສາມ​ຄົນ ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ. ຄອບ​ຄົວ​ຂອງ​ທ່ານ ແລະ ສື່ມວນ​ຊົນ​ແມ່ນບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG