ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ ຕໍ່​ການ​ກ່າວ​ອ້າງ ກ່ຽວ​ກັບການ​ປະ​ຖິ້ມ​ອາ​ວຸດໄວ້ ໃນ​ອັ​ຟ​ກາ​ນິ​ສ​ຖານ ໂດຍ​ເວົ້າ​ວ່າ 'ເປັນ​ເລື້ອງ​ຕະ​ຫຼົກ'


ແຟ້ມ - ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ປາ​ກິ​ສ​ຖານ ກວດ​ກາ​ເບິ່ງ​ລົດ​ບັນ​ທຸກ​ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຢູ່​ບ່ອນ​ໂຈມ​ຕີ​ສະ​ຫຼະ​ຊີບ ນອກ​ເມືອງ​ແກັດ​ຕາ ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 30 ພະ​ຈິກ ປີ 2022.
ແຟ້ມ - ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ປາ​ກິ​ສ​ຖານ ກວດ​ກາ​ເບິ່ງ​ລົດ​ບັນ​ທຸກ​ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຢູ່​ບ່ອນ​ໂຈມ​ຕີ​ສະ​ຫຼະ​ຊີບ ນອກ​ເມືອງ​ແກັດ​ຕາ ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 30 ພະ​ຈິກ ປີ 2022.

ສະ​ຫະ​ລັດ ອີກ​ຄັ້ງ​ນຶ່ງ​ໄດ້​ປະ​ຕິ​ເສດ​ ກ່ຽວ​ກັບ​ການ​ປະ​ອາ​ວຸດ​ໄວ້ ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ໃນ​ລະ​ຫວ່າງ​ການ​ຖອນ​ທະ​ຫານອ​ອກ​ຈາກ​ປະ​ເທດ​ດັ່ງ​ກ່າວ ເມື່ອ​ເດືອນ​ສິງ​ຫາ​ປີ 2021 ໂດຍ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ ​ຕໍ່​ການ​ກ່າວ​ຫານັ້ນ​ວ່າ “ເປັນ​ເລື້ອງ​ຕະຫຼົກ.”

ທ່ານ​ຈອນ ເຄີ​ບີ ຜູ້​ປະ​ສານ​ງານ​ດ້ານ​ຍຸດ​ທະ​ສາດ​ສື່​ສາ​ນ​ຄົມ​ມະ​ນາ​ຄົມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສະ​ຫະ​ລັດໄດ້​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ປາ​ກິ​ສ​ຖານ​ ໄດ້​ຮຽກ​ຮ້ອ​ງ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ ດຳ​ເນີນ​ສືບ​ສວນກ່ຽວ​ກັບ​ວ່າ ພວກ​ຫົວ​ຮຸນ​ແຮງ​ ທີ່​ມີ​ຖານ​ປະ​ຕິ​ບັດ​ງານ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ໄດ້​ຮັບ​ “ອາ​ວຸດທີ່​ກ້າວ​ໜ້າ​ທັນ​ສະ​ໄໝ” ເພື່ອ​ທຳ​ການໂຈມ​ຕີກໍ່​ການ​ຮ້າຍ​ໃນ​ປາ​ກິ​ສ​ຖານ​ແບບ​ໃດ.

“ນີ້​ແມ່ນການ​ເຂົ້າ​ໃຈ​ຜິດ ນີ້​ແມ່ນ​ເລື້ອງ​ຕະ​ຫຼົກ. ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ ໃນ​ໄລ​ຍະ 20 ປີ​ທີ່​ພວກ​ເຮົາ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ແນ່ນອນ ໂດຍ​ໄດ້​ຮັບ​ການ​ອະ​ນຸ​ມັດແລະ​ການ​ປຶກ​ສາ​ຫາ​ລືຈາກ​ສະ​ພາ ແມ່ນ​ມີ​ອາ​ວຸດ​ແລະ​ການ​ຊ່ວຍ​ເຫຼືອ ເພື່ອ​ປະ​ກອບ​ໃຫ້​ແກ່​ກຳ​ລັງ​ ຂອງກອງ​ທັບ​ແຫ່ງ​ຊາດ​ອັ​ຟ​ກາ​ນິ​ສ​ຖານຢ ທ່ານ​ເຄີ​ບີ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ທຳ​ນຽບ​ຂາວ.

ທ່ານ​ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ ໃນ​ການປະ​ເຊີນ​ໜ້າ​ກັບການ​ບຸກ​ຄືບ​ໜ້າ​ຂອງ​ພວກ​ກະ​ບົດ​ຕາ​ລີ​ບານ ໃນ​ລະ​ຫວ່າງ​ການ​ຖອນ​ທະ​ຫານ​ຂອງ​ສະ​ຫະ​ລັດ​ນັ້ນ ກຳ​ລັງ​ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ຕັດ​ສິນ​ໃຈ​ ບໍ່​ທຳ​ການ​ສູ້​ລົບ ແລະ​ວາງ​ອາ​ວຸດ​ຂອງ​ພວກ​ເຂົາ​ເຈົ້າ.

“ອາ​ວຸດ” ທີ່​ພວກ​ເຂົາ​ເຈົ້າ​ເວົ້າ​ເຖິງນັ້ນ ແລະ​ອີກ​ເທື່ອ​ນຶ່ງ ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ລາຍ​ງານ​ຂ່າວ​ເຫຼົ່າ​ນີ້​ໄດ້ ມັນ​ເປັນ​ຂອງ​ທະ​ຫານກອງ​ທັບ​ແຫ່ງ​ຊາດ​ອັ​ຟ​ກາ​ນິ​ສ​ຖານ” ທ່ານ​ເຄີ​ບີ​ກ່າວ.

“ມັນ​ຖືກ​ປະ​ຖິ້ມ​ໄວ້. ບໍ່​ແມ່ນ​ຂ​ອງ​ກຳ​ລັງ​ສະ​ຫະ​ລັດ ທີ່​ພາ​ກັນ​ຍ່າງ​ໜີ ແລະ​ປະ​ຖິ້ມ​ອາ​ວຸດ​ເຫຼົ່າ​ນີ້​ໄວ້​ເປັນ​ກອງ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ. ນັ້ນເປັນ​ປະ​ຫວັດ​ທີ່​ບໍ່​ຖືກ​ຕ້ອງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG