ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສ​ປ​ຊ ຢາກ​ໃຫ້​ກຸ່ມ​ຕາ​ລີ​ບານ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ກ່ຽວ​ກັບ​ອ​ັ​ຟ​ກາ​ນິ​ສ​ຖານ ທີ່​ກາ​ຕ້າ​ເປັນ​ເຈົ້າ​ພາບ


ແຟ້ມ - ຍາມ​ຂອງ​ກຸ່ມ​ຕາ​ລີ​ບານ​ຄົນ​ນຶ່ງ ເບິ່ງ​ການ​ແຈກ​ຢາຍ​ອາ​ຫານ​ ໃຫ້​ຊາວ​ອັ​ຟ​ກາ​ນິ​ສ​ຖານ ໂດຍ​ໂຄງ​ການ​ອາ​ຫານ​ໂລກ ທີ່​ເຂດນາ​ວາ​ບາດ ກາ​ໂກ ຊາ​ຮິ​ຟ ເມືອງ​ບາ​ກາ​ຣີ ບາ​ຣັກ ໃນ​ແຂວງ​ໂລ​ກາ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 7 ມັງ​ກອນ 2024.
ແຟ້ມ - ຍາມ​ຂອງ​ກຸ່ມ​ຕາ​ລີ​ບານ​ຄົນ​ນຶ່ງ ເບິ່ງ​ການ​ແຈກ​ຢາຍ​ອາ​ຫານ​ ໃຫ້​ຊາວ​ອັ​ຟ​ກາ​ນິ​ສ​ຖານ ໂດຍ​ໂຄງ​ການ​ອາ​ຫານ​ໂລກ ທີ່​ເຂດນາ​ວາ​ບາດ ກາ​ໂກ ຊາ​ຮິ​ຟ ເມືອງ​ບາ​ກາ​ຣີ ບາ​ຣັກ ໃນ​ແຂວງ​ໂລ​ກາ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 7 ມັງ​ກອນ 2024.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ກ່າວ​ວ່າ ຕົນ​ຢາກ​ຈະ​ເຫັນ​ຜູ້​ຕາງ​ໜ້າ​ຂອງ​ກຸ່ມ​ຕາ​ລີ​ບານ ໄປ​ຮ່ວມກອງ​ປະ​ຊຸມ​ລະ​ຫວ່າງ​ປະ​ເທດກ່ຽວ​ກັບ​ອັ​ຟ​ກາ​ນິ​ສ​ຖານ ເປັນ​ເວ​ລາ 2 ມື້ ທີ່​ຈະ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ກາ​ຕ້າ ໃນ​ອາ​ທິດ​ໜ້ານີ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ເມຍ ມຸດ​ຕາ​ກີ ກ່າວ​ໃນ​ວັນ​ພຸດວານນີ້​ວ່າ ກຸ່ມ​ຕາ​ລີ​ບານ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ໃນ​ວັນ​ທີ 18 ກຸມ​ພາ​ໂດຍກ່າວ​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ຖືກ​ຕ້ອນ​ຮັບ​ໃນ​ຖາ​ນະ​ພວກ​ເຈົ້າ​ໜ້າ​ທີ່ ທີ່​ຕາງ​ໜ້າ​ໃຫ້​ແກ່​ອັ​ຟ​ກາ​ນິ​ສ​ຖານ.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ເປັນ​ເວ​ລາ 2 ມື້ ໂດຍ​ມີ​ປະ​ເທດ​ສະ​ມາ​ຊິກ​ແລະ​ທູດ​ພິ​ເສດ​ອົງ​ການ​ຈັດ​ຕັ້ງ​ລະ​ດັບ​ພູ​ມີ​ພາກ​ກ່ຽວ​ກັບ​ອັ​ຟ​ກາ​ນິ​ສ​ຖານ ເຂົ້າ​ຮ່ວມ​ນຳ.

ທ່ານ​ສ​ເຕ​ຟານ ດູ​ຈາ​ຣິກ ໂຄ​ສົກ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ກ່າວ​ວ່າ ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ກໍ​ແມ່ນການ​ປຶກ​ສາ​ຫາ​ລື​ຂອງ​ສາ​ກົນ​ເພື່ອ​ຫາ​ທາງ​ພົວ​ພັນ​ກັບ​ກຸ່ມ​ຕາ​ລີ​ບານ ຫຼັງ​ຈາກ​ພວກ​ເຂົາ​ເຈົ້າ​ໄດ້​ເຂົ້າ​ກຳ​ອຳ​ນາດ​ຄືນ ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກີດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG